ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ຮຽກຮ້ອງ
ໃຫ້ປະຊາຊົນຍົກຍ້າຍອອກໜີຢ່າງນ້ອຍໃນລັດສະໝີ 20
ກິໂລແມັດ ຈາກໂຮງໄຟຟ້ານິວເຄລຍບ່ອນທີ່ໄດ້ເກີດເຫດ
ລະເບີດໃນວັນເສົາມື້ນີ້.
ທ່ານ Kan ກ່າວວ່າບຸລິມມະສິດນໍ້າເບີນຶ່ງກໍຄືຄວາມປອດ
ໄພຂອງປະຊາຊົນໃນບໍເວນອ້ອມແອ້ມໂຮງໄຟຟ້າ Fuku-
shima. ທ່ານກ່າວວ່າ ຂໍ້ມູນເພີ່ມຕື່ມ ກ່ຽວກັບສະຖານະ
ການຈະມີການແຈ້ງໃຫ້ຊາບຕື່ມອີກໃນວັນເສົາມື້ນີ້.
ທ່ານ Kan ໃຫ້ຄວາມເຫັນດັ່ງກ່າວ ນຶ່ງມື້ຫຼັງຈາກໄດ້ເກີດ
ແຜ່ນດິນໄຫວຂະໜາດແຮງ 8.9 ທີ່ພາໃຫ້ເກີດຟອງຍັກສຸນາມິທີ່ໄດ້ສ້າງຄວາມເສັຍຫາຍ
ໃຫ້ແກ່ບາງເຂດໃນປະເທດຍີ່ປຸ່ນນັ້ນ. ທ່ານກ່າວວ່າຍີ່ປຸ່ນ ໄດ້ປະເຊີນກັບໄພພິບັດແບບທີ່
ບໍ່ເຄີຍພົບເຫັນມາກ່ອນ.
ທີ່ໂຮງໄຟຟ້ານິວເຄລຍ Fukushima ໄດ້ມີການແນມເຫັນຄວັນ ພຸ່ງອອກມາຈາກຕຶກອາ
ຄານບ່ອນຢູ່ຂອງເຕົາແຍກນິວເຄລຍ. ສື່ມວນຊົນຍີ່ປຸ່ນເວົ້າວ່າລະດັບກຳມັນຕະພາບລັງສີ
ໄດ້ສູງຂຶ້ນຫຼັງຈາກເກີດເຫດລະເບີດ.
ອົງການພະລັງງານປະລະມະນູສາກົນກ່າວວ່າ ຕົນຢາກໄດ້ຂໍ້ມູນເພີ່ມຕື່ມກ່ຽວກັບສະຖາ
ນະການດັ່ງກ່າວ. ກ່ອນເກີດເຫດລະເບີດນັ້ນ ພວກເຈົ້າໜ້າທີ່ເວົ້າວ່າ ໄດ້ມີການພົບເຫັນ
ວັດຖຸທີ່ມີກຳມັນຕະພາບລັງສີຢູ່ນອກນຶ່ງໃນບັນດາເຕົາແຍກນິວເຄລຍຂອງໂຮງໄຟຟ້າດັ່ງ
ກ່າວຊຶ່ງໃນເວລານີ້ໄດ້ສູນເສຍກຳລັງແລະຄວາມສາມາດໃນການເຮັດໃຫ້ເຢັນໂຕລົງໄດ້.
ນາຍົກລັດຖະມົນຕີ Naoto Kan ກ່າວວ່າໄດ້ມີການສົ່ງທະຫານ 50,000 ຄົນໄປສົມທົບ
ການປະຕິບັດງານກູ້ໄພແລະດຳເນີນຄວາມພະຍາຍາມເພື່ອຟື້ນໂຕຄືນໃນທົ່ວປະເທດ.
ສື່ມວນຊົນຂອງຍີ່ປຸ່ນລາຍງານວ່າ ມີຫຼາຍກວ່າ 1,300 ຄົນເສຍຊີວິດຫຼືບໍ່ກໍຫາຍສາບສູນ. ອົງການຂ່າວກຽວໂດເວົ້າວ່າ ລົດໄຟ 4 ຂະບວນ ທີ່ພວມຢູ່ໃນລະຫວ່າງການເດີນທາງໄປ
ມາຢູ່ໃນເຂດແຄມຝັ່ງທະເລເວລາຟອງຍັກສຸນາມິຖະຫຼົ່ມນັ້ນ ຍັງຫາຍສາບສູນ.
ຫຼາຍໆບ້ານໄດ້ຖືກຟອງຍັກ ທີ່ສູງເຖິງ 10 ແມັດ ທີ່ມີທັງລົດ ຕຶກອາຄານ ແລະຊາກຫັກ
ພັງຕ່າງໆ ພັດສຸເລິກເຂົ້າໄປໃນບໍລິເວນແຄມຝັ່ງທະເລຫຼາຍໆຫຼັກກິໂລແມັດ. ເຫດແຜ່ນ
ດິນໄຫວແລະຟອງຍັກສຸນາມິ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ທາງຫຼວງຮາຍເວ ແລະໂຄງ
ລ່າງພື້ນຖານອື່ນໆຊຶ່ງເປັນອຸບປະສັກຂັດຂວາງຕໍ່ການປະຕິບັດງານກູ້ໄຟເພື່ອຊອຄົ້ນຫາ
ຜູ້ຄົນທີ່ຍັງຕົກຄ້າງຢູ່ຕາມຫຼັງຄາເຮືອນແລະໃນເຂດທີ່ໄດ້ຮັບຜົນກະທົບ.
ບໍລິສັດໄຟຟ້າ Tepco ຂອງຍີ່ປຸ່ນ ໄດ້ເຕືອນກ່ຽວກັບການໂຈະ ການໃຫ້ບໍລິການໄຟຟ້າ
ຂະໜາດໃຫຍ່ໃນໄລຍະສອງສາມມື້ຂ້າງໜ້ານີ້ຢູ່ໃນບໍລິເວນສ່ວນໃຫຍ່ຂອງປະເທດ.
ເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ໄດ້ມີການພົບເຫັນສົບຄົນຕາຍ ໃນລະຫວ່າງ 200 ຫາ 300 ສົບ
ທີ່ເມືອງ Sendai ຊຶ່ງເປັນຫົວເມືອງ ທີ່ໃກ້ທີ່ສຸດ ກັບບ່ອນທີ່ເກີດແຜ່ນດິນໄຫວ ທີ່ມີຄວາມ ແຮງສຸດເປັນປະວັດການຢູ່ໃນປະເທດຍີ່ປຸ່ນແລະເປັນອັນດັບ 5 ຂອງໂລກ ໃນໄລຍະນຶ່ງສັດ
ຕະວັດກວ່າໆຜ່ານມານີ້. ເຈົ້າໜ້າທີ່ເວົ້າວ່າ ມີ 700 ຄົນຫາຍສາບສູນແລະ 1,000 ຄົນໄດ້
ຮັບບາດເຈັບ.