ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍີ່ປຸ່ນ ຜ່ອນຜັນ ຂໍ້ຈຳກັດຮັດແຄບ ຕໍ່ກອງທັບ ຂອງຕົນ (ວີດີໂອ)


ຜູ້ຊາຍຄົນນຶ່ງຮ້ອງປະທ້ວງ ຢູ່ນອກຫ້ອງການ ນາຍົກລັດຖະມົນຕີ ຍີ່ປຸ່ນ
ຜູ້ຊາຍຄົນນຶ່ງຮ້ອງປະທ້ວງ ຢູ່ນອກຫ້ອງການ ນາຍົກລັດຖະມົນຕີ ຍີ່ປຸ່ນ

ຍີ່​ປຸ່ນ ​ໄດ້​ຜ່ອນຜັນ​ຂໍ້ຈຳກັດຮັດແຄບ ກ່ຽວກັບເລື່ອງກອງທັບ​ຂອງ
​ຕົນ ອັນ​ເປັນ​ການເຄື່ອນໄຫວທີ່ມີຄວາມສຳຄັນຄັ້ງປະຫວັດສາດ
​ໄປຈາກນະໂຍບາຍສັນຕິນິຍົມຂອງປະເທດ ໃນຍຸກຫລັງ​ສົງຄາ​ມ
​ໂລກ​ຄັ້ງທີ​ສອງ.

​ໃນ​ວັນ​ອັງຄານ​ມື້​ນີ້ ບັນດາ​ສະມາຊິກສະພາ ​ໄດ້​ຮັບຜ່ານການຕີ
ຄວາມໝາຍຄືນ ໃໝ່ຂອງມາດຕາ 9 ລັດຖະທຳ​ມະນູນຍີ່ປຸ່ນທີ່
ສະຫະລັດເປັນຜູ້ຮ່າງຂຶ້ນ ຊຶ່ງ​ໄດ້​ປະຕິເສດຕໍ່ການເຮັດສົງ​ຄາມ
ນັ້ນ. ຕໍ່​ມາ​ຄະນະລັດຖະບານກໍ​ໄດ້​ໃຫ້ການສະໜັບ ສະໜຸນຕໍ່​
ມາດ​ຕະການຢ່າງ​ເປັນ​ທາ​ງການ.

ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ຫ້ອງການ ທ່ານ Shinzo Abe ​ເພື່ອ​ສະ​
ແດງ​ການຄັດ​ຄ້ານຕໍ່​ການ​ເຄື່ອນ​ໄຫວດັ່ງກ່າວ.

ທ່ານ Toshio Ban ອາຍຸ 67 ປີ ​ແມ່ນ​ຜູ້​ນຶ່ງ​ຢູ່​ໃນ​ພວກ​ປະ​ທ້ວງ ທ່ານກ່າວ​ວ່່າ “​ເປັນ​ເວລາ
70 ປີ ທີ່ຍີ່ປຸ່ນ​ໄດ້ຮັກສາສັນຕິພາບໄວ້ ຢູ່ໃນ​ລັດຖະທຳ​ມະນູນ​ຂອງ​ຕົນ​. ພວກ​ເຮົາ​ເຮົາ​ຊິ​ໄປ
​ເຮັດ​ຫຍັງ​ກັບຜູ້​ຊາຍໂງ່​ຈ້າ​ຄົນ​ນັ້ນ​ ທີ່​ພະຍາຍາມ​ຢຽບຢ່ຳ ລັດຖະທຳ​ມະນູນ ອັນ​ມີ​ຄຸນ​ຄ່ານີ້?

ພາຍ​ໃຕ້ການ​ຕີຄວາມໝາຍຄືນໃໝ່ນີ້ ກອງທັບ​ຍີ່​ປຸ່ນ ຈະ​ໄດ້ຮັບອະນຸຍາດ​ໃຫ້​ມີ​ສິດທິ​ໃນ
ການເຂົ້າຮ່ວມ “​ກຸ່ມຈັດຕັ້ງໃນດ້ານປ້ອງກັນປະເທດຫຼືທາງທະຫານ.” ​

ການ​ປ່ຽນ​ແປງ​ນີ້ ມີ​ຈຸດປະສົງ​ເພື່ອ​ອະນຸຍາດ​ໃຫ້ ​ຍີ່​ປຸ່ນສາມາດປ້ອງ​ກັນ​ບັນດາ​ປະເທດ​ເພື່ອນ​
ມິດ ທີ່​ຖືກໂຈມຕີ. ນອກນັ້ນ​ຍັງ​ຈະ​ອະນຸຍາດ​ໃຫ້ຍີ່ປຸ່ນ​ພົວພັນ​ໄດ້ຫຼາຍ ຂຶ້ນ ​ໃນ​ການ​ປະຕິບັດ​
ງານ​ຮັກສາ​ສັນຕິພາບ​ ຂອງສະຫະ​ປະຊາ​ຊາດ.

ນາຍົກ​ລັດຖະມົນຕີ Abe ກ່າວ​ວ່າ ການ​ເຄື່ອນ​ໄຫວນີ້​ມີ​ຄວາມ​ຈຳ​ເປັນເພື່ອ​ຊ່ວຍ ​ໃຫ້ຍີ່ປຸ່ນ​ມີ​
ບົດບາດ “ຫລາຍ​ຂື້ນ” ຢູ່​ໃນ​ຂົງ​ເຂດ ບ່ອນ​ທີ່ອິດທິພົນຂອງຈີນ ​ພວມ​ເພີ້​ມ​ທະວີຂຶ້ນນັ້ນ.

JAPAN DEFENSE CNPK
please wait
Embed

No media source currently available

0:00 0:02:59 0:00

XS
SM
MD
LG