ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ.ຍ ຍີ່ປຸ່ນ ສັນຍາ ຈະປົກປ້ອງ ໝູ່ເກາະ ທີ່ຂັດແຍ້ງ ກັບຈີນ


ເຮືອລາດຕະເວນຍາມຝັ່ງຂອງຍີ່ປຸ່ນເຂົ້າໄປຫາເຮືອຫາປາຈີນ (ຊ້າຍ) ຢູ່ນອກຊາຍຝັ່ງຕາເວັນອອກຂອງເກາະ Miyako, ປະມານ 200 ກິໂລແມັດ (124 ໄມລ) ໄກຈາກໝູ່ເກາະເອີ້ນວ່າ Senkaku ໂດຍກຸງໂຕກຽວ ແລະ Daioyu ໂດຍກຸງປັກກິ່ງ ໃນວັນທີ 2 ກຸມພາ 2013.
ເຮືອລາດຕະເວນຍາມຝັ່ງຂອງຍີ່ປຸ່ນເຂົ້າໄປຫາເຮືອຫາປາຈີນ (ຊ້າຍ) ຢູ່ນອກຊາຍຝັ່ງຕາເວັນອອກຂອງເກາະ Miyako, ປະມານ 200 ກິໂລແມັດ (124 ໄມລ) ໄກຈາກໝູ່ເກາະເອີ້ນວ່າ Senkaku ໂດຍກຸງໂຕກຽວ ແລະ Daioyu ໂດຍກຸງປັກກິ່ງ ໃນວັນທີ 2 ກຸມພາ 2013.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shizo Abe ໄດ້ໃຫ້ຄໍາໝັ້ນ
ສັນຍາວ່າ ຈະປົກປ້ອງໝູ່ເກາະທີ່ເປັນບັນຫາຂັດແຍ້ງກັນ
ບໍ່ໃຫ້ຖືກໂຈມຕີຈາກຈີນ ລຸນຫລັງທີ່ມີການປະເຊີນໜ້າກັນ
ທາງທະເລຫລາຍໆຄັ້ງ.

ໃນການຖະແຫຼງ ຕໍ່ກໍາລັງປ້ອງກັນຕົວຂອງຍີ່ປຸ່ນທີ່ປະຈໍາການ
ຢູ່ເກາະ Okinawa ທາງພາກໃຕ້ຂອງປະເທດໃນວັນເສົາມື້ນີ້
ທ່ານ Abe ເວົ້າວ່າ ທ່ານຈະໃຫ້ການປົກປ້ອງ ຕໍ່ແຜ່ນດິນ, ທະ
ເລ ແລະນ່ານຟ້າຂອງຍີ່ປຸ່ນ ໃຫ້ ເຖິງທີ່ສຸດ. ປະກົດວ່າ ທ່ານ
ໝາຍເຖິງໝູ່ເກາະທີ່ຢູ່ຫ່າງໄກ ທີ່ຄວບຄຸມໂດຍຍີ່ປຸ່ນ ແຕ່ມີ
ການອ້າງກໍາມະສິດໂດຍຈີນທີ່ເອີ້ນກັນວ່າໝູ່ເກາະ Senkaku
ໂດຍກຸງໂຕກຽວ ແລະ Daioyu ໂດຍກຸງປັກກິ່ງ. ຈີນມັກຈະ
ສົ່ງເຮືອສອດແນມເຂົ້າໄປໃນເຂດນ່ານນໍ້າຢູ່ໃກ້ໝູ່ເກາະດັ່ງ
ກ່າວເປັນປະຈຳ ຊຶ່ງໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ ລະຫວ່າງປະເທດທັງສອງ.

ສ່ວນໃນດ້ານການເມືອງຂອງຊາດນັ້ນ ທ່ານ Abe ໄດ້ພົບປະກັບຜູ້ປົກຄອງ ເກາະ Okinawa ທ່ານ Hirokazu Nakaima ໃນເວລາຕໍ່ມາ. ທັງສອງທ່ານ ບໍ່ສາມາດຕົກ ລົງກັນໄດ້ ກ່ຽວກັບການຍົກຍ້າຍ ຖານທັບອາກາດ Futenma ຂອງທະຫານ Marine ສະຫະລັດ ທີ່ຕັ້ງຢູ່ໃນເກາະດັ່ງກ່າວ.

ຜູ້ປົກຄອງເກາະ Okinawa ໄດ້ກ່າວຢໍ້າ ເຖິງການຮຽກຮ້ອງຂອງປະຊາຊົນໃນທ້ອງຖິ່ນວ່າ ໃຫ້ຖານທັບດັ່ງກ່າວຍ້າຍອອກໄປຈາກເກາະ Okinawa. ຖານທັບນີ້ແມ່ນຕັ້ງຢູ່ໃນເຂດ Ginowan ທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ ແລະຜູ້ອາໄສຢູ່ທີ່ນັ້ນ ຈົ່ມທຸກກ່ຽວກັບ ສຽງດັງທີ່ມາຈາກຍົນອາຍພົ່ນ ແລະ ກ່ຽວກັບຄວາມປອດໄພຂອງປະຊາຊົນທີ່ອາໄສ ຢູ່ອ້ອມແອ້ມສະຖານທີ່ດັ່ງກ່າວ. ທ່ານ Abe ກ່າວຕໍ່ທ່ານ Nakaima ວ່າ ຖານທັບ Futenma ຈະຖືກຍ້າຍ ໄປຢູ່ໃນເຂດຊາຍຝັ່ງ ທີ່ບໍ່ມີຄົນອາໄສຢູ່ຫລາຍ ແຕ່ຍັງຈະຕັ້ງຢູ່ ໃນເກາະ Okinawa ດັ່ງທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງ ທີ່ບັນລຸກັນກັບສະຫະລັດໃນປີ 2006.
XS
SM
MD
LG