ຍີ່ປຸ່ນ ແມ່ນໄດ້ຖືກຕ້ອງຕິໂດຍປະເທດເພື່ອນບ້ານທັງຫຼາຍ ຫຼັງຈາກທີ່ເຈົ້າໜ້າທີ່ອະວຸໂສ
ທາງທະຫານ ໄດ້ເຂົ້າຢ້ຽມຢາມສຸສານທີ່ເປັນບັນຫາໂຕ້ແຍ້ງກັນນັ້ນ ໃນວັນພະຫັດມື້ນີ້
ທີ່ໄດ້ເປັນກຽດໃຫ້ພວກທີ່ເສຍສະລະເລືອດເນື້ອເຊື້ອໄຂໃນສົງຄາມ ຊຶ່ງຮວມທັງພວກ
ທີ່ຖືກຕັດສິນວ່າມີໂທດໃນຄະດີອາດສະຍາກຳສົງຄາມຕ່າງໆ.
ການຢ້ຽມຢາມຂອງລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ທ່ານ Tomomi Inada ທີ່ສຸສານ Yasukuni ໃນນະຄອນ Tokyo ສ້າງຄວາມເຄັ່ງຕຶງຈາກຈີນ ແລະເກົາຫຼີໃຕ້ ທີ່ຖືວ່າ
ສຸສານດັ່ງກ່າວນີ້ ເປັນສັນຍາລັກຄວາມໂຫດຮ້າຍຂອງຍີ່ປຸ່ນ ເມື່ອປາງສົງຄາມ ກ່ອນແລະຫຼັງສົງຄາມໂລກຄັ້ງທີ II ຕອນທີ່ປະເທດດັ່ງກ່າວເຂົ້າຍຶດເອົາຫຼາຍໆອານາເຂດໃນພາກ
ພື້ນເອເຊຍຕາເວັນອອກ.
“ເຖິງແມ່ນວ່າ ຈະມີຄວາມແຕກຕ່າງໃນມູມມອງທາງດ້ານປະຫວັດວາດກໍຕາມ
ເຖິງແມ່ນວ່າພວກເຂົາເຈົ້າທັງສອງ ໄດ້ຕໍ່ສູ້ກັນ ຈະເປັນທັງມິດ ຫຼືສັດຕຸກັນ ກໍຕາມ
ຂ້າພະເຈົ້າເຊື່ອວ່າປະເທດໃດ ກໍຕາມແຕ່ຈະສາມາດເຂົ້າໃຈ ແລະພວກເຮົາປາຖະ
ໜາທີ່ຈະສະແດງອອກເຖິງຄວາມຮູ້ສຶກ ເຖິງຄວາມນັບຖືໃຫ້ກຽດຕໍ່ພວກທີ່ເສຍສະລະ
ເລືອດເນື້ອເຊື້ອໄຂຕໍ່ປະເທດຊາດຂອງພວກເຂົາເຈົ້າ,” ຊຶ່ງທ່ານ Inada ໄດ້ບອກ
ພວກນັກຂ່າວຫຼັງຈາກທີ່ໄດ້ຢ້ຽມຢາມສະຖານທີ່ດັ່ງກ່າວແລ້ວ.
ສາຍພົວພັນລະຫວ່າງຈີນກັບຍີ່ປຸ່ນ ໄດ້ມີຮອຍລ້າວທີ່ຈີນ ເຫັນວ່າຍີ່ປຸ່ນລັງເລໃຈໃນ
ການຂໍຂະມາໂທດໃນການກະທຳຂອງຍີ່ປຸ່ນ ໃນອະດີດ. ໂຄສົກຂອງກະຊວງການຕ່າງ
ປະເທດຈີນ ທ່ານ Hua Chunying ໄດ້ກ່າວຢ່າງບໍ່ພໍໃຈໃນການຢ້ຽມຢາມຂອງຍີ່ປຸ່ນ
ຄັ້ງນີ້ ໂດຍກ່າວວ່າ “ນີ້ບໍ່ໄດ້ສະແດງອອກເຖິງຄວາມຜິດຂອງຊາວຍີ່ຢຸ່ນ ໃນປະວັດ
ສາດຂອງຍີ່ປຸ່ນທີ່ຜິດພາດ ມັນຍັງໄດ້ສ້າງຄວາມຂຸ່ນເຄືອງກັບການຢ້ຽມຢາມເກາະ Pearl Harbor ນຳ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ