ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ກ່າວວ່າ ຈີນ ເຄື່ອນຍ້າຍສິນຄ້າ ໄປໃຫ້ ເກົາຫຼີເໜືອ ຢ່າງຜິດກົດໝາຍ


ທະຫານຮັກສາຄວາມປອດໄພ ຂອງເກົາຫຼີເໜືອ ຊອມເບິ່ງກຳປັ່ນ USS Pueblo ໃນພຽງຢາງ ຂອງເກົາຫຼີເໜືອ, ວັນທີ 24 ມັງກອນ 2108.
ທະຫານຮັກສາຄວາມປອດໄພ ຂອງເກົາຫຼີເໜືອ ຊອມເບິ່ງກຳປັ່ນ USS Pueblo ໃນພຽງຢາງ ຂອງເກົາຫຼີເໜືອ, ວັນທີ 24 ມັງກອນ 2108.

ຍີ່ປຸ່ນ ກ່າວວ່າ ກອງທັບຂອງຕົນໄດ້ພົບເຫັນການເຄື່ອນຍ້າຍສິນຄ້າ ລະຫວ່າງຈີນ ແລະ
ເກົາຫຼີເໜືອ ຢູ່ໃນກາງທະເລ ທີ່ຕົນສົງໄສວ່າ ເປັນການລະເມີດຕໍ່ມາດຕະການລົງໂທດ
ດ້ານເສດຖະກິດຂອງ ອົງການສະຫະປະຊາຊາດ ຕໍ່ພຽງຢາງ.

ກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ເຮືອບິນກວດກາ
ທາງທະເລ ແລະກຳປັ່ນຄຸ້ມກັນລຳນຶ່ງ ໄດ້ພົບເຫັນກຳປັ່ນບັນທຸກນ້ຳມັນຕິດທຸງເກົາຫຼີເໜືອ
ທີ່ມີຊື່ວ່າ Yu Jong 2 ກຳລັງແລ່ນຄຽງຄູໄປກັບກຳປັ່ນນ້ອຍລຳນຶ່ງ ຢູ່ໃນທະເລຈີນຕາເວັນ
ອອກ ປະມານ 250 ກິໂລແມັດນອກຝັ່ງນະຄອນຊຽງໄຮ້ຂອງຈີນ ເມືຶ່ອວັນສຸກຜ່ານມານີ້.

ສ່ວນກຳປັ່ນອີກລຳນຶ່ງນັ້ນບໍ່ຊາບວ່າເປັນກຳປັ່ນຂອງປະເທດໃດແທ້ ແຕ່ກະຊວງ ດັ່ງກ່າວ
ເວົ້າວ່າ ມີການຂຽນຄຳເວົ້າ “Min Ning De You 078” ເປັນພາສາຈີນ ຢູ່ທາງດ້ານໜ້າ
ຂອງກຳປັ່ນດັ່ງກ່າວ ເຊິ່ງແປວ່າ ກຳປັ່ນບັນທຸກນ້ຳມັນຈາກເມືອງ Ningde ຊຶ່ງເປັນເມືອງ
ແຄມຝັ່ງທະເລ ໃນແຂວງ Fujian ຂອງຈີນ.

ກະຊວງຕ່າງປະເທດຍີ່ປຸ່ນ ຍັງກ່າວອີກວ່າ ຕົນໄດ້ລາຍງານ ການເຄືີ່ອນຍ້າຍສິນຄ້າທີ່ ໜ້າສົງໄສດັ່ງກ່າວ ໃຫ້ແກ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດໄປແລ້ວ.
ຄັ້ງນີ້ ແມ່ນເປັນຄັ້ງທີສາມ ທີ່ເຫດການເຊັ່ນນີ້ ໄດ້ຖືກລາຍງານໂດຍໂຕກຽວ ໃນປີນີ້.

ພຽງຢາງ ແມ່ນຖືກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ລົງໂທດມາເປັນ
ລຳດັບ ຍ້ອນວ່າ ລະບອບການປົງຄອງດັ່ງກ່າວ ຍັງສືບຕໍ່ທຳການທົດລອງ ອາວຸດ
ນິວເຄລຍ ແລະລູກສອນໄຟຂີປະນາວຸດຕ່າງໆ ຮວມທັງມາດຕະການນຶ່ງ ທີ່ຫ້າມບັນດາ
ປະເທດສະມາຊິກ ບໍ່ໃຫ້ເອື້ອອຳນວຍຄວາມສະດວກ ຫຼື ທຳການເຄື່ອນຍ້າຍສິນຄ້າ
ຈາກກຳປັ່ນນຶ່ງ ຫາອີກກຳປັ່ນນຶ່ງ ທີ່ຕິດທຸງຂອງເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG