ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ເຜີຍຂໍ້ມູນ ຂາດດຸນການຄ້າ ຫລາຍທີ່ສຸດ ໃນເດືອນມັງກອນ


ການ​ຂາດ​ດຸນ​ການຄ້າ​ຂອງຍີ່ປຸ່ນເພີ້ມຂຶ້ນເປັນ 17 ພັນ 400 ​ລ້ານ​ໂດ​ລາ ​ໃນ​ເດືອນ​ມັງກອນຜ່ານມາ ຊຶ່ງ​ເປັນ​ໂຕເລກປະຈຳ​ເດືອນ​ທີ່​ຂີ້ຮ້າຍ​ສຸດ​.
ການ​ຂາດ​ດຸນ​ການຄ້າ​ຂອງຍີ່ປຸ່ນເພີ້ມຂຶ້ນເປັນ 17 ພັນ 400 ​ລ້ານ​ໂດ​ລາ ​ໃນ​ເດືອນ​ມັງກອນຜ່ານມາ ຊຶ່ງ​ເປັນ​ໂຕເລກປະຈຳ​ເດືອນ​ທີ່​ຂີ້ຮ້າຍ​ສຸດ​.
ການ​ຂາດ​ດຸນ​ການຄ້າ​ຂອງຍີ່ປຸ່ນ ​ໄດ້​ຂະຫຍາຍ​ວົງ​ກວ້າງ​ອອກ
​ເຖິງ 17 ພັນ 400 ​ລ້ານ​ໂດ​ລາ ​ໃນ​ເດືອນ​ມັງກອນ ຊຶ່ງ​ເປັນ​ໂຕ
​ເລກປະຈຳ​ເດືອນ​ທີ່​ຂີ້ຮ້າຍ​ສຸດ​ຂອງເສດຖະກິດຍີ່ປຸ່ນ ຊຶ່ງ​ໃຫຍ່​
ເປັນອັນ​ດັບ​ສາມ​ຂອງ​ໂລກ​.

ຂໍ້​ມູນທີ່ນຳ​ອອກ​ເຜີຍແຜ່​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ກະຊວງ​ການ​ເງິນ​
ຍີ່ປຸ່ນ ສະ​ແດງ​ໃຫ້​ເຫັນວ່າ ​ມີ​ການ​ຟື້ນ​ໂຕຄືນ​ແບບ​ໃຫ້​ກຳລັງ​ໃຈ ​
ໃນ​ການສົ່ງອອກ ທີ່​ເພີ້​ມຂື້ນ 6.4 ​ເປີ​ເຊັນ​ ໃນ​ເດືອນ​ແລ້ວ​ນີ້
ປຽບທຽບໃສ່ໄລຍະ​ດຽວ​ກັນ​ຂອງປີ​ກາຍ​ນີ້.

​ແຕ່​ວ່າ​ສີນ​ຄ້າຂາເຂົ້າ ​ກໍໄດ້​ເພີ້​ມຂື້ນຢ່າງ​ຫລາຍເຖິງ 7.3 ​ເປີ​ເຊັ​ນ
ໃນ​ຂະ ນະ​ທີ່ຍີ່ປຸ່ນ ຊຶ່ງ​ຂາດ​ແຄນ​ຊັບພະ​ຍາກ​ອນຕ່າງໆ​ນັ້ນ ຍັງ​ສືບເພິ່ງ​ພາ​ອາ​ໄສ​ນໍ້າມັນ ແລະແກັສ ຈາກບັນດາ​ປະ​ເທດ​ຕ່າງ​ໆ ​ເພີ້ມຂຶ້ນນັ້ນ.

ການ​ນຳ​ເຂົ້າ​ເຊື້ອ​ໄຟ​ຂອງຍີ່ປຸ່ນ​ໄດ້​ເພີ້​ມຂື້ນ​ນັບ​ຕັ້ງ​ແຕ່ເກີດ​ແຜ່ນດິນ​ໄຫວ ແລະ​ຟອງ​ຍັກ​ສຸ​ນາ​ມິໃນ​ປີ 2011 ​ທີ່​ບັງ​ຄັບ​ໃຫ້​ໂຮງ​ໄຟຟ້າ​ນິວ​ເຄລຍທັງ ​ໝົດ​ຢຸດແລ່ນນັ້ນ.

ຍິ່ງ​ເຮັດ​ໃຫ້​ສະຖານະ​ການຮ້າຍ​ລົງ​ໄປຕື່ມ​ອີກ​ນັ້ນລາຄາເຊື້ອ​ໄຟ​ທີ່​ນຳ​ເຂົ້າ​ກໍ​ໄດ້​ຖີບໂຕ​ແພງ​ຂຶ້ນ ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ ​ໃນ​ຂະນະ​ທີ່​ເງິນ ຍີ່ປຸ່ນ ອ່ອນ​ຄ່າ​ລົງ.

​ແຕ່​ແນວ​ໃດ​ກໍ​ຕາມ ບັນດາ​ນັກ​ລົງທຶນບໍ່​ຫົວຊາ​ນໍາ​ຂ່າວເສດຖະກິດ ​ໃນ​ວັນ​ພຸດ​ມື້​ນີ້ ຂະນະທີ່ຕະຫລາດຮຸ້ນ​ໃນ​ກຸງໂຕ​ກຽວ ປິດ​ລົງ .84 ​ເປີ​ເຊັນ ສູງ​ຂື້ນ​ກວ່າເກົ່າ.
XS
SM
MD
LG