ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດແຜ່ນດິນໄຫວ ແຮງ 7.3 ຣິກເຕີ້ ນອກຝັ່ງທະເລ ຍີ່ປຸ່ນ


ຊາວຍີ່ປຸ່ນ ທີ່ຖືກຍົກຍ້າຍມາຢູ່ໂຮງມັດທະຍົມຕົ້ນແຫ່ງນຶ່ງ ລຸນຫຼັງທີ່ໄດ້ມີການເຕືອນໄພສຸນາມິ ຫຼັງຈາກໄດ້ເກີດແຜ່ນດິນໄຫວ ທີ່ມີຄວາມແຮງ 7.3 ຣິກເຕີ້ ພວມພາກັນ ຟັງຂ່າວໂທລະພາບ (7 ທັນວາ 2012)
ຊາວຍີ່ປຸ່ນ ທີ່ຖືກຍົກຍ້າຍມາຢູ່ໂຮງມັດທະຍົມຕົ້ນແຫ່ງນຶ່ງ ລຸນຫຼັງທີ່ໄດ້ມີການເຕືອນໄພສຸນາມິ ຫຼັງຈາກໄດ້ເກີດແຜ່ນດິນໄຫວ ທີ່ມີຄວາມແຮງ 7.3 ຣິກເຕີ້ ພວມພາກັນ ຟັງຂ່າວໂທລະພາບ (7 ທັນວາ 2012)
ເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ຄື້ນຟອງສຸນາມິສູງເຖິງນຶ່ງແມັດ ໄດ້ພັດ
ເຂົ້າຖະຫຼົ່ມແຄມຝັ່ງທະເລ ໃນພາກຕາເວັນອອກສຽງເໜືອຂອງ
ປະເທດ ຫລັງຈາກແຜ່ນດິນໄຫວຂະໜາດແຮງ ໄດ້ສ້າງຄວາມ
ສັ່ນສະເທືອນໃຫ້ແກ່ຂົງເຂດດັ່ງກ່າວ.

ກົມອຸຕຸນິຍົມຂອງຍີ່ປຸ່ນ ກ່າວວ່າ ຄື້ນຟອງໃຫຍ່ດັ່ງກ່າວນີ້ ໄດ້ມີ
ການຈົດບັນທຶກຢູ່ໃນເຂດ Ishinomaki ເມືອງ Miyagi ບ່ອນ
ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກຈາກໄພແຜ່ນດິນໄຫວແລະ
ສຸນາມິໃນເດືອນມີນາ ປີ 2011 ນັ້ນ.

ຍັງບໍ່ທັນມີລາຍງານ ກ່ຽວກັບຄວາມເສຍຫາຍໃນທັນທີ ຫລັງ
ຈາກໄດ້ເກີດແຜ່ນດິນໄຫວ ທີ່ມີຄວາມແຮງແທກໄດ້ 7.3 ຣິກ
ເຕີ້.

ອົງການອອກອາກາດແຫ່ງຊາດ NHK ໄດ້ລົບກວນລາຍການຕາມປົກກະຕິເພື່ອລາຍງານ ກ່ຽວກັບແຜ່ນດິນໄຫວ ແລະໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກ ໃຫ້ປະຊາຊົນພາກັນຍ້າຍໜີໄປ ຢູ່ບ່ອນທີ່ມີດິນສູງ.

ແຜ່ນດິນໄຫວທີ່ມີຄວາມແຮງ 9.0 ຣິກເຕີ້ໃນປີກາຍນີ້ ເຮັດໃຫ້ມີຜູ້ເສຍຊີວິດຫລືຫາຍສາບ ສູນປະມານ 20,000 ຄົນ ແລະໄດ້ເຮັດໃຫ້ໂຮງໄຟ ຟ້ານິວເຄລຍ Fukushima ນໍ້າເບີນຶ່ງ ລະລາຍ ໃນໄພພິບັດດ້ານນິວເຄລຍທີ່ຮ້າຍແຮງສຸດ ນັບຕັ້ງແຕ່ໄດ້ເກີດ ໄພພິບັດດ້ານນິວ ເຄລຍຢູ່ທີ່ Chenobyl ໃນສະຫະພາບໂຊວຽດ ເມື່ອປີ 1986.
XS
SM
MD
LG