ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນ ເລີ່ມສ້າງ ຖານທັບ ອາກາດ ສະຫະລັດ ແຫ່ງໃໝ່ ໃນເກາະ ໂອກິນາວະ


ຜູ້ປົກຄອງເກາະ ໂອກິນາວະ ທ່ານ Takeshi Onaga, 7 ສິງຫາ, 2015.
ຜູ້ປົກຄອງເກາະ ໂອກິນາວະ ທ່ານ Takeshi Onaga, 7 ສິງຫາ, 2015.

ວຽກ​ງານ​ໄດ້ເລີ່​ມຕົ້ນ​ຄືນ​ໃໝ່​ໃນວັນ​ພະຫັ​ດມື້​ນີ້​ທີ່​ຖານ​ທັບ​ອາກາດ​ໃໝ່ ຂອງ ສະຫະລັດ ​ໃນ​ເກາະ​ ​ໂອ​ກິ​ນາ​ວະ ຢູ່​ທາງ​ພາກ​ໃຕ້​ຂອງ ຍີ່ປຸ່ນ, ​ເປັນ​ການສະ​ເຫຼີ​ມສະຫຼອງ​ໄຊຊະນະ​ສຳລັບ​ລັດຖະບານ​ກາງ​ໃນ​ໂຕ​ກຽວ ​ກ່ຽວ​ກັບ​ຄວາມ​ພະຍາຍາມ​ທີ່​ຢາກກີດ​ກັ້ນ​ການ​ຍ້າຍ​ຖານ​ທັບ​ອາກາດທີ່​ເປັນ​ບັນຫາ​ ​ໂດຍເຈົ້າ​ຄອງ​ເກາະ​ດັ່ງກ່າວ​.

ບັນດາ​ຜູ້​ປະ​ທ້ວງ​ທີ່​ບໍ່ພໍ​ໃຈ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ສະຖານ​ທີ່​ກໍ່​ສ້າງ​ເທິງ​ອ່າວ Henoko ​ໃນ​ຂະນະ​ທີ່​ກຳ​ມະ​ກອນ​ຫຼາຍ​ຄົນ​ໄດ້​ເດີນທາ​ງ​ໄປ​ຮອດ​ພ້ອມ​ກັບ​ອຸປະກອນ​ເຄື່ອນ​ຍ້າຍ​ດິນ, ນັກ​ປະ​ທ້ວງ​ຫຼາຍ​ຄົນ​ໄດ້​ພາກັນ​ນັ່ງ​ຢູ່​ເທິງ​ຫົນທາງ ​ແລະ ກີດ​ກັ້ນ​ທາງ​ເຂົ້າ.

ການ​ກໍ່ສ້າງໄດ້​ຢຸດ​ຊະງັກ​ຕັ້ງ​ແຕ່​ເດືອນ ສິງຫາ ທີ່​ຜ່ານ​ມາ ​ເມື່ອ​ ໂຕ​ກຽວ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ ​ເຈົ້າ​ຄອງເກາະ ​ໂອ​ກິ​ນາ​ວະ ທ່ານ Takeshi Onaga ໂດຍເພັ່ງ​ເລັງ​ໃສ່​ເພື່ອ​ໃຫ້ບັນລຸ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກ່ຽວ​ກັບ ​ທີ່​ຕັ້ງ​ໃໝ່ຂອງຖານ​ທັບ​ອາກາດ Futenma ຂອງ​ທະຫານ​ນາວິທະ​ໂຍທິນ ສະຫະລັດ. ຫຼັງ​ຈາກ​ການ​ເຈລະ​ຈາ​ບໍ່ປະສົບ​ຄວາມ​ສຳ​ເລັດ, ທ່ານ Onaga ​ໄດ້​ຍົກ​ເລີກໃບ​ອະນຸຍາ​ດຕົ້ນ​ສະບັບ​ສຳ​ລັບ​ຖານ​ທັບ​ໃໝ່ ​ທີ່​ໄດ້​ອອກ​ໃຫ້ໂດຍ​ຜູ້​ທີ່​ດຳລົງ​ຕຳ​ແໜ່​ງຄົນ​ກ່ອນ. ກະຊວງປ້ອງ​ກັນ​ປະ​ເທດ​ໄດ້​ຂໍ​ອຸທອນ​ຕໍ່​ການ​ຍົກ​ເລີກຂອງ​ທ່ານ Onaga ຕໍ່​ລັດຖະມົນ​ຕີ​ທີ່​ດິນ ທ່ານ Keiichi Ishii, ຜູ້​ທີ່​ໄດ້​ເຮັດ​ໃຫ້ການ​ຕັດສິນ​ໃຈ​ຂອງ​ທ່ານ Onaga ​ເປັນ​ໂມຄະ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ.

ລັດຖະບານ ​ໂອ​ກິ​ນາ​ວະ ​ໄດ້​ວາງແຜນ​ທີ່​ຈະ​ຮ່າງ​ຄຳ​ຮ້ອງທຸ​ກກັບ​ຄະນະ​ກຳມະການ​ໄກ່​ເກ່ຍ ທີ່​ຮັບ​ຟັງ​ການ​ຂັດແຍ້​ງ ລະຫວ່າງ ລັດຖະບານ​ໃນ​ທ້ອງ​ຖິ່ນ​ກັບ ​ໂຕກ​ຽວ.

ທ່ານ Onaga ກ່າວ​ວ່າ ນີ້​ແມ່ນ​ການ​ກົດ​ຂີ່​ໂດຍ​ລັດຖະບານ, ​ແລະ ມັນກໍ​ໜ້າ​ເສຍ​ໃຈ​ຫຼາຍ ທີ່​ລັດຖະບານ​ບໍ່​ມີ​ບ່ອນ​ວ່າງ​ທີ່​ຈະ​ຄິດກ່ຽວ​ກັບ ສະຖານະ​ການ​ຂອງພວກ​ເຮົາ, ມັນ​ຮູ້ສຶກ​ຄື​ວ່າ​ພວກ​ເຂົາ​ເຈົ້າ​ທຳ​ການ​ກໍ່ກວນ. ພວກ​ເຮົາ​ຈະ​ຕໍ່​ລອງ​ຢ່າງເດັດດ່ຽວ​ກັບ​ການ​ດຳ​ເນີນ​ໄປ​ຂ້າງ​ໜ້າ​ຂອງ​ພວກ​ເຂົາ​ເຈົ້າ.

Japan US Military Base
please wait

No media source currently available

0:00 0:01:27 0:00

XS
SM
MD
LG