ລິ້ງ ສຳຫລັບເຂົ້າຫາ

 
ການເລືອກຕັ້ງ ຍີ່ປຸ່ນ ອາດຈະເຮັດໃຫ້ພັກເສລີ​ປະຊາທິປະ​ໄຕ ອ່ອນແອລົງ ແລະ ທຳລາຍລັດຖະບານຂອງທ່ານ ອິຊິບະ ໄດ້
ວັນສຸກ, ໑໑ ເມສາ ໒໐໒໕

ການເລືອກຕັ້ງ ຍີ່ປຸ່ນ ອາດຈະເຮັດໃຫ້ພັກເສລີ​ປະຊາທິປະ​ໄຕ ອ່ອນແອລົງ ແລະ ທຳລາຍລັດຖະບານຂອງທ່ານ ອິຊິບະ ໄດ້


Japan Election Preview
please wait

No media source currently available

0:00 0:03:16 0:00

ຊົມ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ.

​ເດືອນ​ທີ່ວຸ້ນວາຍຂອງ​ການ​ເມືອງຍີ່ປຸ່ນ​ຈະ​ຈົບລົງ​ໃນ​ວັນ​ອາທິດ​ນີ້ ດ້ວຍ​ການ​ເລືອກ​ຕັ້ງ​ທົ່ວ​ໄປ. ຖ້າການ ຢັ່ງຫາງສຽງຖືກຕ້ອງ, ພັກ​ເສລີ​ປະຊາທິປະ​ໄຕ​ທີ່​ປົກຄອງ​ປະ​ເທດ​ອາດ​ຈະ​ເສຍຫຼາຍ​ບ່ອນ​ນັ່ງ ​ເຊິ່ງຖື​ເປັນ​ຄວາມ​ເສຍ​ຫາຍ​ຕໍ່​ພັກ​ທີ່​ປົກຄອງ​ຍີ່ປຸ່ນ​ ມາ​ເປັນ​ເວລາ​ທັງ​ໝົດ ຍົກເວັ້ນ 4 ປີ​ໃນ​ຮອບ 65 ປີ​ທີ່​ຜ່ານ​ມາ. ນອກຈາກນີ້, ມັນຍັງສາມາດທຳລາຍຄວາມທະເຍີທະຍານຂອງນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນໄດ້, ດັ່ງທີ່ ນັກຂ່າວອີໂອເອ, ບີລ ກາລໂລ (Bill Gallo) ລາຍງານ.

ທ່ານ ຊິເກຣູ ອິຊິບະ (Shigeru Ishiba) ​ຍິ້ມ​ແຍ້ມ​ແຈ່ມ​ໃສ ຫລັງ​ຈາກ​ໄດ້​ຮັບຄະ​ແນນ​ສຽງ​ຈາກ​ພັກການເມືອງທີ່​ໄດ້ເຮັດໃຫ້ທ່ານໄດ້ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ຍີ່​ປຸ່ນ.

​ແຕ່​ຫຼັງ​ຈາກ​ການ​ສ້າງຕັ້ງ​ຄະນະ​ລັດຖະມົນຕີຂອງທ່ານ ​ບໍ່​ຮອດ​ນຶ່ງ​ເດືອນ, ໄລຍະເວລາແຫ່ງຄວາມສຸກ ຫຼື ຮັນນີມູນ (honeymoon) ກໍອາດ​ຈະ​ສິ້ນ​ສຸດ​ລົງ​ແລ້ວ.

ການເຄື່ອນໄຫວທີ່ສຳຄັນໃນເບື້ອງຕົ້ນຂອງທ່ານ ອິຊິບະ (Ishiba) ແມ່ນການຮຽກຮ້ອງໃຫ້ມີການເລືອກ ຕັ້ງທົ່ວໄປ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບການນຳພາຂອງທ່ານ. ເຊິ່ງມັນອາດຈະເຮັດໄປໃນທາງທີ່ກົງກັນ ຂ້າມກັນເລີຍ.

ການ​ຢັ່ງ​ຫາງ​ສຽງ​ຊີ້​ໃຫ້​ເຫັນ​ວ່າ ພັກ​ເສລີ​ປະຊາທິປະ​ໄຕ ຫຼື LDP ຈະ​ສູນ​ເສຍ​ພື້ນ​ທີ່​ໃນ​ສະພາ​ຕ່ຳ​ໃນ​ວັນ​ອາທິດນີ້, ຫຼືບາງ​ທີ ​ແມ່ນ​ແຕ່ສຽງ​ສ່ວນ​ໃຫຍ່​ຂອງ​ຕົນອີກດ້ວຍ ໂດຍບັງຄັບ​ໃຫ້ພັກຕ້ອງ​ແບ່ງ​ປັນອຳນາດ.

ທ່ານ ເຈັບຟຣີ ເຈ. ຮໍ (Jeffrey J. Hall), ນັກວິເຄາະການເມືອງຈາກມະຫາວິທະຍາໄລ ຄານດະ (Kanda) ໃນນະຄອນຫຼວງໂຕກຽວ ກ່າວຜ່ານທາງ Zoom ວ່າ:

“ນີ້ຈະເຮັດໃຫ້ LDP ອ່ອນແອລົງຢ່າງຫຼວງຫຼາຍ. ມັນຈະເຮັດໃຫ້ນາຍົກລັດຖະມົນຕີ ອິຊິບະ (Ishiba) ອ່ອນແອລົງຢ່າງຫຼວງຫຼາຍ. ແລະມັນເບິ່ງບໍ່ດີສໍາລັບອະນາຄົດຂອງພັກ."

ທ່ານ ອິຊິບະ (Ishiba) ກໍາລັງປະເຊີນກັບຜົນເສຍຫາຍຈາກເລື່ອງຫຍໍ້ທໍ້ຂອງ ພັກ LDP, ເຊິ່ງລວມເຖິງ ເລື້ອງທີ່ກ່ຽວຂ້ອງກັບການບໍລິຈາກທາງດ້ານການເມືອງທີ່ບໍ່ໄດ້ຖືກລາຍງານ.

ບັນດາຜູ້ມີສິດເລືອກຕັ້ງ ຍັງຮູ້ສຶກອຸກອັ່ງໃຈກ່ຽວກັບອັດຕາເງິນເຟີ້ທີ່ເຮັດໃຫ້ລາຄາຜູ້ບໍລິໂພກເພີ່ມຂຶ້ນ.

ຖ້າ ທ່ານ ອິຊິບະ (Ishiba) ອ່ອນແອລົງ, ຄູ່ແຂ່ງອະນຸລັກນິຍົມຂອງທ່ານ, ເຊິ່ງທ່່ານໄດ້ເອົາຊະນະ ມາໄດ້ໃນເດືອນແລ້ວນີ້, ກໍອາດຈະໂຈມຕີ ໂດຍບັງຄັບໃຫ້ທ່ານໄປທາງຂວາ, ສາດສະດາຈານ ຈາກນະຄອນຫຼວງໂຕກຽວ, ທ່ານ ໄມໂຄລ ຄູເຊັກ (Michael Cucek) ກ່າວ.

ທ່ານ ໄມໂຄລ ຄູເຊັກ (Michael Cucek), ຈາກມະຫາວິທະຍາໄລ ເທັມໂປ (Temple), ວິທະຍາເຂດ ຍີ່ປຸ່ນ ກ່າວຜ່ານທາງ Zoom ວ່າ:

“ຖ້າລາວປະສົບກັບຄວາມພ່າຍແພ້ໃນການເລືອກຕັ້ງຄັ້ງໃຫຍ່, ລາວຈະຕ້ອງປ່ອຍໃຫ້ພວກເຂົາກັບຄືນ ສູ່ສູນກາງ. ​ແລະ​ນັ້ນ​ຈະ​ປ່ຽນແປງຍີ່ປຸ່ນ ​ຫຼາຍ​ກວ່າການ​ດັດແກ້​ຈຸດຢືນ​ໃນ​ປະຈຸ​ບັນ​ຂອງ​ຕົນ.”

ທິດ​ທາງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ອັນ​ກວ້າງ​ຂວາງ​ຂອງ​ຍີ່​ປຸ່ນ​ອາດ​ຈະ​ບໍ່​ປ່ຽນ​ແປງ. ​ແຕ່​ ​ສິດ​ທິ ທີ່​ເຂັ້ມ​ແຂງ​ອາດ​ຈະສ້າງຄວາມ​ສັບສົນໃນ​ບາງ​ດ້ານ, ​ເຊັ່ນ​ການ​ພົວພັນ​ທີ່​ອົບ​ອຸ່ນ​ຂຶ້ນ​ກັບ​ເກົາຫຼີ​ໃຕ້, ທ່ານ ຄູເຊັກ (Cucek) ກ່າວ.

ທ່ານ ໄມໂຄລ ຄູເຊັກ (Michael Cucek), ຈາກມະຫາວິທະຍາໄລ ເທັມໂປ (Temple), ວິທະຍາເຂດຍີ່ປຸ່ນ ກ່າວຜ່ານທາງ Zoom ວ່າ:

"ພວກເຂົາຈະບໍ່ອະນຸຍາດໃຫ້ ທ່ານ ອິຊິບະ (Ishiba), ເຮັດດີກັບຊາວເກົາຫຼີໃຕ້, ຍົກເວັ້ນພາຍໃຕ້ ເງື່ອນໄຂທີ່ເຄັ່ງຄັດຫຼາຍ."

ເຊິ່ງສ່ວນຫຼາຍແມ່ນຂຶ້ນກັບຜົນກການເລືອກຕັ້ງຂອງພັນທະມິດ, ຄື ມື້ລາງ ທ່ານ ຊິນໂຊ ອາເບະ (Shinzo Abe), ຜູ້ເປັນເຄື່ອງໝາຍອະນຸລັກນິຍົມ. ຝ່າຍຂອງທ່ານ ​ມີ​ສ່ວນ​ພົວພັນ​ກັບ​ການ​ສໍ້​ໂກງ​ການ​ລະດົມ​ທຶນ ​ແລະ​ອາດ​ຈະ​ຖືກ​ລົງ​ໂທດ​ໃນ​ການ​ປ່ອນ​ບັດເລືອກຕັ້ງ.

ທ່ານ ຣິນທາໂຣ ນິຊິມູຣະ (Rintaro Nishimura), ສະມາຊິກຂອງກຸ່ມ Asia Group Japan Practice ກ່າວຜ່ານທາງ Zoom ວ່າ:

"ແຕ່ໃນເວລາດຽວກັນ, ນັ້ນບໍ່ໄດ້ຫມາຍຄວາມວ່າພວກເຂົາທັງຫມົດຈະຖືກກໍາຈັດ. ນັ້ນ ໝາຍຄວາມວ່າ ຍັງມີຄົນຈຳນວນຫຼາຍ ທີ່ສາມາດສ້າງສະຖານະການ ແລະເຮັດໃຫ້ຊີວິດຂອງນາຍົກລັດຖະມົນຕີ ຫຍຸ້ງຍາກໄດ້.”

ດັ່ງນັ້ນ, ທ່ານ ອິຊິບະ (Ishiba) ຈຶ່ງອາດຈະຈໍາເປັນຕ້ອງໄດ້ຫຼຸດຜ່ອນຄວາມທະເຍີທະຍານດ້ານ ນະໂຍບາຍການຕ່າງປະເທດຂອງທ່ານລົງ ແລະສຸມໃສ່ຂໍ້ສະເຫນີທີ່ມີການເຫັນດີນໍາຢ່າງກວ້າງຂວາງ, ໃນຂະນະທີ່ທ່ານ ຈັດການກັບການເມືອງທີ່ມີຄວາມສັບສົນຫຼາຍຂຶ້ນຢູ່ພາຍໃນປະເທດ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

Shigeru Ishiba was all smiles after winning a party vote that made him Japan’s new prime minister.

But less than a month after forming his cabinet, the honeymoon may already be over.

Ishiba’s first major move was to call a general election to solidify his leadership. it may do the exact opposite.

Polls suggest the Liberal Democratic Party, or LDP, will lose ground in the lower house on Sunday, perhaps even its majority – forcing it to share power.

“This would significantly weaken the LDP. It would very much weaken Prime Minister Ishiba. And it doesn’t look good for the party’s future.”

Ishiba is facing the fallout of LDP scandals, including one involving unreported political donations.

Voters are also frustrated with inflation that has driven up consumer prices.

If Ishiba is weakened, his conservative rivals, which he defeated last month, may pounce, forcing him to the right, says Tokyo professor Michael Cucek.

“If he suffers a major electoral defeat, he’ll have to let them back into the central core. And that will actually radicalize Japan much more likely than moderating its current stance.”

Japan’s broad foreign policy direction may not change. But an emboldened right could complicate certain aspects, such as warmer ties with South Korea, says Cucek.

“They will not allow Ishiba, except under very stringent conditions, to be nice to the South Koreans.”

Much depends on the election performance of the allies of late conservative icon Shinzo Abe. His faction was involved in the fundraising scandal and may be punished at the polls.

“But at the same time, that doesn’t mean all of them are getting eliminated. So that means there’s still a healthy number of people who can make a scene and make life hard for the prime minister.”

As a result, Ishiba may need to scale back his foreign policy ambitions and focus on proposals with broader consensus, as he navigates more turbulent politics at home.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG