ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະດັບກໍາມັນຕະພາບລັງສີ ເຖິງຂີດອັນຕະລາຍຢູ່ຍີ່ປຸ່ນ (ເບິ່ງຮູບສະລາຍດ໌)


ລະດັບກໍາມັນຕະພາບລັງສີ ເພີ່ມຂຶ້ນເຖິງຂີດອັນຕະລາຍ ໃນເຂດອ້ອມແອ້ມໂຮງໄຟຟ້ານີວເຄລຍ ໃນພາກເໜືອຂອງຍີ່ປຸ່ນ,
ວັນທີ 15 ມີນາ 2011
ລະດັບກໍາມັນຕະພາບລັງສີ ເພີ່ມຂຶ້ນເຖິງຂີດອັນຕະລາຍ ໃນເຂດອ້ອມແອ້ມໂຮງໄຟຟ້ານີວເຄລຍ ໃນພາກເໜືອຂອງຍີ່ປຸ່ນ, ວັນທີ 15 ມີນາ 2011

ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ​ກ່າວ​ວ່າ ລະດັບ​ຂອງ​ກໍາ​ມັນ​ຕະພາບ​
ລັງສີ​ໄດ້​ເຖິງ​ຂີດ​ທີ່​ເປັນ​ອັນຕະລາຍ​ແລ້ວ​ ໃນ​ເຂດ​ອ້ອມ​ແອ້ມ​
ໂຮງ​ໄຟຟ້າ​ນີວ​ເຄລຍທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ແຜ່ນ
ດິນ​ໄຫວ ຫລັງ​ຈາກ​ເກີ​ດ​ໄຟໄໝ້​ຂຶ້ນ​ໃນ​ໜອງ​ເກັບມ້ຽນທ່ອນ
ເຊື້ອ​ໄຟ​ນີວ​ເຄລຍທີ່ໃຊ້​ແລ້ວ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ອອກ​ອາກາດ​ທາງ​ໂທລະພາບ
ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ອັງຄານ​ມື້​ນີ້ ນາຍົກລັດຖະມົນຕີ
Naoto Kan ກ່າວ​ວ່າ​ລະດັບ​ຂອງ​ກໍາ​ມັນ​ຕະພາບ​ລັງສີ​ແມ່ນ
ສູງ​ຫລາຍ ​ແລະ​ວ່າ​ມີ​ຄວາມ​ສ່ຽງ​ຫລາຍທີ່ກໍາ​ມັນ​ຕະພາບ
ລັງສີ​ຈະ​ຮົ່ວ​ໄຫລ​ອອກ​ມາ​ຕື່ມ​ອີກ. ປະຊາຊົນ​ຄົນ​ໃດ​ກໍ​ຕາມ​ທີ່​
ອາ​ໄສ​ຢູ່​ໃນ​ເຂດ​ອ້ອມ​ແອ້ມ​ຂອງ​ໂຮງ​ໄຟຟ້າ​ນີວ​ເຄລຍ
Fukushima ທີ່​ປະສົບ​ກັບ​ບັນຫາ​ນັ້ນ​ພາຍ​ໃນວົງ​ລັດ​ສະ​ໜີ
30 ຫລັກກິໂລ​ແມັດ​ໃຫ້​ພາກັນ​ຢູ່​ໃນ​ບ້ານ​ເຮືອນ.

ໄດ້​ມີ​ການກວດ​ພົບ​ກໍາ​ມັນ​ຕະພາບ​ລັງສີ​ເພີ່ມຂຶ້ນໃນ​ໄລຍະ​ໄກ​ໄປ​ຮອດ​ກຸງ​ໂຕ​ກຽວ ຊຶ່ງ​ຢູ່​ໄກ​
ຈາກ​ໂຮງ​ໄຟຟ້າ​ດັ່ງກ່າວ​ໄປ​ທາງ​ທິດ​ໃຕ້​ປະມານ 240 ຫລັກ​ກິ​ໂລ​ແມັດ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​
ກ່າວ​ວ່າ ລະດັບ​ກໍາ​ມັນ​ຕະພາບລັງສີ​ທີ່ນັ້ນ ​ບໍ່ເປັນ​ໄພ​ຂົ່ມຂູ່​ຕໍ່​ສຸຂະພາບ​ປະຊາຊົນ.

ໃນທາງ​ທິດ​ເໜືອ​ຂຶ້ນ​ໄປ​ອີກ ພວກ​ຊ່ອຍ​ກູ້​ໄພ​ຍັງ​ກໍາລັງ​ຕໍ່ສູ້​ທໍາ​ການ​ຊອກ​ຄົ້ນ​ຕາມ​ຊາກສະ
ຫລັກ​ຫັກ​ພັງ​ທີ່​ກີດ​ກັນຖະ​ໜົນຫົນທາງ​ເພື່ອ​ເຂົ້າ​ໄປ​ຫາ​ປະຊາຊົນ​ຫລາຍ​ແສນ​ຄົນ​ທີ່ເມືອງ​
ແລະ​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າທີ່ໄດ້ຖືກ​ທໍາລາຍ​ຢ່າງ​ຮາບ​ຄາບ​ຍ້ອນໄພ​ແຜ່ນດິນໄຫວ​ທີ່​ມີ​ຄວາມ
ແຮງ 9. Richter ​ແລະ​ເກີດ​ຄື້ນ​ຟອງຍັກ​ສຸ​ນາ​ມິ​ໃນ​ເວລາ​ຕໍ່​ມາ​ນັ້ນ. ບັນດາ​ເຈົ້າໜ້າ​ທີ່​
ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້​ໄດ້​ພົບ​ຊາກ​ສົບ​ຈໍານວນ​ຫລາຍ​ກວ່າ 2400 ສົບ​ແລ້ວ ​ແລະ​
ຍັງ​ມີ​ອີກ​ຫລາຍ​ພັນ​ຄົນ​ຍັງ​ຫາຍ​ສາບ​ສູນ​ໄປ​ຢູ່.

ໄຟ​ໄໝ້​ໃນ​ວັນ​ອັງຄານ​ມື້​ນີ້ ກໍ​ໄດ້​ເປັນ​ບັນຫາໃຫຍ່​ຫລ້າ​ສຸດ​ສໍາລັບ​ພວກ​ນາຍ​ຊ່າງ​ຂອງ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ຊຶ່ງ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ຂອງລະບົບທໍາ​ຄວາມ​ເຢັນ​ຫລັງ​ຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸ​ນາ​ມິ​ແລ້ວ. ​ເຄື່ອງ​ປັ່ນ​ໄຟຟ້າ​ອີກ 3 ໜ່ວຍໄດ້​ປະສົບ​ກັບ​ການລະ​ເບີດ​ຂຶ້ນ​ແລ້ວ ຊຶ່ງ​ໄດ້​ທໍາລາຍ​ຂ້າງ​ນອກ​ຂອງ​ຕຶກ​ ທີ່​ບັນຈຸເຄື່ອງ​ປັ່ນ​ໄຟຟ້າ​ເຫລົ່າ​ນັ້ນ ຊຶ່ງ​ຫຼ້າສຸດແມ່ນ​ເກີດ​ຂຶ້ນ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້.

ອົງການ​ຄວບ​ຄຸມພະ​ລັງ​ປະລະມະ​ນູສາ​ກົນ ຫລື IAEA ກ່າວ​ວ່າ ຕົນ​ໄດ້​ຮັບ​ຊາບ​ຈາກ​ທາງ​ການ​ຍີ່ປຸ່ນ​ວ່າ ​ໄຟ​ໄໝ້​ເກີດ​ຂຶ້ນ​ທີ່ີໜອງ​ເກັບ​ມ້ຽນທ່ອນເຊື້ອ​ເພິ​ງນີວ​ເຄລຍທີ່​ໃຊ້​ແລ້ວ ​ໃນ​ເຕົາແຍກໜ່ວຍ​ທີ 4 ​ຂອງໂຮງ​ໄຟຟ້າ ​ແລະ​ວ່າ ກໍາ​ມັນ​ຕະພາບ​ລັງສີ​ໄດ້​ຮົ່ວ​ໄຫລ​ອອກ​ມາ​ສູ່​ອາ​ວະ​ກາດ​ໃນ​ອັດຕາເທົ່າ​ໆ​ກັນ​ກັບ​ກາຍສາຍແສງເອກສະເຣ (X-ray)ໜ້າເອິກ 4000 ເທື່ອ ໃນທຸກໆ​ຊົ່ວ​ໂມງ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ທີ່​ບໍ່​ຈໍາ​ເປັນ​ທັງ​ໝົດ​ໄດ້​ຖືກ​ຍົກຍ້າຍ​ອອກ​ຈາກ​ໂຮງ​ໄຟຟ້າກ່ອນ​ມອດ​ໄຟ​ໄວ້​ໄດ້​ໃນ​ເວລາ​ບໍ່​ດົນ​ກ່ອນ​ຕອນ​ທ່ຽງ​ນ້ອຍ​ນຶ່ງ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ. ​ໄດ້​ມີ​ການ​ຮັກສາ​ພວກ​ພະນັກງານ​ບໍ່​ເທົ່າ​ໃດ​ຄົນ​ໄວ້​ເພື່ອ​ໃຊ້​ປໍ້າ​ນໍ້າ​ທະ​ເລ​ເຂົ້າ​ໃສ່​ເຄື່ອງ​ປັ່ນ​ໄຟຟ້າ 3 ໜ່ວຍ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ເພື່ອ​ພະຍາຍາມ​ບໍ່​ໃຫ້​ທ່ອນເຊື້ອ​ໄຟ​ນີວ​ເຄລຍລະລາຍ ຊຶ່ງ​ສາມາດ​ສ້າງຜົນ​ສະທ້ອນ​ທີ່​ເປັນອັນຕະລາຍ​ຮ້າຍ​ແຮງ​ໄດ້​ໃນ​ພາຍຫລັງ​ນັ້ນ.

XS
SM
MD
LG