ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນງານຜູ້ນຶ່ງ ເສຍຊີວິດ ທີ່ໂຮງໄຟຟ້າ Fukushima


ພວກຄົນງານທີ່ໃສ່ເຄື່ອງປ້ອງກັນຢູ່ໂຮງໄຟຟ້ານິວເຄລຍ Fukushima ພວມປະຕິບັດໜ້າທີ່ຢູ່ຂ້າງໃນໂຮງໄຟຟ້າ (12 ພຶດສະພາ 2011)
ພວກຄົນງານທີ່ໃສ່ເຄື່ອງປ້ອງກັນຢູ່ໂຮງໄຟຟ້ານິວເຄລຍ Fukushima ພວມປະຕິບັດໜ້າທີ່ຢູ່ຂ້າງໃນໂຮງໄຟຟ້າ (12 ພຶດສະພາ 2011)

ເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ຄົນງານຜູ້ນຶ່ງໄດ້ເສຍຊີວິດທີ່ໂຮງ
ໄຟຟ້ານິວເຄລຍ Fukushima ທີ່ໄດ້ຮັບຄວາມເສຍຫາຍ
ນັ້ນ.

ເຈົ້າໜ້າທີ່ເວົ້າວ່າ ຄົນງານຊຶ່ງບໍ່ໄດ້ລະບຸຊື່ຄົນນຶ່ງທີ່ເປັນ
ຜູ້ຊາຍ ມີອາຍຸໃນລະຫວ່າງ 60 ກວ່າປີ ໄດ້ລົ້ມພຸບລົງ
ຂະນະທີ່ເຮັດວຽກຢູ່ໃນວັນເສົາມື້ນີ້ແລະໄດ້ ຖືກສົ່ງໄປຍັງ
ໂຮງພະຍາບານ.

ເຈົ້າໜ້າທີ່ເວົ້າວ່າ ຜູ້ກ່ຽວເລີ້ມປ່ວຍຂະນະທີ່ຖືອຸບປະກອນ
ໄປບຳບັດນໍ້າທີ່ມີກຳມັນຕະພາບລັງສີ ທີ່ຖືກປ່ອຍອອກ
ມາຈາກເຕົາແຍກນິວເຄລຍ.

ໂຄສົກຂອງບໍລິສັດໄຟຟ້າໂຕກຽວກ່າວວ່າ ຜູ້ຊາຍຄົນນີ້ບໍ່
ໄດ້ຖືກກຳມັນຕະພາບລັງສີ ແຕ່ສາເຫດໃນການເສຍຊີວິດ
ທີ່ແທ້ຈິງນັ້ນຍັງບໍ່ທັນຮູ້ເທື່ອໃນເວລານີ້.

ກຳມັນຕະພາບລັງສີໄດ້ຮົ່ວໄຫຼອອກມາ ຈາກໂຮງໄຟຟ້າ Fukushima ນັບຕັ້ງແຕ່ໄດ້ເກີດ
ແຜ່ນດິນໄຫວ ແລະຟອງຍັກສຸນາມິໃນວັນທີ 11 ມີນາຜ່ານມາ ທີ່ໄດ້ສ້າງຄວາມເສຍຫາຍ
ໃຫ້ແກ່ລະບົບເຮັດຄວາມເຢັນ ຂອງເຕົາແຍກນິວເຄລຍທັງ 6 ໜ່ວຍ ທີ່ໂຮງໄຟຟ້າດັ່ງກ່າວ.

ລະດັບກຳມັນຕະພາບລັງສີທີ່ເພີ່ມສູງຂຶ້ນ ໄດ້ກວດພົບຢູ່ໃນດິນ ນໍ້າທະເລ ປາ ແລະຜະລິດ
ຕະພັນກະສິກຳໃນບໍລິເວນຫຼາຍໆກິໂລແມັດອ້ອມແອ້ມໂຮງໄຟຟ້ານິວເຄລຍ Fukushima.
ມີປະຊາຊົນຫຼາຍໆສິບພັນຄົນທີ່ຢູ່ໃກ້ຄຽງໄດ້ຖືກຍົກຍ້າຍອອກໜີ.

XS
SM
MD
LG