ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກລັດຖະບານຂອງຍີປຸ່ນ ປ່ອນບັດ ເລືອກເອົາຜູ້ນຳ ຄົນຕໍ່ໄປຂອງພັກ


ລັດຖະມົນຕີການຕ່າງປະເທດ ຟູມິໂອະ ກິຊິດະ ຍົກມືຂຶ້ນ ໃນຂະນະທີ່ທ່ານຖືກເລືອກໃຫ້ເປັນຜູ້ນຳພັກເສລີປະຊາທິປັດ ຊຶ່ງເປັນພັກລັດຖະບານຂອງຍີປຸ່ນ ທີ່ນະຄອນຫຼວງໂຕກຽວ ໃນວັນທີ 29 ກັນຍາ 2021.
ລັດຖະມົນຕີການຕ່າງປະເທດ ຟູມິໂອະ ກິຊິດະ ຍົກມືຂຶ້ນ ໃນຂະນະທີ່ທ່ານຖືກເລືອກໃຫ້ເປັນຜູ້ນຳພັກເສລີປະຊາທິປັດ ຊຶ່ງເປັນພັກລັດຖະບານຂອງຍີປຸ່ນ ທີ່ນະຄອນຫຼວງໂຕກຽວ ໃນວັນທີ 29 ກັນຍາ 2021.

ທ່ານຟູມິໂອະ ກິຊິດະ (Fumio Kishida) ຍັງອີກບາດກ້າວດຽວ ທີ່ຈະກາຍເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງຍີປຸ່ນ ຫຼັງຈາກທ່ານໄດ້ຖືກເລືອກໃນວັນພຸດມື້ນີ້ ໃຫ້ເປັນຜູ້ນຳຂອງພັກລັດຖະບານ ທີ່ປົກຄອງປະເທດມາເປັນເວລາດົນນານແລ້ວນັ້ນ.

ທ່ານກິຊິດະ ອາຍຸ 64 ປີ ອະດີດລັດຖະມົນຕີການຕ່າງປະເທດ ໄດ້ເອົາຊະນະ ລັດຖະມົນຕີກະຊວງຢາວັກຊີນ ທ່ານຕາໂຣະ ໂກໂນະ ໃນຮອບທີ 2 ຂອງການເລືອກຜູ້ນຳພັກເສລີປະຊາທິປັດ ຊຶ່ງເປັນພັກນິຍົມແນວທາງເດີມ ຈັດຂຶ້ນທີ່ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງໂຕກຽວ. ທ່ານກິຊິດະ ແລະທ່ານໂກໂນະ ຕ່າງກໍໄດ້ຮັບຄະແນນເພື່ອເຂົ້າໄປແຂ່ງໃນຮອບສອງ ຫຼັງຈາກທັງສອງທ່ານຕ່າງກໍບໍ່ໄດ້ຮັບຄະແນນສຽງສ່ວນຫຼາຍ ໃນການເລືອກຕັ້ງຮອບທຳອິດ ໂດຍທີ່ທ່ານກິຊິດະໄດ້ຮັບຄະແນນລື່ນທ່ານໂກໂນະ ພຽງແຕ່ຄະແນນດຽວ 256 ​ຕໍ່ 255.

ທ່ານໂກໂນະ ຊຶ່ງເປັນນັກການເມືອງທີ່ກົງໄປກົງມາ ກ້າປາກກ້າເວົ້າ ແລະບໍ່ໄດ້ຢູ່ໃນຂອບເຂດຈຳກັດໃດໆນັ້ນ ເປັນບຸກຄົນທີ່ມີຄະແນນນຳໜ້າ ໃນການຢັ່ງຫາງສຽງ ແຕ່ທ່ານກິຊິດະ ໄດ້ຮັບການສະໜັບສະໜຸນ ຈາກສະມາຊິກສະພາຂອງພັກເສລີປະຊາທິປັດ.

ທ່ານກິຊິດະມີທ່າທາງວ່າ ຈະໄດ້ເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງຍີປຸ່ນເວລາສະພາແຫ່ງ ຊາດປະຊຸມກັນ ໃນວັນຈັນທີ 4 ຕຸລາຈະມານີ້ ເພື່ອລົງຄະແນນສຽງຢ່າງເປັນທາງການ ຮັບຮອງເອົາຜູ້ສືບທອດຕຳແໜ່ງແທນທ່ານໂຢຊິຮິເດະ ຊູກະ. ທ່ານຈະເຂົ້າກຳຕຳແໜ່ງ ພຽງນຶ່ງເດືອນເທົ່ານັ້ນ ກ່ອນທີ່ຈະນຳພາພັກຂອງທ່ານເຂົ້າສູ່ການເລືອກຕັ້ງທົ່ວໄປ ຊຶ່ງກຳນົດຈະມີຂຶ້ນໃນວັນທີ 28 ພະຈິກນີ້.

ທ່ານຊູກະໄດ້ປະກາດການລາອອກຂອງທ່ານ ໃນຕົ້ນເດືອນນີ້ ຍ້ອນປະຊາຊົນສະແດງຄວາມໂກດແຄ້ນ ໃນການຮັບມືກັບໂຣກລະບາດໂຄວິດ-19 ຂອງທ່ານ ໂດຍສະເພາະການຢືນຢັດ ເພື່ອຈັດການແຂ່ງຂັນ ກິລາໂອລິມປິກໂຕກຽວ ແລະກິລາໂອລິມປິກຄົນພິການ ໃນລະດູຮ້ອນທີ່ຜ່ານມານີ້ ໃນຂະນະທີ່ຍີປຸ່ນ ພວມປະເຊີນກັບກໍລະນີໃໝ່ໃນການຕິດແປດເພີ້ມຂຶ້ນຢູ່ນັ້ນ.

ການລາອອກຂອງທ່ານຊູກະ ມີຂຶ້ນໃນເວລາພຽງນຶ່ງປີ ຫຼັງຈາກທ່ານໄດ້ເຂົ້າຮັບຕຳແໜ່ງແທນທ່ານຊິນໂຊະ ອາເບະ ທີ່ໄດ້ລາອອກ ຍ້ອນບັນຫາທາງດ້ານສຸຂະພາບ.

ແມ່ຍິງ 2 ຄົນໄດ້ລົງແຂ່ງຂັນເພື່ອຮັບຕຳແໜ່ງຕໍ່ຈາກທ່ານຊູກະໃນຖານະປະທານຂອງເສລີປະຊາທິປັດ ຄືອະດີດລັດຖະມົນຕີກິດຈະການພາຍໃນ ຊານາເອະ ຕາກາອິຊິ ແລະສະມາຊິກສະພາທີ່ເປັນກາງອຽງຊ້າຍ ຊາອິໂກະ ໂນດະ ແຕ່ບໍ່ໄດ້ຮັບຄະແນນສຽງພຽງພໍ ໃນຮອບທຳອິດຂອງການປ່ອນບັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG