ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນຕັດສິນໃຈ ເຂົ້າຮ່ວມເຈລະຈາ ສັນຍາການຄ້າ TPP (ວີດິໂອລາວ/ອັງກິດ)


ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ຂະນະຖະແຫຼງ ຕໍ່ກອງປະຊຸມນັກຂ່າວ ກ່ຽວກັບການເຈລະຈາການຄ້າ Trans-Pacific Partnership ຫຼື TPP.
ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ຂະນະຖະແຫຼງ ຕໍ່ກອງປະຊຸມນັກຂ່າວ ກ່ຽວກັບການເຈລະຈາການຄ້າ Trans-Pacific Partnership ຫຼື TPP.
ການຕັດສິນໃຈຂອງຍີ່ປຸ່ນເພື່ອເຂົ້າຮ່ວມການເຈລະຈາດ້ານ
ການຄ້າທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້ ລະຫວ່າງຂົງເຂດ
ເອເຊຍ ແລະຂົງເຂດອະເມຣິກາເໜືອແລະໃຕ້ ​ເພື່ອ​ຈັດ​ຕັ້ງ
​ອັນ​ທີ່​ເອີ້ນ​ວ່າ Trans-Pacific Partnership ຫຼື ພາຄີ​ຂ້າມ
​ມະຫາ​ສະມຸດ​ປາຊີ​ຟິກນັ້ນ ​ເຮັດ​ໃຫ້ເຫຼືອແຕ່ຈີນພຽງປະເທດ
ດຽວໃນບັນດາຍັກໃຫຍ່ເສດຖະກິດຂອງຂົງເຂດປາຊີ​ຟິກ ທີ່​
ບໍ່​ເຂົ້າ​ຮ່ວມ​ໃນຂໍ້​ຕົກລົງ​ຂະຫຍາຍ​ຕະຫຼາດດັ່ງ​ກ່າວ. Scott
Stearn ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງ
ທອງປານ ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ເວົ້າວ່າ ພາຄີຂ້າມປາຊິ ຟິກ ຫຼື TPP ນັ້ນ
ຄື​ໂຄງຮ່າງສໍາລັບຄວາມຈະເຣີນຮຸ່ງເຮືອງໃນອະນາຄົດ ຢູ່ໃນຂົງເຂດເອເຊຍປາຊິຟິກ.

ທ່ານ ອາເບະ ເວົ້າວ່າ: “ການເຂົ້າປະກອບສ່ວນຂອງພວກເຮົາຄັ້ງນີ້ ບໍ່ແມ່ນ
ພຽງ
​ແຕ່​ເພື່ອຜົນປະໂຫຍດຂອງຍີ່ປຸ່ນຢ່າງດຽວເທົ່ານັ້ນ ແຕ່ມັນແມ່ນ​ເພື່ອ
ຜົນປະໂຫຍດຂອງຍີ່ປຸ່ນແລະຂອງບັນດາປະເທດພັນທະມິດຂອງພວກ
ເຮົາແລະຂອງສະຫະລັດ ເພື່ອສ້າງ
ວົງ​ເຂດເສດຖະກິດໃໝ່ຂຶ້ນມາ.”

ຍີ່ປຸ່ນກໍາລັງເຂົ້າຮ່ວມກັບການເຈລະຈາການຄ້າ ທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້
ລະຫວ່າງສະຫະລັດ ແຄນາດາ ແມັກຊິໂກ ອອສເຕຣເລຍ ນີວ ຊີ ແລັນດ໌ ຊີລີ ເປຣູ
ຫວຽດນາມ ມາເລເຊຍ ບຣູໄນ ແລະສິງຄະໂປ.

ປະເທດທີ່ບໍ່ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວທີ່ສັງເກດເຫັນໄດ້ທີ່ສຸດນັ້ນ ກໍຄືຈີນ ຊຶ່ງຈີນ
ເອງແມ່ນມີ​ຄວາມເປັນຫ່ວງຢູ່​ແລ້ວ ກ່ຽວກັບອິດ​ທິພົນ​ທາງ​ດ້ານການຄ້າ ການທູດ ແລະ
ທາງທະຫານຂອງສະຫະລັດ ທີ່​ກໍາ​ລັງ​ຂະຫຍາຍ​ກ້ວາ​ງອອກຢູ່ໃນຂົງເຂດ.

ທ່ານ Justin Logan ແຫ່ງສະຖາບັນ Cato Institute ເວົ້າວ່າ ວໍຊິງຕັນ ເຂົ້າໃຈດີເຖິງ
ຄວາມເປັນຫ່ວງຂອງຈີນ ແລະກໍກໍາລັງປະຕິບັດງານຢ່າງໜັກ ເພື່ອນໍາສະເໜີ​ແນວ​ຄິດ​ການຈັດ​ຕັ້ງ​ກັນ​ເປັນພາຄີຂ້າມປາຊິຟິກນີ້ ​ໃນ​ຖານະເປັນຂໍ້ຕົກລົງທາງການຄ້າ.

ທ່ານ ໂລກັນ ເວົ້າວ່າ: “ແທ້ໆແລ້ວ ແມ່ນກ່ຽວກັນການສ້າງຄວາມສົມດຸນຄືນ​ໃໝ່ນັ້ນຫຼາຍທີ່ສຸດ ມັນກ່ຽວກັບຈີນຫຼາຍທີ່ສຸດ ມັນກ່ຽວກັບການສ້າງກຸ່ມ​ຈັດ
​ຕັ້ງ​ນຶ່ງ​
ຂຶ້ນມາ ທີ່​ປະກອບ​ດ້ວຍ​ຫຼາຍໆ​ປະ​ເທດ ທີ່ມາເຕົ້າໂຮມກັນ, ເວົ້າລົມ
ກັນ ແລະມີຄວາມເຫັນທີ່ຄືກັນກ່ຽວ​ກັບບັນຫາ​ຫຍຸ້ງຍາຕ່າງໆ ທີ່ມີຮ່ວມກັນ.”

ໂດຍສະເພາະບັນຫາ​ຫຍຸ້ງຍາກໃນຂົງເຂດທະເລຈີນໃຕ້ ບ່ອນທີ່ຫວຽດນາມ ຈີນ ບຣູໄນ ແລະມາເລເຊຍ ຕ່າງກໍພາກັນອ້າງເອົາກໍາມະສິດ​ ໃນດິນ​ດອນ​ບາງ​ແຫ່ງ ຫຼືທັງ​ໝົດນັ້ນ.

Pek Koon Heng ​ເປັນອາຈານສອນທີ່ມະຫາວິທະຍາໄລ American University
ຢູ່​ວໍ​ຊິງ​ຕັນ.

ທ່ານນາງ ເຮັງ ເວົ້າວ່າ: “ເວລາ​ເຮົາເຊັນຂໍ້ຕົກລົງການຄ້າກັນ ມີຫຼາຍໆເທື່ອ
ທີ່ບໍ່ກ່ຽວກັບການຄ້າ​ເລີຍ ແຕ່ມັນກ່ຽວກັບການເປັນພາຄີກັນທາງການເມືອງ
ຫຼາຍກວ່າ. ສະນັ້ນ ຫວຽດນາມຈະເຫັນ TPP ວ່າ​ເປັນທັງສອງຢ່າງ ແລະ
ເອົາສະຫະລັດມາຢູ່
ຂ້າງຫວຽດນາມ ໃນການເຈລະຈາແກ້ໄຂບັນຫາກັບຈີນ.”

ທ່ານນາງ ເຮັງ ເວົ້າອີກວ່າ ການເຈລະຈາທາງການຄ້າກັນ ແມ່ນຈະຊ່ວຍເຮັດໃຫ້ອັນ
ທີ່ເອີ້ນວ່າ “ການໝຸນຫຼືຫັນ ໄປຍັງຂົງເຂດເອເຊຍຂອງສະຫະລັດ” ນັ້ນ ອ່ອນຕົວລົງໄປ.

ທ່ານນາງ ເຮັງ ເວົ້າວ່າ: “ມີຄວາມເປັນຫ່ວງກັນວ່າ ການຫັນ​ໄປ​ຍັງ​ເອ​ເຊຍ
ຂອງ
ສະຫະລັດ ກໍາລັງສຸມໃສ່ດ້ານ​ທະຫານ ຂອງສິ່ງທີ່ສະຫະລັດຢາກ
ເຮັດ
ນັ້ນ ຫຼາຍເກີນໄປ ແລະສະນັ້ນ TPP ຖືວ່າຈໍາເປັນ ແລະໜ້າຍິນ
ດີທີ່ສຸດ ແລະ
ເປັນດ້ານທີ່ສໍາຄັນຫຼາຍດ້ານ​ນຶ່ງ ຂອງ​ການສ້າງຄວາມສົມ
ດຸນ
ຄືນ​ໃໝ່ ​ໃນ​ຂົງ​ເຂດ.”

ທາງການສະຫະລັດເວົ້າວ່າ ຍິນດີທີ່ຈະໃຫ້ຈີນເຂົ້າຮ່ວມ​ ໃນຂໍ້ຕົກລົງການຄ້າທີ່ວ່າ​ນີ້ນໍາ
ຖ້າຫາກຈີນມີ​ເງື່ອນ​ໄຂທາງການເມືອງແລະເສດຖະກິດຕາມ​ທີ່​ໄດ້ວາງກັນໄວ້ນັ້ນ ແຕ່ກົງ
ກັນຂ້າມ ຈີນກັບອ່ວາຍ​ໜ້າ​ເຂົ້າ​ຫາໄປຕົນ​ເອງ ອິງຕາມຜູ້ນໍາທຸລະກິດສະຫະລັດ ທ່ານ Calman Cohen.

ທ່ານ ໂຄເຮັນ ເວົ້າວ່າ: ປະກົດວ່າ ຈີນກໍາລັງປິດເສດຖະກິດຂອງຕົນ
ແທນທີ່ຈະເປີດກວ້າງເສດຖະກິດຂອງຕົນ
.

ທ່ານ ໂຄເຮັນ ເວົ້າອີກວ່າ ນະ​ໂຍບາຍ​ເກື້ອ​ກຸນ​ອຸດ​ສະຫະ​ກໍາ​ພາຍ​ໃນຂອງ​ຈີນນັ້ນ ແມ່ນ ຂັດຂວາງ​ແລະ​ບໍ່ຊຸກຍູ້ ການຄ້າທີ່ຂະຫຍາຍກ້ວາງອອກ​ໄປ​ອີກ.

ທ່ານ ໂຄເຮັນ ອະທິບາຍຕໍ່ໄປວ່າ: “ຖ້າຫາກຈີນບໍ່ຕ່າວປິ້ນແນວທາງຂອງ​
ຕົນ
ແລ້ວ ຈີນກໍຈະບໍ່​ໄດ້​ຮັບການລົງທຶນ ໃນ​ລະດັບທີ່ເຄີຍ​ໄດ້​ຮັບ​ມາຕະ
ຫຼອດ
ໄລຍະບໍ່ເທົ່າໃດປີຜ່ານມານີ້ ແລະເຮົາຈະເຫັນຄວາມ​ບໍ່​ແນ່ໃຈໃນ
​ສ່ວນ​ຂອງ
ບັນດາບໍລິສັດ ທັງຫຼາຍໃນທົ່ວໂລກວ່າ ພວກເຂົາເຈົ້າຄວນ
ຈະເນັ້ນໜັກ​ ຫຼື​ ໃຫ້​ຄວາມ​ສໍາ​ຄັນ​ແກ່ຕະຫຼາດຈີນ ຫຼາຍປານ​ນັ້ນ ຫຼືບໍ່.”

ແຕ່ຄວາມເປັນຫ່ວງຢູ່ພາຍໃນປະເທດ ກໍເປັນສິ່ງທ້າທາຍອີກຢ່າງນຶ່ງ ສໍາລັບການຜັກດັນ ຂອງນາຍົກລັດຖະມົນຕີ Abe ເພື່ອເຂົ້າຮ່ວມໃນສັນຍາການຄ້າ TPP ​ນັ້ນ ໃນຂະນະທີ່ ທ່ານເຄື່ອນໄຫວເພື່ອຫຼຸດຜ່ອນການພິທັກປົກປ້ອງ ບໍລິສັດການກະເສດ ແລະໂຮງງານ ແຜ່ນແພຂອງຍີ່ປຸ່ນລົງ.

ວີດິໂອ ພາສາອັງກິດ:

Japan Joining Asia-Americas Trade Talks Further Isolates China
please wait

No media source currently available

0:00 0:02:50 0:00
ລິງໂດຍກົງ
XS
SM
MD
LG