ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ຍີ່​ປຸ່ນ ໄປ​ກາ​ນາ​ດາ ເພື່ອຢ້ຽມ​ຢາມ​ປະ​ເທດ​ຕ່າງໆ ໃນ​ກຸ່ມ​ຈີ 7


ນາຍົກ​ລັດ​ຖະ​ມ​ົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ພວມ​ອອກ​ມາ ຫຼັງ​ຈາກ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ປ້ອງ​ກັນ​ປະ​ເທດ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່າ​ນຣິ​ສ​ຊີ ຊູ​ນາກ ​ທີ່​ນະ​ອນ​ຫຼວງ​ລອນດອນ ເມື່ອ​ວັນ​ທີ 11 ມັງ​ກອນ 2023.
ນາຍົກ​ລັດ​ຖະ​ມ​ົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ພວມ​ອອກ​ມາ ຫຼັງ​ຈາກ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ປ້ອງ​ກັນ​ປະ​ເທດ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່າ​ນຣິ​ສ​ຊີ ຊູ​ນາກ ​ທີ່​ນະ​ອນ​ຫຼວງ​ລອນດອນ ເມື່ອ​ວັນ​ທີ 11 ມັງ​ກອນ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ໄປ​ຢ້ຽມ​ຢາມ​ກາ​ນາ​ດາ​ໃນ​ວັນ​ພະ​ຫັດ​ວານນີ້ ເພື່ອ​ເຈ​ລະ​ຈາ​ຫາ​ລື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈັນ​ຕິນ ທ​ຣູ​ໂດ. ທ່ານ​ກິ​ຊິດ​ະ ພວມ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດຕ່າງໆ​ໃນ​ກຸ່ມ​ຈີ 7 ຫຼືເຈັດ​ປະ​ເທດ​ທີ່​ຈະ​ເລີນ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ​ ໃນ​ຂະ​ນະ​ທີ່​ຍີ່​ປຸ່ນ​ເຂົ້າ​ຮັບ​ຕຳ​ແໜ່ງ​ປະ​ທານ​ວຽນ​ຂອງ​ກຸ່ມ​ດັ່ງ​ກ່າວ.

ຖະ​ແຫຼງ​ການ​ຈາກ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ​ຣູ​ໂດ ກ່າວ​ວ່າ ຜູ້​ນຳ​ທັງ​ສອງ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບູ​ລິ​ມະ​ສິດ​ຂອງ​ຍີ່​ປຸ່ນໃນ​ການ​ເປັນ​ປະ​ທານ​ວຽນ​ຂອງ​ກຸ່ມ​ຈີ 7 ຕະ​ຫຼອດ​ທັງ​ການ​ເສີມ​ຂະ​ຫຍາຍ​ ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ຄ້າ ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ທ່ານ​ກິ​ຊິ​ດະ ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງອອ​ຕ​ຕາ​ວາ​ຂອງ​ກາ​ນາ​ດາ ຫຼັງ​ຈາກ​ໄດ້​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ລອນດອນ ບ່ອນ​ທີ່​ທ່ານ​ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ຣິ​ສ​ຊີ ຊູ​ນາກ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ ປ້ອງ​ກັນ​ປະ​ເທດ ຊຶ່ງ​ຈະ​ອຳ​ນວຍ​ໃຫ້​ປະ​ເທດ​ທັງ​ສອງສົ່ງ​ກຳ​ລັງ​ທະ​ຫານ​ໄປ​ປະ​ຈຳ​ການ​ຢູ່​ໃນ​ດິນ​ແດນ​ຂອງ​ກັນ​ແລະ​ກັນ​ໄດ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ຫຼ້າ​ສຸດ​ໃນ​ການ​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ.

ນອກນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຍັງ​ມີ​ກຳ​ນົດ​ທີ່​ຈະ​ເດີນ​ທາງ​ມາ​ວໍ​ຊິງ​ຕັນ​ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ວັນ​ສຸກມື້ີ້ນີ້ ຢູ່​ທີ່​ທຳ​ນຽບ​ຂາວ.

ກ່ອນ​ໜ້າ​ການ​ພົບ​ປະ​ກັນ​ ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດແລະການ​ຕ່າງ​ປະເທດ​ຂອງ​ຍີ່​ປຸ່ນໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ສະ​ຫະ​ລັດ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ບ່ອນ​ທີ່​ພວກ​ທ່ານ​ໄດ້​ປະ​ກາດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເພີ້ມ​ທະ​ວີ​ການ​ຮ່ວມ​ມືໃນດ້າ​ນ​ຄວາມ​ໝັ້ນ​ຄົງ ທ່າມ​ກາງ​ທີ່​ພວມ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຮ່ວມ​ກັນ​ ກ່ຽວ​ກັບ​ຈີນ.

ໃນ​ຖະ​ແຫຼງ​ການ​ຮ່ວມ​ເມື່ອ​ວັນ​ພຸດ​ຜ່ານ​ມາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ຕົບ​ມື​ຊົມ​ເຊີຍ​ກ່ຽວ​ກັບ​ການ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ຍີ່​ປຸ່ນ ທີ່​ຈະ​ເພີ້ມ​ການ​ໃຊ້​ຈ່າຍ​ທາງ​ດ້ານ​ທະ​ຫານ​ຂຶ້ນ​ເປັນ​ສອງ​ເທົ່າພາຍ​ໃນ​ປີ 2027 ຊຶ່ງ​ທ່ານ​ກ່າວ​ວ່າ ຍຸດ​ທະ​ສາດ​ໃໝ່​ຂອງ​ຍີ່​ປຸ່ນ ການ​ລະ​ບຸ​ບັນ​ຫາ​ທ້າ​ທາຍ​ຕ່າງໆ ແລະ​ການ​ວາງ​ແຜນ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້​ແບບ​ໃດ ແມ່ນ​ໃກ້​ຊິດ​ຫຼາຍ​ຂຶ້ນ​ກັບ​ຍຸດ​ທະ​ສາດ​ຂອງ​ສະ​ຫະ​ລັດ.

ທ່ານບ​ລິງ​ເກັນ​ຍັງ​ໄດ້​ປະກາດໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ກິ​ຊິ​ດະໃນ​ວັນ​ສຸກມື້ນີ້​ວ່າ ທ່ານ​ຈະ​ລົງ​ນາມ​ ໃນ​ຂໍ້​ຕົກ​ລົງການ​ຮ່ວມ​ມື ​ທາງ​ດ້ານ​ອະ​ວະ​ກາດ ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຍີ່​ປຸ່ນ. ທ່ານ​ກ່າວ​ວ່າ ຂໍ້​ຕົກ​ລົງ​ນີ້ “ແມ່ນ​ໄດ້​ມີ​ການ​ດຳ​ເນີນ​ງານ​ແລະ​ມາ​ນຶ່ງ​ທົດ​ສະ​ວັດ​ແລ້ວ ແລະ​ໄດ້​ກວມ​ເອົາ​ທຸກ​ສິ່ງ​ຢ່າງ ນັບ​ຕັ້ງ​ແຕ່​ການ​ຄົ້ນ​ຄວ້າ​ຮ່ວມ​ກັນ ຕະ​ຫຼອດ​ເຖິງ​ສົ່ງ​ແມ່​ຍິງ​ຄົນ​ທຳ​ອິດ ແລະ​ບຸກ​ຄົນ​ຜິວ​ດຳ​ຜູ້​ທຳ​ອິດ​ໄປ​ຍັງ​ດວງ​ຈັນ.”

ສ່ວນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ອີກ​ຮອບ​ນຶ່ງ ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຢາ​ຊູ​ກາ​ຊຸ ຮາ​ມາ​ດະ ໃນ​ວັນ​ພະ​ຫັດ ທີ່​ນຳ​ນຽບ​ຫ້າ​ແຈ ແລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ສະ​ບັບ​ໃໝ່.

ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຢ້ຽມ​ຢາມ​ກຸ່ມ​ຈີ 7 ນັ້ນ ທ່ານ​ກິ​ຊິ​ດະ​ຍັງ​ໄດ້​ຢຸດ​ແວ່​ທີ່​ປະ​ເທດ​ຝ​ຣ່ງ​ແລະ​ອີ​ຕາ​ລີ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG