ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ສະເໜີໃຫ້ ການຊ່ວຍເຫຼືອ ແກ່ມາລີ 120 ລ້ານໂດລາ


ຍີ່​ປຸ່ນສະ​ເໜີ​​ໃຫ້​ເງິນຊ່ວຍ​ເຫຼືອ 120 ລ້ານ​ໂດ​ລາເພື່ອ ຕໍ່​ຕ້ານ​ອິດ​ທິພົນ​ຂອງກຸ່ມ​ສາສະໜາ​ອິສລາມ​ ​ໃນ​ມາລີ ​
ຍີ່​ປຸ່ນສະ​ເໜີ​​ໃຫ້​ເງິນຊ່ວຍ​ເຫຼືອ 120 ລ້ານ​ໂດ​ລາເພື່ອ ຕໍ່​ຕ້ານ​ອິດ​ທິພົນ​ຂອງກຸ່ມ​ສາສະໜາ​ອິສລາມ​ ​ໃນ​ມາລີ ​
ຍີ່​ປຸ່ນສະ​ເໜີໃຫ້​ເງິນຊ່ວຍ​ເຫຼືອກ້ອນ​ໃໝ່​ຈໍານວນ 120 ລ້ານ​ໂດ​
ລາເພື່ອ ຕໍ່​ຕ້ານ​ອິດ​ທິພົນ​ຂອງກຸ່ມ​ສາສະໜາ​ອິສລາມ​ຫົວ​ຮຸນ​
ແຮງ ​ໃນ​ມາລີ ​ແລະ​ສ້າງສະຖຽນລະ​ພາບ ຢູ່​ໃນ​ຂົງ​ເຂດ Sahel ​
ຂອງອາ​ຟຣິກາ.

ກະ​ຊວງ​ການ​ຕ່າງປະ​ເທດຍີ່ປຸ່ນ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພາກ
ສ່ວນ​ນຶ່ງ​ຂອງການ​ຊ່ວຍ​ເຫລື​ອ ​ແມ່ນຈະໃຫ້ການ​ສະໜັບສະໜຸນ ​
|ຕໍ່ການ​ປະຕິ ບັດງານ​ຂອງ​ກຳລັງ​ນາໆຊາດ​ພາຍ​ໃຕ້​ການ​ນຳພາ​
ຂອງອາ​ຟຣິກາ​ທີ່​ເອີ້ນ ຫຍໍ້​ວ່າ AFISMA ຊຶ່ງ​ເປັນການ​ປະຕິບັດ​
ງານທາງ​ທະຫານ​ຂອງຫຼາຍໆ​ປະ​ເທດ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ
ອົງການສະຫະ​ປະຊາ​ຊາດເພື່ອ​ຊ່ວຍ ເຫຼືອມາລີເຂົ້າຢຶດ​ເອົາ​ພາກ​
ເໜືອ​ຂອງ​ປະ​ເທດຈາກ​ພວກ​ກະບົດ ອິສລາມ.

ກະຊວງ​ມການ​ຕ່າງປະ​ເທດ​ຍີ່ປຸ່ນຍັງ​ກ່າວ​ອີກ​ວ່າ ​ການ​ຊ່ວຍ​ເຫຼືອ|
ທີ່​ວ່າ​ນີ້ ຈະ​ຊ່ວຍ​ເ​ສີມຂະຫຍາຍ​ການ​ປົກຄອງ ສົ່ງ​ເສີມການຮັກສາ​
ຄວາມ​ປອດ​ໄພ ແລະ​ຫຼຸດ​ລະ​ຄວາມທຸກ​ຈົນ​ໃນ​ເຂດ Sahel ຊຶ່ງ​ເປັນ​ເຂດ​ແຫ້ງ​ແລ້ງ ແຕ່​ເນັ່ງ​ແຕ່​ປະ​ເທດ Senegal ​ໄປ​ຫາປະ​ເທດ Chad.

ຍີ່ປຸ່ນ ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ມາ​ກ່ອນ​ແລ້ວ 63 ລ້ານ​ໂດ​ລາ ຕໍ່ຂົງ​ເຂດ​ດັ່ງກ່າວ​ ເມື່ອ​ປີ​ທີ່​ຜ່ານ​ມາ. ​ມັນ​ຍັງ​ເປັນ​ທີ່​ກັງວົນຢູ່ ຫລັງ​ຈາກຊາວ​ຍີ່​ປຸ່ນ 10 ຄົນ ​ໄດ້​ຖືກ​ສັງຫານ ​ໃນການ​ບຸກ​ໂຈມ​ຕີ​ ຂອງ​ພວກອິສລາ​ມຫົວ​ຮຸນ​ແຮງ ທີ່​ໂຮງງານ​ຜະລິດ​ແກັສ​ແຫ່ງ​ນຶ່ງ​ໃນ​ເຂດ​ທະ​ເລ​ຊາຍ​ຊາ​ຮາຣາຂອງ ອາລຈີ​ເລຍ ໃນ​ຕົ້ນ​ເດືອນ​ນີ້.

ມີຊາວ​ຕ່າງ​ດ້າວຢ່າງໜ້ອຍ 37 ຄົນ​ໄດ້​ເສຍ​ຊີວິດ ​ໃນວິ​ກິດການຈັບ​ໂຕ ປະກັນ​ເປັນ​ເວລາ​ສີ່​ວັນ ທີ່​ໂຮງງານ​ແກັສ Ain Amenas ຊຶ່ງ​ເປັນ​ການໂຈມ​ຕີຂອງພວກ​ຫົວ​ຮຸນ​ແຮງ ທີ່​ອ້າງ​ວ່າ​ເພື່ອ​ເປັນການ​ແກ້​ແຄ້ນ​ຕໍ່​ການ​ທີ່ ອາລ​ຈີ​ເລຍ ໃຫ້ການສະໜັບສະໜຸນ​ຕໍ່​ການ​ແຊກ​ແຊງ​ຂອງ​ນາໆ​ຊາດຢູ່​ໃນ ມາລີ.
XS
SM
MD
LG