ຈັກກະພັດນາຣູຮິໂຕະ (Naruhito) ຊຶ່ງເປັນຈັກກະພັດອົງໃໝ່ຂອງຍີ່ປຸ່ນໄດ້ຂຶ້ນຄອງຣາດຊະບັນລັງ ໃນວັນອັງຄານມື້ນີ້ ຢູ່ໃນພິທີອັນໃຫຍ່ໂຕມະໂຫຖານໃນນະຄອນຫລວງໂຕກຽວ.
ຈັກກະພັດນາຣູຮິໂຕະ ໄດ້ອ່ານຄຳປະກາດອອກມາຢູ່ໃນພະຣາດຊະວັງ ອິມພີຣຽວ (Imperial) ວ່າຈະປະຕິບັດພາລະກິດຂອງພະອົງໃຫ້ຫລ້ອນ ໃນນາມເປັນສັນຍາລັກຂອງປະເທດ ແລະຄວາມສາມັກຄີຂອງປະຊາຊົນ. ງານທີ່ຈັດແບບສັ້ນໆ ໄດ້ສິ້ນສຸດລົງດ້ວຍການກ່າວຊົມເຊີຍຂອງນາຍົກລັດຖະມົນຕີ ຊິນໂຊ ອາເບະ (Shinzo Abe) ຕໍ່ຈັກກະພັດອົງໃໝ່ ແລະໄດ້ນຳພາຝູງຊົນຮ້ອງຄຳວ່າ “ບັນຊາຍ (Banzai)!," ທີ່ມີຄວາມໝາຍວ່າ ມີອາຍຸຍືນ 10,000 ປີອອກມາສາມຄັ້ງ.
ມີບຸກຄົນສຳຄັນຕາງໜ້າໃຫ້ຕ່າງປະເທດຫລາຍກວ່າ ຮ້ອຍຄົນ ຊຶ່ງລວມທັງອົງມຸງກຸດເຈົ້າຟ້າຊາຍ ຊາລສ໌ (Charles) ຂອງອົງກິດ ເຂົ້າຮ່ວມພິທີດັ່ງກ່າວ.
ຈັກກະພັດນາຣູຮິໂຕະ ໄດ້ເລີ້ມສືບທອດບັນລັງຄຣິຊັນເທມອມ ຂອງພະອົງຢ່າງ ເປັນທາງການໃນເດືອນພຶດສະພາຜ່ານມາ ເມື່ອພະບິດາຂອງພະອົງມີພະຊົນໄດ້ 85 ປີ ຈັກກະພັດອົງກ່ອນ ອາກິຮິໂຕະ (Akihito) ໄດ້ສະລະບັນລັງ ຢ່າງເປັນທາງການພາຍຫລັງທີ່ຄອງບັນລັງມາໄດ້ 4 ທົດສະວັດ ຍ້ອນອ້າງເຫດຜົນວ່າສຸຂະພາບບໍ່ແຂງແຮງ. ຈັກກະພັດອົງກ່ອນ ອາກິຮິໂຕະ ທີ່ໄດ້ຂຶ້ນຄອງບັນລັງສືບທອດບິດາຂອງພະອົງ, ຈັກກະພັດຮີໂຣຮິໂຕະ (Hirohito) ທີ່ເປັນຈັກກະພັດໃນສະໄໝສົງຄາມໂລກຄັ້ງທີ 2 ນັ້ນ, ເປັນຈັກກະພັດອົງທຳອິດຂອງຍີ່ປຸ່ນທີ່ໄດ້ສະລະບັນລັງໃນຮອບ 200 ປີຜ່ານມາ.
ການຂຶ້ນຄອງບັນລັງຂອງຈັກກະພັດນາຣູຮິໂຕະ (Naruhito) ມີຂຶ້ນພາຍຫລັງທີ່ ມີພາຍຸໄຕ້ຝຸ່ນຮາຈີບິສ (Hagibis) ໄດ້ພັດຖະຫຼົ່ມ ໃນອາທິດນຶ່ງກ່ອນໜ້ານີ້ ຊຶ່ງເປັນພາຍຸໃຫຍ່ ທີ່ເຮັດໃຫ້ 80 ຄົນເສຍຊີວິດ.
ການແຫ່ຂະບວນທີ່ເອົາຈັກກະພັດນາຣູຮິໂຕະ (Naruhito) ໄປພົບກັບຝູງຊົນ ຖືກເລື່ອນໄປຈົນຮອດວັນທີ 10 ພະຈິກທີ່ຈະມາເຖິງນີ້ ເພື່ອສະແດງຄວາມເຄົາລົບຕໍ່ພວກໄດ້ຮັບເຄາະຮ້າຍ.