ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ໄດ້ສະເໜີ
ທີ່ຈະລາອອກ ໃນໄລຍະສອງສາມເດືອນຂ້າງໜ້ານີ້ ໃນ
ການຖະແຫລງ ຫຼາຍໆຊົ່ວໂມງ ກ່ອນການລົງມະຕິບໍ່ໄວ້
ວາງໃຈໃນສະພາແຫ່ງຊາດ ທີ່ປະສົບກັບຄວາມລົ້ມແຫຼວ
ໃນການທີ່ຈະຍຸບລັດຖະບານຂອງທ່ານນັ້ນ.
ທ່ານ Kan ກ່າວຕໍ່ກອງປະຊຸມ ຂອງພັກປະຊາທິປະໄຕ
ຍີ່ປຸ່ນຂອງທ່ານ ໃນວັນພະຫັດມື້ນີ້ວ່າທ່ານຢາກຈະມອບ
ອຳນາດໃຫ້ແກ່ພວກລຸ້ນໜຸ່ມນ້ອຍ ເວລາໃດທີ່ຊ່ອງທາງ
ໃນການຮັບມື ກັບຜົນກະທົບຂອງແຜ່ນດິນໄຫວໃນວັນທີ
11 ມີນາ ມີຄວາມຈະແຈ້ງຕື່ມຂຶ້ນ.
ທ່ານ Kan ພວມຖືກກົດດັນໃຫ້ລາອອກທ່າມກາງຄວາມ
ບໍ່ພໍໃຈໃນຂອບເຂດທີ່ກວ້າງຂວາງຂອງປະຊາຊົນ ກ່ຽວ
ກັບການຮັບມືຂອງທ່ານໃນການມ້ຽນມັດ ລຸນຫຼັງທີ່ໄດ້ເກີດໄພແຜ່ນດິນໄຫວ ແລະຜົນກະທົບ ຈາກວິກິດການທີ່ໂຮງໄຟຟ້ານິວເຄລຍ Fukushima. ສະມາຊິກຂອງພັກຫຼາຍສິບຄົນໄດ້ກ່າວວ່າ ເຂົາເຈົ້າຈະເຂົ້າຮ່ວມກັບພັກຝ່າຍຄ້ານໃນການລົງມະຕິບໍ່ໄວ້ວາງໃຈລັດຖະບານ ຊຶ່ງພາໃຫ້ ພວກນັກວິເຄາະບໍ່ແນ່ໃຈວ່າ ຍັດຕິດັ່ງກ່າວຈະຜ່ານຫຼືບໍ່.
ແຕ່ວ່າໃນທີ່ສຸດແລ້ວສະມາຊິກຂອງພັກປະຊາທິປະໄຕຍີ່ປຸ່ນສ່ວນໃຫຍ່ກໍໄດ້ໃຫ້ການສະໜັບ
ສະໜຸນຕໍ່ທ່ານ Kan ແລະຍັດຕິບໍ່ໄວ້ວາງໃຈລັດຖະບານ ກໍໄດ້ຮັບການປະລາໄຊດ້ວຍຄະ
ແນນສຽງ 293 ຕໍ່ 152. ທ່ານ Kan ໄດ້ເວົ້າວ່າ ທ່ານຈະຍຸບສະພາ ແລະສັ່ງໃຫ້ມີການ
ເລືອກຕັ້ງໃໝ່ ຖ້າການລົງມະຕິຫາກຜ່ານສະພາ.