ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ຂັ້ນສູງ ເກົາຫຼີເໜືອ ແລະຍີ່ປຸ່ນ ກຽມພົບປະກັນ ທີ່ ກຸງປັກກິ່ງ


ແຜນທີ່ ເກົາຫຼີເໜືອ
ແຜນທີ່ ເກົາຫຼີເໜືອ
ເກົາຫລີ​ເໜືອ ​ແລະ ຍີີປຸ່ນ ມີກຳນົດ​ທີ່​ຈະ​ເລີ້ມການເຈລະ
ຈາ​ເປັນ​ເວລາ​ສອງ​ມື້ ທີ່​ກຸງ​ປັກ​ກິ່ງ ​ໃນ​ວັນ​ອາທິດ​ມື້​ອື່ນ​ນີ້
ຊຶ່ງ​ເປັນ​ການ​ພົບ​ປະຕິດ​ຕໍ່ທາງການ​ທູດ​ລະດັບ​ສູງເທື່ອ
ທຳອິດ ລະຫວ່າງ​ປະ​ເທດ​ທັງສອງ ໃນຮອບນຶ່ງປີ​ກວ່າ​ໆ​
ທີ່​ຜ່ານ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ບັນ​ຫາ​ປະຊາຊົນຊາວຍີ່ປຸ່ນ
ທີ່​ໄດ້​ຖືກ​ລັກພາ​ໂຕ​ໄປ ໃນຊຸມ​ປີ 1970 ​ແລະ 1980
​ໂດຍພວກ​ນັກ​ສືບເກົາຫລີ​ເໜືອຈະ​ເປັນຫົວ​ຂໍ້ທີ່ສຳຄັນ
ຢູ່ໃນການເຈລະຈາກັນ.

ບັນດາ​ຜູ້ຕາງໜ້າຍີ​ປຸ່ນທີ່​ນຳພາ​ໂດຍນັກ​ການ​ທູດຂອງກະຊວງການຕ່າງປະເທດ ທ່ານ Junichi Ihara ​ຈະ​ຮຽກຮ້ອງ​ໃຫ້ກຸງ​ພຽງ​ຢາງ ສືບສວນ​ກ່ຽວ​ກັບ​ເລື້ອງ ການ​ລັກພາ​ໂຕ
ດັ່ງກ່າວ.

​ເອກ​ອັກຄະ​ລັດຖະທູດ ​ເກົາຫລີ​ເໜືອ ທ່ານ Song II Ho ກ່າວໃນ​ເວລາ​ທ່ານ ​ເດີນທາງ​
ໄປ​ເຖິງ​ກຸງປັກ​ກິ່ງ ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ຍັງ​ບໍ່​ທັນມີ​ການກຳນົດລາຍການ​ປະຊຸມ ​ກັບກຸງ
ໂຕ​ກຽວເທື່ອ.

​ເກົາຫລີ​ເໜືອ ຍອມຮັບ​ໃນ​ປີ 2011 ວ່າ​ ໄດ້​ລັກພາ​ໂຕ ປະຊາຊົນຊາວ​ຍີ່ປຸ່ນໄປ 13 ຄົນ
ເພື່ອສິດ​ສອນ​ກ່ຽວກັບວັດທະນາ​ທຳ ຍີ່ປຸ່ນໃຫ້ແກ່ພວກສອດແນມເຂົາເຈົ້າ. ຫ້າ​ຄົນ​ໄດ້​
ຖືກ​ສົ່ງ​ກັບຄື​ນໄປຍີ່ປຸ່ນ ​ແຕ່​ເກົາຫລີ​ເໜືອ​ອ້າງ​ວ່າ​ ສ່ວນ​ທີ່​ເຫລືອ​ແປດ​ຄົນ​ນັ້ນ ​ໄດ້​ເສຍ
​ຊີວິດ​ໄປ​ແລ້ວ.
XS
SM
MD
LG