ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່າ​ນ​ກິ​ຊິ​ດະ ກ່າວ​ວ່າ ບໍ່​ມີ​ໂຕ​ເລກເປົ້າ​ໝາຍ​ ສຳ​ລັບ​ການ​ໃຊ້​ຈ່​າຍ​ດ້ານ​ປ້ອ​ງ​ກັນ​ປະ​ເທດ


 ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ​ນາ​ຍົກ​ລັດ​ຖະ​​ມົນ​ຕີີຍີ່​ປຸ່ນ ແລະ​ປະ​ທານພັກເສ​ລີ​ປະ​ຊາ​ທິ​ປະ​ໄຕ ຮ່​ວມ​ປະ​ຊຸມ​ກັບບັນ​ດາ​ຜູ້​ນຳ​ ໃນ​ນະ​ຄອນ​ຫລວງໂຕກຽວ ​ວັນ​ທີ 21 ມິ​ຖຸ​ນາ 2022
ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ​ນາ​ຍົກ​ລັດ​ຖະ​​ມົນ​ຕີີຍີ່​ປຸ່ນ ແລະ​ປະ​ທານພັກເສ​ລີ​ປະ​ຊາ​ທິ​ປະ​ໄຕ ຮ່​ວມ​ປະ​ຊຸມ​ກັບບັນ​ດາ​ຜູ້​ນຳ​ ໃນ​ນະ​ຄອນ​ຫລວງໂຕກຽວ ​ວັນ​ທີ 21 ມິ​ຖຸ​ນາ 2022

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ທີ່ໄດ້ປະກາດວ່າ ຈະເພີ້ມການໃຊ້ຈ່າຍ ໃນດ້ານປ້ອງກັນປະເທດຂອງທ່ານຢ່າງຫລວງຫລາຍ ໃນວັນອັງຄານວານນີ້ ແຕ່ບໍ່ໄດ້ເວົ້າເຖິງເປົ້າໝາຍໂຕເລກໃນການທີ່ຈະໃຊ້ຈ່າຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.

ທ່າມກາງການປະເຊີນໜ້າກັບການຮຸກຮານຂອງຣັດເຊຍຕໍ່ຢູເຄຣນແລະສະພາບ ຄວາມເຄັ່ງຕຶງ ທີ່ເພີ້ມຂຶ້ນຢູ່ໃນເອເຊຍ ຍ້ອນການທົດລອງລູກສອນໄຟຈາກເກົາຫລີເໜືອ ແລະການເອົາທ່າທີທີ່ແຂງກ້າວຂຶ້ນຂອງຈີນ ທ່ານກິຊິ ດະ ໄດ້ປະກາດທີ່ຈະເສີມຂະຫຍາຍ ພື້ນຖານດ້ານປ້ອງກັນປະເທດໃຫ້ມີການຄວາມເຂັ້ມແຂງໃນຫ້າປີຕໍ່ໜ້າ.

ບັນຫາຄາດວ່າ ຈະເພັ່ງເລັງໃສ່ຄວາມສົນໃຈຂອງສາທາລະນະຊົນກ່ອນໜ້າການເລືອກຕັ້ງ ສະພາສູງ ທີ່ມີອຳນາດບໍ່ຫຼາຍປານໃດ ຂອງຍີ່ປຸ່ນ ໃນວັນທີ 10 ກໍລະກົດ. ການໂຄສະນາຫາສຽງ ເລີ້ມໃນວັນພຸດມື້ນີ້.

ເວລາມີການຖາມ ຢູ່ການໂຕ້ວາທີຂອງຜູ້ນຳພັກການເມືອງວ່າ ຫລາຍປານໃດທີ່ທ່ານມີແຜນຈະເພີ້ມການໃຊ້ຈ່າຍໃນດ້ານປ້ອງກັນປະເທດຂອງຍີ່ປຸ່ນ ແລະພວກເຮົາຈະນຳເງິນມາຈາກໃສ ໃນການເພີ້ມຂຶ້ນດັ່ງກ່າວ ທ່ານກິຊິດະ ໄດ້ກ່າວວ່າ ບໍ່ມີຈຳນວນໂຕເລກທີ່ເປັນເປົ້າໝາຍ ແລະບັນຫາບໍ່ໄດ້ເກີດຂຶ້ນຢູ່ໃນການສົນທະນາກັບປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນເດືອນແລ້ວນີ້.

ທ່ານກິຊິດະ ກ່າວວ່າ “ພວກເຮົາບໍ່ເຄີຍກ່າວເຖິງເປົ້າໝາຍຈຳນວນໂຕເລກ ຢູ່ໃນສະໝອງຂອງພວກເຮົາ ຢູ່ທີ່ ກອງປະຊຸມສຸດຍອດ. ອັນທີ່ຂ້າພະເຈົ້າໄດ້ສະ ເໜີໄປນັ້ນແມ່ນການສ້າງຄວາມຈຳເປັນເຖິງສະມັດຕະພາບໃນ ດ້ານປ້ອງກັນປະເທດໃນຫ້າປີ ໃນຂະນະທີ່ຫລັບຕາແລະວາດພາບເບິ່ງວ່າມີຫຍັງທີ່ເກີດຂຶ້ນຢູ່ໃນບັນດາປະເທດ ອື່ນໆ.”

“ໃນຂະນະທີ່ພວກເຮົາກະກຽມວ່າມີຫຍັງ ທີ່ມີຄວາມຈຳເປັນ ມັນຈະເປັນມັນຈະກາຍມາເປັນທີ່ແຈ້ງຂາວວ່າ ງົບປະມານດ້ານປ້ອງກັນປະເທດນັ້ນ ໃຫຍ່ຫລາຍປານໃດທີ່ເຮົາຕ້ອງການ ແລະຫລັງຈາກນັ້ນ ຂຶ້ນຢູ່ກັບຂະໜາດ ຂອງງົບປະມານ ທີ່ພວກເຮົາຈະຕ້ອງໄດ້ຄິດກ່ຽວກັບວ່າ ຈະຫາເງິນມາຢ່າງໃດ.”

ການຕົກລາຄາຂອງເງິນເຢັນຫວ່າງບໍ່ເທົ່າໃດອາທິດຜ່ານມາແມ່ນຕໍ່າສຸດໃນຮອບ 20 ປີກັບເງິນໂດລາ ເຮັດໃຫ້ລາຄາສິນຄ້າເຂົ້າສູງຂຶ້ນ ຈະສ້າງຄວາມກົດດັນຕໍ່ລາຄາຈັດຊື້ຕ່າງໆ.

ເຖິງແມ່ນພັກເສລີປະຊາທິປະຊາທິປັດທີ່ປົກຄອງປະເທດຢູ່ໃນເວລານີ້ຂອງທ່ານກິຊິດະ ຄາດວ່າຈະໄດ້ຮັບຄະແນນສຽງດີໃນການເລືອກຕັ້ງກໍຕາມ ແຕ່ການຢັ່ງຫາງສຽງປະຊາຊົນຫວ່າງມໍ່ໆມານີ້ໄດ້ສະແດງໃຫ້ເຫັນວ່າ ການສະໜັບສະໜູນທ່ານກິຊິດະໄດ້ຕ່ຳກວ່າ ຍ້ອນຜູ້ປ່ອນບັດສ່ວນໃຫຍ່ບໍ່ດີໃຈເພາະວ່າລາຄາສິນຄ້າ ແພງຂຶ້ນ.

Japanese Prime Minister Fumio Kishida, who has vowed to substantially increase his nation’s defense spending, said on Tuesday there are no numerical targets for the outlay.

In the face of Russia’s invasion of Ukraine and an increasingly tense situation in Asia with missile tests from North Korea and a more assertive China, Kishida has vowed to strengthen defense fundamentally in five years.

The issue is expected to be a focus of public attention leading up to the election for Japan’s less powerful upper house of parliament on July 10. Campaigning starts on Wednesday.

Asked at a debate of political party leaders how much he plans to raise Japan’s defense spending and how he will finance the rise, Kishida said that there was no numerical target — and that the issue didn’t come up in discussions with U.S. President Joe Biden last month.

“We never had talks with numerical targets in our minds (at the summit meeting) ... What I’ve been proposing is to build the necessary defense capability in five years, while keeping a close eye on what's happening in other countries,” Kishida said.

“As we prepare to acquire what’s necessary, it will become clear how big a (defense) budget we need, and then, depending on the size of the budget, we will need to think about how to finance it.”

The yen’s slide in recent weeks to 20-year lows against the dollar, boosting the cost of imported goods, will put upward pressure on procurement costs.

Although Kishida’s ruling Liberal Democratic Party is expected to do well in the election, recent public opinion surveys have shown Kishida’s support edging lower, with most voters particularly unhappy about rising prices.

XS
SM
MD
LG