ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່​ປຸ່ນ ປະ​ກາດ ​ຈະຖອນໂຕ ​ອອກ​ຈາກ ກຳ​ມາ​ທິ​ການ​ສາ​ກົນ ກ່ຽວ​ກັບ​ ການ​ລ່າ​ປາ​ວານ ​


ທ່ານ​ໂຈ​ຈີ ໂມ​ຣີ​ຊີ​ຕາ ​ກຳ​ມາ​ທິ​ການ​ຍີ່​ປຸ່ນ ໃນ​ອົງ​ການ IWC ກ່າວ​ຢູ່ກອງ​ປະ​ຊຸ​ມ​ນັກ​ຂ່າວ ທີ່​ນະ​ຄອນ​ໂຕ​ກຽວ ເມື່ອວັນ​ທີ 28 ພະ​ຈິກ 2014.
ທ່ານ​ໂຈ​ຈີ ໂມ​ຣີ​ຊີ​ຕາ ​ກຳ​ມາ​ທິ​ການ​ຍີ່​ປຸ່ນ ໃນ​ອົງ​ການ IWC ກ່າວ​ຢູ່ກອງ​ປະ​ຊຸ​ມ​ນັກ​ຂ່າວ ທີ່​ນະ​ຄອນ​ໂຕ​ກຽວ ເມື່ອວັນ​ທີ 28 ພະ​ຈິກ 2014.

ຍີ່​ປຸ່ນ ຈະ​ເລີ້ມ​ການ​ລ່າ​ປາ​ວານ ເພື່ອ​ຈຸດ​ປະ​ສົງທາງ​ດ້ານການ​ຄ້າ​ຄືນ​ອີກ ໃນ​ປີ​ໜ້າ​ນີ້
ໂດຍ​ເຮັດ​ໃຫ້​ການ​ຕໍ່​ສູ້​ ມາ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ ກັບ​ບັນ​ດາ​ປະ​ເທດ​ຕໍ່ຕ້ານ​ການ
​ລ່າ​ປາ​ວານ ແລະ​ບັນ​ດາ​ນັກອະ​ນຸ​ລັກ​ສິ່ງ​ແ​ວດ​ລ້ອມ​ນັ້ນ ສິ້ນ​ສຸດ​ລົງ.

ຫົວ​ໜ້າກອງ​ເລ​ຂາ​ປະ​ຈຳຄະ​ນະ​ລັດ​ຖະ​ບານ ທ່ານ​ໂຍ​ຊິ​ຮິ​ເດ ຊູ​ກາ ໄດ້​ປະ​ກາດ​ໃນ​ວັນ
​ພຸດ​ມື້​ນີ້​ວ່າ ຍີ່​ປຸ່ນ​ຈະ​ຖອນ​ໂຕ ​ອອກ​ຈາກ​ຄະ​ນະ​ກຳ​ມາ​ທິ​ການ​ສາ​ກົນກ່ຽວ​ກັບ​ການ​ລ່າ​
ປາ​ວານ ຫຼື IWC ຊຶ່ງ​ຈະ​ເລີ້ມມີ​ຜົນໃນ​ວັນ​ທີ 30 ເດືອນມິ​ຖຸ​ນາ ​ທີ່
ຈະ​ມາ​ເຖິງ​ນີ້ ແລະ​ຈະ​ເລີ້ມ​ລ່າ​ປາ​ວານ​ເພື່ອ​ການ​ຄ້າ​ຫຼັງ​ຈາກ​ເດືອນ​ນັ້ນ. ທ່າ​ນ​ຊູ​ກາ ກ່າວ
​ວ່າ​ການ​ລ່າປາ​ວານ​ດັ່ງ​ກ່າວຈະ​ຈຳ​ກັດ​ຢູ່​ໃນ​ເຂດນ່ານ​ນ້ຳ​ແລະ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​
ເສດ​ຂອງ​ຕົນ​ເທົ່າ​ນັ້ນ​ ແລະ​ຈະ​ຍຸ​ຕິ​ການ​ເດີນ​ທາງ​ໄປ​ລ່າ​ປາ​ວານ​ປະ​ຈຳ​ປີ​ໄປ ​ຢູ່​ຂົ້ວ
​ໂລກ​ໃຕ້.

ການ​ຕັດ​ສິນ​ໃ​ຈຂອງ​ໂຕ​ກຽວເພື່ອ​ຖອນ​ໂຕອອກ​ຈາກກຳ​ມາ​ທິ​ການ​ຂອງໂລກ ທີ່ຄຸ້ມ​
ຄອງການ​ອະ​ນຸ​ລັກປາ​ວານມີ​ຂຶ້ນ​ຫຼັງ​ຈາກ​ອົງ​ການ IWC ໄດ້​ປະ​ຕິ​ເສດ​ບໍ່​ເຫັນ​ພ້ອມ​
ກັບ​ຄວາມ​ພະ​ຍາ​ຍາມ​ທີ່​ຈະເລີ້​ມ​ລ່າ​ປາ​ວານ​ຄືນ​ໃໝ່​ຂອງ​ຍີ່​ປຸ່ນ ​ຢູ່​ທີ່ກອງ​ປະ​ຊຸມ​ໃນ​
ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ.

ກຸ່ມປົກ​ປ້ອງ​ສິ່ງ​ແວດ​ລ້ອມ ກ​ຣີນ​ພິ​ສ ໄດ້​ອອກ​ຖະ​ແຫຼງ​ການ ຮ້ອງ​ການ​ຖອນ​ໂຕ​ຂອງ
​ຍີ່​ປຸ່ນອອກຈາກ​ອົງ​ການ IWC ວ່າ “​ບໍ່​ສອດ​ຄ່ອງ​ໃນ​ການ​ປ​ະ​ຕິ​ບັດ​ຂອງ​ປະ​ຊາ​ຄົ​ມ​ສາ​
ກົນ ​ບໍ່​ຕ້ອງ​ເວົ້າ​ເຖິງ ການປົກປ້ອງ​ທີ່​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຮັກ​ສາ​ບັນ​ດາ​ມະ​ຫາ​ສະ​ມຸດ​
ຂອງ​ພວກ​ເຮົາ ແລະ​ບັນ​ດາ​ສັດ​ມະ​ຫັດ​ສະ​ຈັນ​ເຫຼົ່າ​ນີ້.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG