ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທິດສະດີເສດຖະກິດ Abenomics ໄດ້ຮັບ ຄວາມສົນໃຈ ຢ່າງໃຫຍ່ (ວີດິໂອ ລາວ/ອັງກິດ)


Japan's Big Spending 'Abenomics' Sparks Interest From Ailing Europe
please wait

No media source currently available

0:00 0:03:14 0:00
ລິງໂດຍກົງ

ເບິ່ງວີດິໂອ ລາຍງານນີ້ ເປັນພາສາອັງກິດ

ມີນັກການເມືອງໜ້ອຍ​ຄົນ ທີ່ສາມາດອວດອ້າງ​ໄດ້​ວ່າ ມີ​ການຕັ້ງ
ຊື່ທິດສະດີເສດຖະກິດ ຕາມຊື່ຂອງຕົນ ແຕ່ບັດນີ້ ມີນາຍົກລັດຖະ
ມົນຕີຍີ່ປຸ່ນຄົນນຶ່ງທີ່ ຮວມຢູ່ໃນນັ້ນແລ້ວ. ໂຄງການໃຊ້ຈ່າຍຢ່າງ
ມະຫາສານ ແລະນະໂຍບາຍ ງົບປະມານແຫ່ງຊາດ​ແບບຫລົມໆ
ຂອງທ່ານ Shinzo Abe ໄດ້ຖືກຂະໜານນາມວ່າ Abenomics ແລະພ້ອມກັບທີ່ຍີ່ປຸ່ນສະແດງໃຫ້ເຫັນໃນສິ່ງທີ່ເບິ່ງຄືວ່າ ເສດຖະ
ກິດ ທີ່ກໍາລັງເຕີບໂຕແຂງແຮງດີນັ້ນ ກໍເລີຍເກີດມີການ ຮຽກຮ້ອງ ໃຫ້ບັນດາເສດຖະກິດຂອງພາກພື້ນຢູໂຣບທັງຫຼາຍ ທີ່ກໍາລັງລົ້ມ ລຸກຄຸກຄານຢູ່ໃນຂະນະນີ້ ນໍາເອົາຍຸດທະສາດແບບດຽວກັນນີ້ມາ
ໃຊ້. Henry Ridgwell ລາຍງານຈາກລອນດອນ ຊຶ່ງທອງປານ
ຈະນໍາເອົາລາຍ ລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.


ເບິ່ງວີດິໂອ ລາຍງານນີ້ ເປັນພາສາລາວ:

ທິດສະດີ ເສດຖະກິດ Abenomics
please wait

No media source currently available

0:00 0:03:21 0:00

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ປະກົດວ່າ ມີຄວາມພໍໃຈ ຢ່າງສູງນໍາຜົນ ຂອງກອງປະຊຸມສຸດຍອດຂອງກຸ່ມ ຈີ-ແປດ ໃນອາທິດແລ້ວນີ້ ຢູ່ແຂວງ Ireland ເໜືອ
ຂອງອັງກິດນັ້ນ ຊຶ່ງທ່ານໄດ້ກ່າວຕໍ່ກອງປະຊຸມນັກຂ່າວ ເມື່ອວັນອັງຄານອາທິດຜ່ານມານີ້:

“ໃນການໂອ້ລົມປຶກສາຫາລືກັນກ່ຽວກັບເສດຖະກິດໂລກນັ້ນ ຕະຫຼອດທັງ
ໃນການເຈລະຈາກັນສອງຝ່າຍ ໄດ້ມີການສະແດງໃຫ້ເຫັນເຖິງຄວາມສົນໃຈ
ຢ່າງແຮງ ໃນຍຸດທະສາດດ້ານງົບປະມານ ແລະການເຕີບໂຕຂອງເສດຖະ
ກິດຂອງຍີ່ປຸ່ນ.”


ບັນດານັກວິເຄາະເວົ້າວ່າ ຄວາມສົນໃຈໂດຍສ່ວນໃຫຍ່ນັ້ນແມ່ນມາຈາກພາກພື້ນຢູໂຣບ
ທີ່ກໍາລັງໄດ້ຮັບຄວາມເດືອດຮ້ອນ ຈາກການເຕີບໂຕທາງເສດຖະກິດທີ່ຝືດເຄືອງ ຫຼືບໍ່ມີ
ເລີຍ ຢູ່ໃນຂະນະນີ້ ຊຶ່ງແທ້ໆແລ້ວກໍຄືກັນກັບ ທີ່ຍີ່ປຸ່ນໄດ້ປະສົບມາໃນໄລຍະສອງທົດ
ສະວັດຜ່ານມາ. Tobias Blattner ນັກເສດຖະສາດກ່ຽວກັບພາກພື້ນຢູໂຣບ ປະຈໍາ
ບໍລິສັດຕະຫຼາດເງິນທຶນ Daiwa Capital Markets ເວົ້າວ່າ:

“ການບັນເທົາທຸກໃນໄລຍະສັ້ນ ທີ່ໂຄງການ​ເຫຼົ່ານີ້ ສາມາດນໍາ​ມາ​ໃຫ້ໄດ້ນັ້ນ ​ແມ່ນແນ່ນອນວ່າ ​ເປັນສິ່ງນຶ່ງທີ່ຈະ​ມີ​ຄົນຍິນ​ດີ​ນໍາຫຼາຍ ຢູ່ໃນຫຼາຍພາກສ່ວນ
ໃຫຍ່ໆຂອງເຂດຢູໂຣ.”


ທ່ານ Shinzo Abe ອະທິບາຍກ່ຽວ​ກັບທິດສະດີເສດຖະກິດຂອງທ່ານ ຫຼື Abenomics
ວ່າ ມີຫຼັກສາມປະການ ຄືນຶ່ງ ນະໂຍບາຍດ້ານເງິນຕາ ຄືກົດຄ່າເງິນເຢັນໃຫ້ຕໍ່າໄວ້, ສອງ ນະ​ໂຍບາຍ​ດ້ານ​ງົບປະມານ ທີ່ກະຕຸກຊຸກຍູ້ເສດຖະກິດຈໍານວນມະຫາສານ ຊຶ່ງ​ໂດຍ​
ພື້ນຖານ​ແລ້ວ ກໍ​ແມ່ນພິມເງິນຕື່ມອີກ ແລະສາມ ຊຸກຍູ້ການເຕີບໂຕ ຜ່ານການຫຼຸດຜ່ອນ
ກົດລະບຽບ ແລະຊຸກຍູ້ໃຫ້ແມ່ຍິງເຂົ້າມາ​ຮ່ວມໃນໜ່ວຍແຮງງານຫຼາຍຂຶ້ນ ຊຶ່ງເທົ່າເຖິງ
ປັດຈຸບັນນີ້ ກໍປະກົດເຫັນວ່າ ມີປະສິດທິຜົນແລ້ວ.

ຄ່າເງິນເຢັນໄດ້ຕົກຕໍ່າລົງ 20 ເປີເຊັນກວ່າ ທຽບໃສ່ເງິນໂດລ່າ ນັບ​ແຕ່ປີກາຍ​ນີ້ມາ ຊຶ່ງ
ນັ້ນກໍໄດ້ຊ່ວຍ​ເຮັດ​ໃຫ້ ປະລິມານການສົ່ງອອກຂອງຍີ່ປຸ່ນ ຖີບຂຶ້ນສູ່ລະດັບສູງສຸດໃນ
ເດືອນພຶດສະພາ ຄືສູງຂຶ້ນ 10 ເປີເຊັນຈາກປີຜ່ານມາ. ຍີ່ປຸ່ນໄດ້ລາຍງານການເຕີບໂຕ ສູງ​ສົມຄວນໃນໄຕມາດທໍາອິດ ທີ່ຍີ່​ປຸ່ນເວົ້າວ່າ ຈະສ້າງການເຕີບໂຕປະຈໍາປີໃຫ້ໄດ້ໃນ
ອັດຕາ 4.1 ເປີເຊັນ ເຖິງແມ່ນວ່າກອງທຶນສາກົນ ຫຼື IMF ​ໄດ້​ຄາດ​ການ​ໄວ້ ​ໃນ​ອັດ​ຕາ​ທີ່
ຕໍ່າ​ກ່ວາ​ນັ້ນ​ ຢ່າງ​ຫຼວງຫຼາຍ ສໍາລັບປີ 2013 ຄື 1.6 ເປີເຊັນ ກໍຕາມ. ສະນັ້ນ ບັນດາເສດ ຖະກິດທີ່ກໍາລັງລົ້ມລຸກຄຸກຄານຂອງພາກພື້ນຢູໂຣບ ຈະສາມາດ​ເອົາແບບຢ່າງຂອງທິດ
ສະດີ Abenomics ໄດ້ຫຼືບໍ່? ທ່ານ Tobias Blattner ມີ​ຄວາມ​ເຫັນດັ່ງ​ນີ້:

“ຖ້າເຮົາສຶກສາເບິ່ງຍີ່ປຸ່ນ ບັນຫາໃຫຍ່ທີ່ສຸດຂອງເຂົາເຈົ້າ ກໍຄືຄາດໝາຍການ
ເກີດສະພາວະເງິນເຟິ້ຕໍ່າຫຼາຍ
ຊຶ່ງ​ເຮັດ​ໃຫ້ກິດຈະການເສດຖະກິດຊະງັກລົງ
ໃນຂອບເຂດກວ້າງຂວາງ. ນີ້ຄືສິ່ງນຶ່ງທີ່ພວກເຮົາ ອາດຍັງບໍ່ມີໃນເຂດຢູໂຣໃນ
ປັດຈຸບັນນີ້ ຍ້ອນວ່າຍູ່ທີ່ນັ້ນ ຜົນ
ຂອງການເຕີບໂຕທີ່ຊັກຊ້າຫຼາຍນັ້ນ ປົກກະຕິ
ແລ້ວ ແມ່ນ
ການຂາດການປະຕິຮູບທາງດ້ານໂຄງສ້າງ.”

ເວລາປະທານາທິບໍດີຝຣັ່ງ ທ່ານ Francois Hollande ໄປຢ້ຽມຢາມຍີ່ປຸ່ນເມື່ອຕົ້ນ
ເດືອນນີ້ ບາງສື່ມວນຊົນຂອງຝຣັ່ງແລະຍີ່ປຸ່ນ ຊີ້ແນະວ່າ ທ່ານ Hollande ໄປທີ່ນັ້ນ
ກໍເພື່ອຂໍຖອດ​ຖອນບົດຮຽນຈາກ ທິດສະດີ Abenomics. ເສດຖະກິດຂອງຝຣັ່ງໄດ້
ຕົກຄືນສູ່ສະພາວະຖົດຖອຍໃນໄຕມາດ​ແລ້ວ​ນີ້ ຊຶ່ງທ່ານ Hollande ມີຄໍາຕອບດັ່ງ​ນີ້:

“ພວກເຮົາມີສະຖານ​ນະ​ການ​ທີ່ແຕກຕ່າງກັນຫຼາຍ ຄື ຝຣັ່ງແມ່ນຢູ່ໃນກຸ່ມປະເທດ
ໃຊ້ເງິນຢູໂຣ ແລະມີຫຍັງ
ພວກເຮົາກໍຕ້ອງໄດ້ຮ່ວມກັນເຮັດກັບພາຄີຂອງພວກເຮົາ ຕ້ອງປະຕິບັດງານຮ່ວມກັນ ສ່ວນຍີ່ປຸ່ນນັ້ນ ມີສິດທິອະທິປະໄຕຂອງຕົນ​ເອງ ທີ່ຈະ ຕັດສິນໃຈກ່ຽວກັບນະໂຍບາຍແລະເງື່ອນ ໄຂຕ່າງໆດ້ານການເງິນຂອງຕົນໂດຍ
ລໍາພັງໄດ້.”


ທ່ານ Tobias Blattner ເວົ້າວ່າ ປະທານາທິບໍດີ Hollande ກໍາລັງ​ມອງ​ເບິ່ງສະພາບ​
ການ​ຕາມ​ຄວາມ​ເປັນຈິງ ໃນເລຶ່ອງນີ້. ທ່ານ Blattner ເວົ້າວ່າ:

“ການຈັດ​ຕັ້ງປະຕິບັດນະໂຍບາຍແບບທິດສະດີ Abenomics ທີ່ວ່ານີ້ ​ແມ່ນ​ຮອດຈະເປັນໄປບໍ່ໄດ້​ເລີຍໃນກອບປັດຈຸບັນ. ມັນຈະເປັນໄປໄດ້ກໍໃນການ
ລວມຕົວກັນ ຄື​ໝົດ​ທຸກ​ປະ​ເທດ​ອີ​ຢູ​ເຮັດ​ນໍາ​ກັນເທົ່ານັ້ນ ແລະແນ່ນອນ ບາງ
ປະເທດສະມາຊິກແກນນໍາ ​ແມ່ນມີຂໍ້ສົງໄສບໍ່​ແນ່​ໃຈ​ກ່ຽວ​ເລື້ອງ​ນີ້ ​ເປັນ​ຕົ້ນ​ພວກເສດຖະກິດ​ໃນຢູໂຣບພາກເໜືອ ເຊັ່ນ ເຢຍຣະມັນ ແລະເນເທີແລນດ໌.”


ສະນັ້ນ ໃນຂະນະທີ່ປະກົດວ່າ ທ່ານ Shinzo Abe ​ກໍາລັງຊຸກ​ຍູ້​ໃຫ້ເສດຖະກິດຍີ່ປຸ່ນ ກໍາລັງຟື້ນຕົວຄືນຢ່າງ​ໄວຢູ່ໃນ​ເວລານີ້ ກໍເບິ່ງຄືວ່າທິດສະດີເສດຖະກິດ Abenomics ຂອງທ່ານນັ້ນ ອາດຈະບໍ່ເປັນນຶ່ງໃນຫຼາຍໆສິນຄ້າສົ່ງອອກຂອງຍີ່ປຸ່ນ ກໍໄດ້.


XS
SM
MD
LG