ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາດເກີດໄພພິບັດ ໃນໂຮງໄຟຟ້ານິວເຄລຍ ແຫ່ງທີສອງຂອງຍີ່ປຸ່ນ (ເບິ່ງຮູບສະລາຍດ໌)


ໂຮງໄຟຟ້ານິນເຄລຍ ລະເບີດທີ່ຍີ່ປຸ່ນ ວັນທີ 12 ມີນາ 2011
ໂຮງໄຟຟ້ານິນເຄລຍ ລະເບີດທີ່ຍີ່ປຸ່ນ ວັນທີ 12 ມີນາ 2011

ທາງ​ການ​ຍີ່ປຸ່ນ​ກໍາລັງ​ຕໍ່ສູ້ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ໄພພິບັດ​ໃນ​
ໂຮງ​ໄຟຟ້າ​ນິວ​ເຄລຍ​ແຫ່ງ​ທີ​ສອງ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ
ຈາກ​ໄພ​ແຜ່ນດິນ​ໄຫວ​ທີ່ມີ​ຄວາມ​ແຮງ 8.9 Richterໃນວັນ
ສຸກ​ຜ່ານ​ມາ​ນີ້.

ໂຄສົກ​ລັດຖະບານ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ແລ່ນ​
ໂຮງໄຟຟ້າ​ກໍາລັງ​ພາກັນ​ສີດ​ນໍ້າ​ເຂົ້າ​ໃສ່​ເຄື່ອງ​ປະ​ຕິກອນ​ໄຟ
ຟ້າໝາຍ​ເລກ 3 ທີ່​ເມືອງ Fukushima ໃນ​ຂະນະ​ດຽວ​ກັນ​
ກໍ​ຄ່ອຍໆ​ປ່ອຍ​ອາຍ​ນໍ້າ​ທີ່​ມີລັງສີ​ປະລະມະ​ນູ​ໃນ​ລະດັບ​ຕໍ່າໆ​ອອກ​ມາ ໃນ​ຄວາມ​ພະຍາຍາມ​ເພື່ອ​ຫລີກ​ລ່ຽງ ບໍ່​ໃຫ້​ເກີດ​ການ​ລະລາຍຂອງ​ເຕົາ​ແຍກ​ນິວ​ເຄລຍ.

ນອກ​ນັ້ນ ​ທາງ​ການ​ຍັງ​ປໍ້າ​ນໍ້າ​ທະ​ເລ​ເຂົ້າ​ໃສ່​ໂຮງ​ໄຟຟ້າ​ນີວ​ເຄລຍ​ໝາຍ​ເລກ​ສອງ​ເຊ່ນ​ກັນ. ຝາ​ອ້ອມ​ໂຮງ​ໄຟຟ້າ​ແຫ່ງ​ນີ້​ໄດ້​ຖືກ​ທໍາລາຍ ​ເວລາ​ໂຮງໄຟຟ້າ​ລະ​ເບີດ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ​ແຕ່​ໂຄງ​ສ້າງ​ຂອງ​ອາຄານ​ ​ຍັງ​ດີ​ຢູ່.

ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ​ໂຄ​ສົກລັດຖະບານ​ຍີ່ປຸ່ນ​ທ່ານ​ນຶ່ງ​ກ່າວ​ວ່າ ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ຢູ່​ນອກ​ໂຮງ​ໄຟຟ້າ​ ໄດ້​ເພີ່ມ​ຂຶ້ນ​ເປັນ​ເວລາ​ສັ້ນໆ ສູງ​ເຖິງ 2 ເທົ່າ​ຂອງກໍານົດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຍີ່ປຸ່ນ. ກ່ອນ​ໜ້າ​ນັ້ນ ທາງ​ການ​ຂອງ​ຍີ່ປຸ່ນ​ໄດ້ບອກ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 2 ​ແສນ​ຄົນ​ໃຫ້​ອົບ​ພະຍົບອອກ​ຈາກ​ຂົງ​ເຂດ​ດັ່ງກ່າວ​. ທາງ​ການ​ກ່າວ​ວ່າ ຢ່າງ​ນ້ອຍ​ມີຜູ້​ຄົນ 19 ຄົນ​ແລ້ວ​ ໄດ້​ຖືກ​ເຜີຍ​ແບ​ໃສ່​ກໍາ​ມັນ​ຕະພາບ​ລົງ​ສີ ​ແລະ​ອາດ​ມີຫລາຍ​ກວ່າ 160 ຄົນ​ ທີ່​ໄດ້​ຖືກ​ກໍາ​ມັນ​ຕະພາບ​ລັງສີ​ໄປ​ແລ້ວ.

ພວກ​ນັກ​ຂ່າວ​ວິ​ໂອ​ເອທີ່ຢູ່​ໃກ້​ກັບ​ໂຮງ​ໄຟຟ້າ​ນີວ​ເຄລຍກ່າວ​ວ່າ ການ​ສັ່ນສະ​ເທືອ​ນຂອງ​ແຜ່ນ ດິນໄຫວ​ຍັງ​ສືບ​ຕໍ່​ມີ​ຢູ່​ຕໍ່​ມາ​ໃນ​ບໍລິ​ເວນ​ນັ້ນ.

ສະ​ພາວະ​ສຸກ​ເສີນ​ທີ່​ໂຮງ​ໄຟຟ້າ​ນີວ​ເຄລຍ​ ໄດ້ເພິ່ມຄວາມ​ວິຕົກ​ຮ້ອນ​ໃຈ​ໃຫ້ແກ່ພວກ​ພະນັກ ງານ​ຊ່ອຍ​ກູ້​ໄພທີ່ກໍາລັງ​ຕໍ່ສູ້​ເພື່ອໃຫ້ເຂົ້າໄປ​ເຖິງ​ພວກ​ທີ່​ອາດ​ຍັງລອດ​ຊີວິດ​ມາ​ໄດ້ ຈາກໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸ​ນາ​ມິ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້ແກ່​ຂົງ​ເຂດ​ທີ່​ກວ້າງ​ໃຫຍ່​ ໃນ​ພາກ​ຕາ​ເວ​ນັອອກສຽງ​ເໜືອ​ຂອງ​ປະ​ເທດ. ​ເວລາ​ນີ້ ມີທະຫານ​ຍີ່ປຸ່ນ​ຈໍານວນ 1 ​ແສນ​ຄົນ​ ກໍາ​ລັງພົວພັນ​ໃນ​ຄວາມພະຍາຍາມຊ່ອຍບັນ​ເທົາ​ທຸກ.

ໃນ​ຂະນະ​ດຽວ​ກັນ ​ພວກ​ຕໍາຫລວດ​ໃນເຂດ​ແຂວງ Miyagi ທີ່ໄດ້​ຮັບ​ການເສຍ​ຫາຍຢ່າງ​ໜັກ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ກ່າວ​ວ່າຈໍານວນ​ຜູ້​ເສຍ​ຊີວິ​ຢູ່​ທີ່​ນັ້ນ​ສາມາດມີ​ກາຍ 10 ພັນ​ຄົນ​ໄດ້. ອົງ​ການ​ຂ່າວ Kyodo ​ໃຫ້​ໂຕ​ເລກໃນ​ວັນ​ອາທິດ​ມື້​ນີ້​ຂອງ​ຈໍານວນ​ຜູ້ເສຍ​ຊີວິດ ຫລື​
ກໍາລັງ​ຫາຍ​ສາບ​ສູນ​ໄປ ​ໃນ​ທົ່ວ​ປະ​ເທດ​ມາ​ຮອດ​ປັດຈຸບັນ​ນີ້ ວ່າ​ ມີ​ຢູ່ 2 ພັນ​ຄົນ. ຕໍາຫລວດ​ກ່າວ​ວ່າ ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 215 ພັນ​ຄົນ ຖືກ​ບັງຄັບ​ໃຫ່້ໄປ​ຊອກຫາ​ບ່ອນ​ພັກ​ພາສຸກ​ເສີນ.

XS
SM
MD
LG