ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຍີ່ປຸ່ນ ຢ້ຽມ​ຢາມຢູເຄຣນ ໃນຊ່ວງສົງຄາມ ເພື່ອສະແດງອອກເຖິງ ການເປັນນ້ຳນຶ່ງໃຈດຽວ


ແຟ້ມພາບ - ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ກ່າວກ່ຽວກັບ ນະໂຍບາຍຕົ້ນສະບັບ ຂອງທ່ານ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ທີ່ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫຼວງ ໂຕກຽວ, ວັນທີ 17 ມີນາ 2023.
ແຟ້ມພາບ - ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ກ່າວກ່ຽວກັບ ນະໂຍບາຍຕົ້ນສະບັບ ຂອງທ່ານ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ທີ່ທຳນຽບນາຍົກລັດຖະມົນຕີ ໃນນະຄອນຫຼວງ ໂຕກຽວ, ວັນທີ 17 ມີນາ 2023.

ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ໄດ້ເດີນທາງໄປຍັງນະຄອນຫຼວງກີຢິບ ໃນວັນອັງຄານມື້ນີ້ ເພື່ອພົບປະກັບ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນການສະແດງອອກຂອງການສະໜັບສະໜຸນທີ່ມີຂຶ້ນ ຂະນະທີ່ປະທານາທິບໍດີຂອງຣັດເຊຍ ວລາດີເມຍ ປູຕິນ ໄດ້ເປັນເຈົ້າພາບຕ້ອນຮັບ ຜູ້ນຳຂອງຈີນ ທ່ານສີ ຈິ້ນຜິງ.

ກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ກ່າວວ່າ ໃນລະຫວ່າງການຢ້ຽມຢາມຂອງທ່ານນັ້ນ ທ່ານກິຊິດະ ຈະ “ສະແດງອອກເຖິງຄວາມເຄົາລົບ ຕໍ່ຄວາມກ້າຫານແລະຄວາມໃຈເຢັນຂອງປະຊາຊົນຢູເຄຣນ ຜູ້ທີ່ໄດ້ຢືນຂຶ້ນເພື່ອປົກປ້ອງຜືນແຜ່ນດິນຂອງພວກເຂົາເຈົ້າ ພາຍໃຕ້ການນຳພາຂອງປະທານາທິບໍດີ ເຊເລັນສກີ ແລະສະແດງອອກເຖິງຄວາມເປັນນ້ຳນຶ່ງໃຈດຽວ ແລະການສະໜັບສະໜຸນຢ່າງບໍ່ລົດລະສຳລັບຢູເຄຣນ ໃນຖານະເປັນຜູ້ນຳຂອງຢີ່ປຸ່ນ ແລະປະທານຂອງກຸ່ມ G-7.”

ຖະແຫລງການຂອງກະຊວງດັ່ງກ່າວ ຍັງໄດ້ກ່າວອີກວ່າ ທ່ານກິຊິດະ ຢາກຈະສະແດງໃຫ້ເຫັນເຖິງ ການປະຕິເສດຂອງຍີ່ປຸ່ນ ຕໍ່ “ການປ່ຽນແປງສະຖານະພາບໃນປັດຈຸບັນ ພຽງຝ່າຍດຽວຂອງຮັດເຊຍ ໂດຍການບຸກລຸກ ແລະກຳລັງ.”

ທ່ານກິຊິດະ ເປັນຜູ້ນຳຂອງໂລກຄົນຫຼ້າສຸດ ທີ່ໄດ້ເດີນທາງໄປຍັງຢູເຄຣນ ໃນຊ່ວງສົງຄາມ ນັບຕັ້ງແຕ່ຮັດເຊຍ ໄດ້ເລີ້ມການບຸກລຸກຂອງຕົນຢ່າງເຕັມສ່ວນ ໃນເດືອນກຸມພາ 2022.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ໄດ້ປະ ກາດໃນວັນຈັນວານນີ້ ວ່າ ສະຫະລັດ ສະໜອງອຸປະກອນ ແລະລູກກະສຸນ ມູນຄ່າ 350 ລ້ານໂດລາ ໃນຊຸດການຊ່ອນຄັ້ງຫຼ້າສຸດຂອງຕົນ ສຳລັບຢູເຄຣນ ຂະນະທີ່ ບັນດາລັດຖະມົນຕີການຕ່າງປະເທດ ແລະລັດຖະມົນຕີປ້ອງກັນປະເທດຂອງສະຫະພາບຢູໂຣບ ໄດ້ສະຫຼຸບແຜນການເພື່ອສະໜອງແກ່ຢູເຄຣນ ດ້ວຍລູກກະສຸນ ແລະໃນຂະນະດຽວກັນເພີ້ມເຕີມຄັງລູກກະສຸນຂອງຕົນ ພ້ອມກັນ.

Japanese Prime Minister Fumio Kishida traveled Tuesday to Kyiv to meet with Ukrainian President Volodymyr Zelenskyy in a show of support that came as Russian President Vladimir Putin hosted Chinese leader Xi Jinping.

Japan’s Foreign Ministry said that during his visit, Kishida will “show respect to the courage and patience of the Ukrainian people who are standing up to defend their homeland under President Zelenskyy's leadership, and show solidarity and unwavering support for Ukraine as head of Japan and chairman of G-7.”

The ministry statement also said Kishida would express Japan’s rejection of “Russia’s one-sided change to the status quo by invasion and force.”

Kishida is the latest world leader to make the trip to wartime Ukraine since Russia launched its full-scale invasion in February 2022.

US military aid

U.S. Secretary of State Antony Blinken announced Monday the United States is providing $350 million in equipment and ammunition in its latest aid package for Ukraine, as European Union foreign and defense ministers finalized a plan to supply Ukraine with ammunition while replenishing their own ammunition stocks.

XS
SM
MD
LG