ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ໃຫ້ຄວາມໝັ້ນໃຈ ແກ່ປະຊາຊົນ ກ່ຽວກັບເລື່ອງນີວເຄລຍ


ນາຍຄູຄົນນຶ່ງກໍາລັງວັດແທກລະດັບທາດກໍາມັນຕະພາບລັງສີ ທີ່ໂຮງຮຽນ ປະຖົມແຫ່ງນຶ່ງໃນ ທີ່ຢູ່ຫ່າງຈາກ ໂຮງໄຟຟ້ານີວເຄລຍ Fukushima ນັ້ນ
ນາຍຄູຄົນນຶ່ງກໍາລັງວັດແທກລະດັບທາດກໍາມັນຕະພາບລັງສີ ທີ່ໂຮງຮຽນ ປະຖົມແຫ່ງນຶ່ງໃນ ທີ່ຢູ່ຫ່າງຈາກ ໂຮງໄຟຟ້ານີວເຄລຍ Fukushima ນັ້ນ

ບັນດາ​ເຈົ້າ​ໜ້າ​ທີ່​ນີວ​ເຄລຍຍີ່ປຸ່ນ​ໃຫ້​ຄວາມ​ໝັ້ນ​ໃຈ​ອີກຄັ້ງ​ໃໝ່ຕໍ່​ປະຊາຊົນ ​ຫລັງ​ຈາກ​ພວກ
ນັກວິທະຍາສາດ​ ທີ່​ໂຮງ​ໄຟຟ້ານີວ​ເຄລຍ Fukushima ທີ່ໄດ້ຮັບຄວາມເສຍຫາຍນັ້ນ ​ພົບ
ເຫັນ​ສານ xenon ​ໃນ​ປະລິມານ​ນ້ອຍໆ ອັນ​ເປັນ​ແກ​ສທີ່ມີກຳມັນຕະພາບລັງສີ ​ທີ່​ສາມາດ​
ຊີ້​ໃຫ້​ເຫັນ​ວ່າ ອາດຍັງ​ມີ​ການແຍກຕົວຂອງອະຕອມນິວເຄລຍເກີດຂຶ້ນຢູ່ໃນເຕົາແຍກໜ່ວຍ​
ນຶ່ງ​ຂອງໂຮງ​ໄຟຟ້າດັ່ງກ່າວ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ບໍ່ໄດ້ມີການເພີ່ມລະດັບຂອງອຸນຫະພູມ​ ຄວາມ​ກົດ
ດັນ​ຫລື​ກຳມັນຕະພາບລັງສີ ຢູ່​ໃນ​ເຕົາ​ແຍກ​ນີວ​ເຄລຍໜ່ວຍທີ​ສອງ​ຂອງໂຮງ​ໄຟຟ້າ​. ​ເຖິງ​ຢ່າງ​
ໃດ​ກໍ​ດີ​ບໍລິສັດ​ພະລັງ​ໄຟຟ້າ​ໂຕ​ກຽວ ຊຶ່ງ​ເປັນ​ຜູ້​ຄວບຄຸມ​ໂຮງ​ໄຟຟ້າ​ແຫ່ງ​ນີ້ ​ໄດ້​ເລີ້ມ​ສີດ​ນໍ້າ​ກົດ
boric ​ຊຶ່ງ​ເຮັດ​ໃຫ້​ປະຕິກິລິຍາ​ນີວ​ເຄລຍໝົດສະພາບລົງນັ້ນ ​ເຂົ້າ​ໄປ​ໃນ​ເຕົາ​ແຍກນີວ​ເຄລຍ
ເພື່ອ​ເປັນ​ການ​ປ້ອງ​ກັນໄວ້ລ່ວງໜ້າ.

ປະຕິກິລິຍາ​ນີວ​ເຄລຍ​ເປັນ​ຂັ້ນ​ຕອນ​ທີ່ອະຕອມແຍກໂຕອອກຈາກັນເພື່ອ ​ຜະລິດ​ພະລັງ​ງານ
ແຕ່​ພວກ​ເຈົ້າ​ໜ້າ​ທີ່​ບໍລິສັດ TEPCO ​ເນ້ນ​ວ່າ ຖ້າ​ມີ​ປະຕິກິລິຍານິວເຄລຍ ເກີດຂຶ້ນຢູ່ໃນເຕົາ
ແຍກນັ້ນກໍ​ຍັງ​ບໍ່​ທັນ​ເຖິງ​ຂັ້ນ​ອັນຕະລາຍຮ້າຍແຮງ​ໃນຈຸດທີ່ມັນອາດສາມາດດຳເນີນການຕໍ່ໄປ
ໄດ້ດ້ວຍໂຕຂອງມັນເອງນັ້ນ.

XS
SM
MD
LG