ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດເຫລັກກ້າຍີ່ປຸ່ນ ຂໍອຸທອນ ຕໍ່ຄໍາຕັດສິນຂອງສານເກົາຫລີໃຕ້ ທີ່ສັ່ງໃຫ້ຍຶດຊັບສິນຂອງຕົນ


ທ່ານ Lee Chun-sik (ກາງ) ຊາວເກົາຫລາໃຕ້ ອາຍຸ 94 ທີ່ເປັນຜູ້ເຄາະຮ້າຍຖືກບັງຄັບໃຫ້ອອກແຮງງານໃນສະໄໝທີ່ຍຶດຄອງແຫລມເກົາຫລີເອົາເປັນຫົວເມືອງຂຶ້ນກ່ອນສົງຄາມໂລກຄັ້ງທີ 2 ຈະສິ້ນສຸດລົງ, ນັ່ງຢູ່ໃນລົດເຂນຢູ່ນອກສານສູງສຸດໃນນະຄອນຫລວງ ໂຊລຂອງເກົາຫລີໃຕ້, ວັນທີ 30 ຕຸລາ 2018
ທ່ານ Lee Chun-sik (ກາງ) ຊາວເກົາຫລາໃຕ້ ອາຍຸ 94 ທີ່ເປັນຜູ້ເຄາະຮ້າຍຖືກບັງຄັບໃຫ້ອອກແຮງງານໃນສະໄໝທີ່ຍຶດຄອງແຫລມເກົາຫລີເອົາເປັນຫົວເມືອງຂຶ້ນກ່ອນສົງຄາມໂລກຄັ້ງທີ 2 ຈະສິ້ນສຸດລົງ, ນັ່ງຢູ່ໃນລົດເຂນຢູ່ນອກສານສູງສຸດໃນນະຄອນຫລວງ ໂຊລຂອງເກົາຫລີໃຕ້, ວັນທີ 30 ຕຸລາ 2018

ບໍລິສັດເຫລັກກ້ານິບປອນ (Nippon Steel) ເວົ້າວ່າ ຕົນຈະຂໍອຸທອນ ການຕັດສິນຂອງສານສູງສຸດຂອງເກົາຫລີໃຕ້ ທີ່ໄດ້ຍຶດເອົາຊັບສິນຂອງຕົນ ເພື່ອ ຊົດ ເຊີຍຄ່າເສຍຫາຍໃຫ້ແກ່ຊາວເກົາຫລີໃຕ້ 4 ຄົນ ທີ່ຖືກບັງຄັບໃຫ້ອອກແຮງ ງານໃນສະໄໝທີ່ມີການຍຶດຄອງເອົາແຫລມເກົາຫລີເປັນຫົວເມືອງຂຶ້ນຢ່າງປ່າ ເຖື່ອນຂອງຍີ່ປຸ່ນ ໃນລະຫວ່າງປີ 1910 ແລະ 1945.

ສານສູງສຸດໄດ້ມີຄໍາຕັດສິນອອກມາໃນປີ 2018 ໂດຍໄດ້ສັ່ງໃຫ້ຍີ່ປຸ່ນຈ່າຍເງິນ 38,000 ໂດລາໃຫ້ແກ່ຊາວເກົາຫລີໃຕ້ 4 ຄົນ ທີ່ໄດ້ຖືກບັງຄັບໃຫ້ອອກແຮງງານຢູ່ໃນບັນດາໂຮງງານຂອງຍີ່ປຸ່ນໃນສະໄໝສົງຄາມໂລກຄັ້ງທີ 2. ການຕັດສິນຂອງ ສານກ່ອນໜ້ານັ້ນໄດ້ ກັກ 80,000 ຮຸ້ນຂອງບໍລິສັດຫຸ້ນສ່ວນລະຫວ່າງ ບໍລິສັດ ເຫລັກກ້ານິບປອນ (Nippon Steel) & ຊູມິໂຕໂມະເມທອລ (Sumitomo Metal) ກັບ ບໍລິສັດຜະລິດເຫລັກກ້າເກົາຫລີໃຕ້ ຫລື POSCO.

ການຕັດສິນດັ່ງກ່າວໄດ້ເຮັດໃຫ້ໂຕກຽວໂກດເຄືອງ ໂດຍອ້າງວ່າ ບັນຫາການ ຊົດເຊີຍຄ່າເສຍຫາຍໃຫ້ແກ່ກໍາມະກອນເກົາຫລີ ທີ່ຖືກບັງຄັບອອກແຮງງານ ໄດ້ຖືກແກ້ໄຂໂດຍສົນທິສັນຍາປີ 1965 ທີ່ໄດ້ເຮັດໃຫ້ມີການພົວພັນສອງຝ່າຍ ລະຫວ່າງສອງປະເທດເອເຊຍເພື່ອນບ້ານກັນນັ້ນ ກັບສູ່ສະພາວະປົກກະຕິນັ້ນໄປແລ້ວ. ສົນທິສັນຍາດັ່ງກ່າວລວມມີການຈ່າຍເງິນຊົດເຊີຍຄືນຈໍານວນ 800 ລ້ານໂດລາ ໂດຍຍີ່ປຸ່ນໃນຮູບແບບການຊ່ວຍເຫລືອທາງເສດຖະກິດ ແລະເງິນກູ້.

ລັດຖະບານນາຍົກລັດຖະມົນຕີ ຊິນໂຊ ອາເບະ ໄດ້ຕອບໂຕ້ຄືນ ຕໍ່ຄໍາຕັດສິນ ຂອງສານດັ່ງກ່າວ ໂດຍການເອົາໂຊລອອກຈາກບັນຊີປະເທດ ຄູ່ຄ້າທີ່ມີຄວາມສໍາຄັນ ອັນ ດັບນຶ່ງ ຊຶ່ງເຮັດໃຫ້ໄດ້ຮັບອະນຸຍາດຢ່າງວ່ອງໄວ ສໍາລັບສິນຄ້າທີ່ໃຊ້ໂດຍ ໂຮງງານຜະລິດ ເຄື່ອງເອເລັກໂທຣນິກ ຂອງເກົາຫລີໃຕ້.

ໃນການຕອບໂຕ້ຄືນ ເກົາຫລີໃຕ້ກໍໄດ້ເອົາຍີ່ປຸ່ນອອກຈາກ ບັນຊີປະເທດຄູ່ຄ້າທີ່ມີ ຄວາມສໍາຄັນອັນດັບນຶ່ງ ເຊັ່ນກັນ.

ການຍຶດຄອງແບບເອົາເປັນຫົວເມືອງຂຶ້ນຂອງຍີ່ປຸ່ນເປັນເວລາ 35 ປີ ໄດ້ປະສິ່ງ ເສດເຫລືອອັນຂົມຂື່ນຢູ່ໃນໝູ່ປະຊາຊົນເກົາຫລີໃຕ້ ທີ່ມີຫລາຍແສນຄົນໄດ້ຖືກ ກະທໍາຢ່າງໂຫດຮ້າຍຕໍ່ ຊຶ່ງລວມທັງອັນທີ່ເອີ້ນວ່າ “ແມ່ຍິງບໍາເລີ” ຫລື "comfort women" ທີ່ໄດ້ຖືກບັງຄັບໃຫ້ເປັນຂ້າທາດດ້ານການຮ່ວມເພດ ຢູ່ໃນໂຮງໂສເພນີ ຂອງທະຫານຍີ່ປຸ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG