ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ປົດປະຈຳການ ເຕົາແຍກ ນິວເຄລຍ ຈຸສຸດທ້າຍ ທີ່ Fukushima (ສະໄລດ໌)


ນາຍົກລັດຖະມົນຕີ Shinzo Abe (ທີ 2 ຈາກຂວາ) ທີ່ຢູ່ໃນຊຸດ ປ້ອງກັນແລະໜ້າກາກ ພວມຟັງລາຍງານ ກ່ຽວກັບຖັງທີ່ບັນຈຸນໍ້າ ມີກຳມັນຕະພາບລັງສີ ຢູ່ໂຮງໄຟຟ້າ Fukushima Daiichi (19 ກັນຍາ 2013)
ນາຍົກລັດຖະມົນຕີ Shinzo Abe (ທີ 2 ຈາກຂວາ) ທີ່ຢູ່ໃນຊຸດ ປ້ອງກັນແລະໜ້າກາກ ພວມຟັງລາຍງານ ກ່ຽວກັບຖັງທີ່ບັນຈຸນໍ້າ ມີກຳມັນຕະພາບລັງສີ ຢູ່ໂຮງໄຟຟ້າ Fukushima Daiichi (19 ກັນຍາ 2013)
ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe ໄດ້ສັ່ງໃຫ້ປົດປະຈຳ
ການເຕົາແຍກນິວເຄລຍ ທີ່ໄດ້ຮັບຄວາມເສຍຫາຍ ສອງໜ່ວຍສຸດ
ທ້າຍ ຢູ່ໂຮງໄຟຟ້າ Fukushima ໃນພາກຕາເວັນອອກສຽງເໜືອ
ຂອງຍີ່ປຸ່ນຊຶ່ງໄດ້ຮັບຄວາມຜົນກະທົບຈາກແຜ່ນດິນໄຫວຂະໜາດ
ແຮງແລະຟອງຍັກສຸນາມິໃນເດືອນມີນາປີ 2011.

ທ່ານ Abe ໃຫ້ຄວາມເຫັນດັ່ງກ່າວ ໃນວັນພະຫັດມື້ນີ້ ລະຫວ່າງ
ເດີນທາງໄປຢ້ຽມຢາມໂຮງໄຟຟ້າ Fukushima. ແຜນປົດປະຈຳ
ການ ທີ່ຫາກໍມີການປະກາດໃຫ້ຊາບໃໝ່ນີ້ ແມ່ນໝາຍຄວາມວ່າ
ເຕົາແຍກນິວເຄລຍທັງໝົດ 6 ໜ່ວຍ ທີ່ໂຮງໄຟຟ້າດັ່ງກ່າວ ແມ່ນ
ມີກຳນົດທີ່ຈະຖືກທຳລາຍຖິ້ມແລ້ວ.

ນີ້ແມ່ນການເດີນທາງເທື່ອທຳອິດໄປຢ້ຽມຢາມໂຮງໄຟຟ້າດັ່ງກ່າວ ຂອງທ່ານ Abe ນັບແຕ່
ເດືອນທັນວາເປັນຕົ້ນມາບໍ່ດົນຫຼັງຈາກທ່ານໄດ້ເຂົ້າກຳຕຳແໜ່ງ. ທ່ານ Abe ທີ່ໃສ່ຊຸດປ້ອງ
ກັນ ໄດ້ຖືກນຳທ່ຽວ ໂດຍເຈົ້າໜ້າທີ່ ຂອງບໍລິສັດ TEPCO ຊຶ່ງເປັນບໍລິສັດໄຟຟ້າທີ່ຮັບຜິດ ຊອບກ່ຽວກັບໂຮງໄຟຟ້າແຫ່ງນີ້.

ທ່ານກ່າວຕໍ່ພວກນັກຂ່າວວ່າ ທ່ານເຮັດວຽກຢ່າງບໍ່ຮູ້ອິດເມື່ອຍເພື່ອໂຕ້ຖຽຕໍ່ຂ່າວລືທີ່ໄດ້ຕັ້ງ ຄຳຖາມກ່ຽວກັບເລື່ອງຄວາມປອດໄພທີ່ໂຮງໄຟຟ້າດັ່ງກ່າວ. ນອກນັ້ນທ່ານຍັງເວົ້າວ່າທ່ານ ໄດ້ຮ້ອງຂໍໃຫ້ບໍລິສັດ TEPCO ແກ້ໄຂບັນຫານໍ້າທີ່ຮົ່ວໄຫຼພາຍໃນທ້າຍເດືອນມີນາປີ 2014.

ໂຮງໄຟຟ້າ Fukushima ໄດ້ປະສົບກັບບັນຫາເຕົາແຍກລະລາຍ ລຸນຫລັງທີ່ໄດ້ເກີດແຜ່ນ
ດິນໄຫວຂະໜາດແຮງແລະຟອງຍັກສຸນາມິໃນເດືອນມີນາປີ 2011. ນໍ້າທີ່ມີກຳມັນຕະພາບ ລັງສີຈາກໂຮງໄຟຟ້າດັ່ງກ່າວ ຍັງສືບຕໍ່ຮົ່ວໄຫຼລົງໃສ່ມະຫາສະມຸດ ພາໃຫ້ເກົາຫຼີໃຕ້ຫ້າມນໍາ ເຂົ້າຜະລິດຕະພັນປາ ຈາກ 8 ເຂດທີ່ຕັ້ງອ້ອມແອ້ມໂຮງໄຟຟ້າ.

ເມື່ອໄວໆມານີ້ ລັດຖະບານຍີ່ປຸ່ນ ໄດ້ເລີ້ມການດຳເນີນຄວາມພະຍາຍາມເພື່ອຊ່ອຍບໍລິສັດ TEPCO ທຳຄວາມສະອາດ ແລະປົດປະຈຳການ ສະຖານທີ່ດັ່ງກ່າວ ຊຶ່ງເປັນຂັ້ນຕອນ ທີ່ ອາດຕ້ອງໃຊ້ເວລາຫຼາຍໆທົດສະວັດ. ປະຊາຊົນຈຳນວນຫຼາຍສິບພັນຄົນຍັງອົບພະຍົບຫຼົບ ໜີຈາກເຂດດັ່ງກ່າວ 2 ປີເຄິ່ງ ຫຼັງຈາກວິກິດການໄດ້ເລີ້ມຂຶ້ນ.

XS
SM
MD
LG