ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ອະນຸມັດ ງົບປະມານ 42 ພັນລ້ານໂດລາ ສຳຫລັບປ້ອງກັນປະເທດ


Japan Unveils Largest Ever Defense Budget
please wait

No media source currently available

0:00 0:03:34 0:00

ຍີ່ປຸ່ນ ປະກາດ​ໃນ​ວັນ​ພຸດ ​ອາທິດ​ທີ່​ຜ່ານ​ມາ​ນີ້ວ່າ ງົບປະມານ​
ປ້ອງກັນ​ປະ​ເທດ​ຂອງ​ຕົນ​ໃນ​ປີ​ໜ້າ​ນີ້ ຈະ​ເພີ້​ມຂື້ນ​ເກືອບ 42
ພັນ​ລ້ານ​ໂດ​ລາ ຊຶ່ງ​ເປັນການ​ອະນຸມັດ​ງົບປະມານ​ໃຫຍ່ສຸດ ທີ່​
ບໍ່​ເຄີຍ​ມີ​ມາ​ກ່ອນ. ນາຍົກລັດຖະມົນຕີ Shinzo Abe ​ໄດ້​ຖືກ
​ເລືອກໃຫ້ເຂົ້າຮັບຕຳແໜ່ງ ​ຄືນ​ໃໝ່​ ຢ່າງ​ງາຍ​ດາຍໃນ​ເດືອນ
​ແລ້ວ​ນີ້ ຫລັງຈາກໄດ້ຮຽກໃຫ້ມີການ ເລືອກຕັ້ງກ່ອນກຳນົດ.
ທ່ານ Abe ກ່າວ​ວ່າ ທ່ານ​ຈະ​ໃຊ້ສິດອຳນາດ ດັ່ງກ່າວ ​ເພື່ອ​
ຊຸກຍູ້ຕໍ່​ໄປ ກ່ຽວ​ກັບ​ການ​ປ່ຽນ​ແປງທາງດ້ານ​ທະຫານທີ່ ເປັນ
ບັນຫາໂຕ້ແຍ້ງ ຊຶ່ງໄດ້​ພາໃຫ້​ເກີດມີ​ຄວາມໂກດ​ແຄ້ນຂຶ້ນ
ແລ້ວ ຢູ່ທີ່ປັກ​ກິ່ງ. Henry Ridgwell ມີລາຍ​ງານ​ກ່ຽວກັບ
ເລື່ອງນີ້ຈາກລອນ​ດອນ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ
​ເໜີ​ທ່ານ.

ງົບປະມານ​ດ້ານປ້ອງ​ກັນ​ປະ​ເທດທີ່ສູງເປັນ​ປະຫວັດ​ການແບບທີ່ບໍ່ເຄີຍ​ມີມາ​ກ່ອນ ຈະນຳ
​ໄປ​ໃຊ້​ຈ່າຍ ໃນການ​ຊື້ເຮືອບິນ​ສັງ​ເກດ​ການສອດແນມ ເຮືອບິນ​ລົບອາຍພົ່ນ F-35 ທີ່​ເຣ
ດາ​ ຈັບ​ບໍ່​ໄດ້ ພ້ອມ​ດ້ວຍລົດ​ສະເທີນນ້ຳສະເທີນບົກ ​ແລະເຮືອບິນ​ບໍ່ມີຄົນຂັບ.

ທ່ານ Alessio Patalano ຈາກກະຊວງປ້ອງກັນປະເທດອັງກິດທີ່ກຳ ລັງສຶກສາຢູ່
Kings Collge ​ໃນ​ນະຄອນ​ລອນ​ດອນກ່າວວ່າ ການລົງ ທຶນທາງທະຫານຂອງ​ໂຕ​ກຽວ ແມ່ນມີ​ຈຸດປະສົງ​ເພື່ອຕອບໂຕ້ ​ຕໍ່ໄພ​ຂົ່ມ​ຂູ່ທາງ​ດ້ານ​ຄວາມ​ໝັ້ນຄົງ ທີ່ພວມມີການປ່ຽນ
ແປງຢູ່ໃນຂົງ​ເຂດ.

ທ່ານ Patalano ກ່າວວ່າ “ທັງໃນດ້ານລູກສອນໄຟຂອງ​ ເກົາຫລີ​ເໜືອ ​ແລະ​ການ
ສ່ຽງໄພໃນດ້ານນິວ​ເຄລຍ ພ້ອມ​ໆທັງການ​ເຄຶ່ອ​ນ​ໄຫວ​ຂອງ​ຈີນ. ​ມັນເປັນ​ຄວາ​ມ
ຮູ້ສຶກເພີ້ມຂຶ້ນເລື້ອຍໆວ່າ ​ມີຄວາມເຄັ່ງ​ຕືງ​ຢູ່ໃນ​ເອ​ເຊຍຕາ​ເວັນ​ອອກ. ສຳລັບ
​ຍີ່ປຸ່ນ​ແລ້ວ ​ຕົ້ນຕໍ​ກໍ​ຄື ການຄຳ້ປະກັນ​ ໃຫ້ມີການປ້ອງກັນໂດຍການໃຊ້ອາວຸດ ທຳ
ມະດາໃຫ້​ດີ​ຂື້ນ ທີ່ອາດຈະເກີດຂຶ້ນ ​ຢູ່ຕາມບັນດາໝູ່​ເກາະໝູ່ດອນຕ່າງໆ ​ທາງ​
ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະເທດ.”

ຍີ່ປຸ່ນ ​ແລະ​ຈີນ ​ໄດ້ຜິດ​ຖຽງ​ກັນ​ກ່ຽວກັບເລື້ອງກຳມະ​ສິດ ​ຂອງ​ໝູ່​ເກາະ ຢູ່​ໃນທະ​ເລ​ຈີນ​ຕາ
​ເວັນ​ອອກ ທີ່ຍີ່ປຸ່ນເອີ້ນວ່າ Senkakus ​ແລະຈີນຮ້ອງວ່າ Diaoyus. ໝູ່​ເກາະ​ເຫລົ່າ​ນີ້ໄດ້​
ຖືກ​ຄວບ​ຄຸມ​ໂດຍໂຕ​ກຽວ ​ແຕ່ວ່າ ກຳ​ປັ່ນ​ລົບແລະ​ເຮືອບິນ​ຈີນ ໄດ້​ເຂົ້າ​ໄປ​ໃນ​ຂົງ​ເຂດ​ດັ່ງ
ກ່າວຊຳ້ແລ້ວ​ຊຳ້ອີກ. ທ່ານ Jonathan Fenby ນັກວິ​ເຄາະ​ກ່ຽວ​ກັບ​ຈີນ ​ແລະ​ອະດີດ
​ບັນນາທິການຂອງໜັງສືພິມ South China Morning Post ກ່າວວ່າ ການ​ຜິດຖຽງກັນ ແມ່ນມີຫລາຍ​ໄປ ກວ່າ​ສິ່ງທີ່ປາກົດໃຫ້ເຫັນ​ຢູ່​ໃນ​ແຜນ​ທີ່.

​ທ່ານ Fenby ເວົ້າວ່າ "ເປັນຄວາມຮູ້ສຶກທີ່ໜ້າຢ້ານກົວ ທີ່ຕ້ອງມີການໂຕ້​ຖຽງ​ກັນ
ກ່ຽວ​ກັບໝູ່​ເກາະໝູ່ດອນ​ ທີ່ບໍ່​ມີ​ຄົນ​ຢູ່​ຈຳນວນນ້ອຍໆຈຸນຶ່ງ ນອກ​ຝັ່ງ​ທະ​ເລ​ຍີ່ປຸ່ນ.
​ແຕ່ມັນ​ເປັນການສະແດງໃຫ້ເຫັນກ່ຽວກັບການແຂ່ງຂັນກັນທີ່ໃຫຍ່ກວ່າ​ນັ້ນ​ ຢູ່
ໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກ ບ່ອນ​ທີ່​ຈີນ​ຕ້ອງໄດ້ຢືນຢັນ​ຕົນ​ເອງ ຢາກໃຫ້ທ່າທີ
ຂອງຕົນຢູ່່​ໃນຂົງ​ເຂດເປັນທີ່ຮັບຮູ້.”

ງົບປະມານ​ການໃຊ້​ຈ່າຍ ດ້ານ​ປ້ອງ​ກັນ​ປະ​ເທດ ​ຂອງ​ຍີ່​ປຸ່ນ ແມ່ນເປັນສ່ວນນຶ່ງ ຂອງງົບ
ປະມານປະຈຳປີທັງໝົດ 814 ລ້ານ​ໂດ​ລາ​ ອັນເປັນ​ພາກ​ສ່ວນ​ນຶ່ງຂອງ ນາຍົກລັດຖະມົນ
ຕີ Shinzo Abe ທີ່ຊຸກຍູ້​ໃຫ້ສ້າງກອງທັບ ທີ່ມີ​ບົດບາດເພີ້​ມ ຂື້ນ. ຫຼັງ​ຈາກ​ການ​ຖືກເລືອກ
​ຕັ້ງ ໃຫ້ເຂົ້າຮັບຕຳແໜ່ງ​ຄືນໃໝ່ ​ໃນ​ເດືອນ​ແລ້ວ​ນີ້ ທ່ານ Abe ກ່າວ​ວ່າ ທ່ານ​ໄດ້​ມີ​ຄຳ​ສັ່ງ​
ໃຫ້​ເສີມຂະຫຍາຍ ກຳລັງ​ປ້ອງຕົວຂອງ​ ​ຍີ່ປຸ່ນ.

ທ່ານ Abe ກ່າວວ່າ "ຂ້າພະເຈົ້າຈະສືບຕໍ່ພົວພັນກົບການທູດຂອງໂລກ ປ້ອງກັນ
ຜົນປະໂຫຍດແຫ່ງຊາດ ແລະຄຸ້ມຄອງຊີວິດປະຊາຊົນຂອງພວກເຮົາ ແລະ ເພື່ອ
ໃຫ້ເປັນທີ່ແນ່ໃຈວ່າ ເຂົາເຈົ້າຈະມີຊີວິດຢູ່ຢ່າງມີຄວາມສຸກ.”

ນາຍົກລັດຖະມົນຕີ Abe ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ປ່ຽນ​ແປງລັດຖະທຳ​ມະ ນູນທີ່ຮັກ
ສັນຕິຂອງຍີ່​ປຸ່ນ ​ໂດຍໃຫ້ມີກຳລັງ​ທະຫານຢ່າງເປັນ​ປົກ​ກະຕິ.

ຈີນ ​ໄດ້​ເຕືອນ ນາຍົກລັດຖະມົນຕີ Abe ​ໃຫ້​ປະຕິບັດ​ຢ່າງ​ລະມັດລະວັງ ​ແລະ​ກ່າວ​ຫາ
ຍີ່ປຸ່ນ ວ່າ ​ບໍ່ໄດ້ຊົດໃຊ້ຫຼືແກ້ໄຂການກໍ່ໂທດກຳທາງ​ທະຫານໃນອະດີດ ທີ່ຜ່ານ​ມາ.

ຈີນ ​ໄດ້​ຈັດ​ເອົາມື້ນຶ່ງ ໄວ້ອາ​ໄລເປັນ​ຄັ້ງທຳ​ອິດ ​ໃນ​ເດືອນ​ທັນວາຜ່ານມາ ​ເພື່ອ​ໃຫ້​ກຽດ​ແກ່​
ບັນດາ​ຜູ້​ເຄາະ​ຮ້າຍ ຈາກ​ການສັງຫານຂອງກອງທັບ​ຍີ່ປຸ່ນ​ ທີ່ເມືອ​ງ Nanking ​ໃນ​ປີ 1937
ປັກ​ກິ່ງກ່າວ​ວ່າ 300,000 ຄົນ​ໄດ້​ຖືກຂ້າຕາຍ. ທ່ານ Fenby ກ່າວວ່າ ການເປັນ​ຄູ່​ແຂ່ງ​ທີ່
​ມີມາເປັນເວລາຍາວ​ນານ ມີທ່າທາງວ່າຍັງ​ຈະ​ສື​ບຢູຕໍ່​ໄປ.

ທ່ານ Fenby ກ່າວວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ນຶ່ງ​ຂອງ​ການ​ໂຕ້​ຖຽງຕ່າງໆ ອັນ​
ເປັນ​ບ່ອນ​ທີ່​ບໍ່​ມີ​ຝ່າຍ​ໃດ​ຕ້້ອງການຢາກ​ແກ້​ໄຂ ​ເພາະວ່າ ມັນຮັບໃຊ້ທ່າທີຊາດ
ນິຍົມຢູ່ພາຍໃນປະເທດ ຕາບ​ໃດ​ທີ່​ມັນຍັງ​ຄວບຄຸມໄດ້ຢູ່.”

ສະຫະລັດ ​ໄດ້​ປະກາດ​ຢ່າງແຈ້ງ​ຂາວ​ວ່່າ ຕົນ​ໃຫ້​ການ​ສະໜັບສະໜູນຕໍ່ຜືນແຜນ ດິນອັນ
ຄົບຖ້ວນຂອງຍີ່ປຸ່ນ. ທ່ານ Patalano ກ່າວວ່າ ການ​ເພີ້​ມງົບປະມານໃນ ການ​ໃຊ້ຈ່າຍ
ດ້ານປ້ອງ​ກັນ​ປະ​ເທດ​ຂອງ​ຍີ່ປຸ່ນ ບໍ່​ໄດ້​ຫລຸດຜ່ອນ​ຄວາມ​ສຳຄັນ ໃນ ການເປັນພັນທະ​ມິດ
ລະຫວ່າງ ສະຫະລັດກັບຍີ່​ປຸ່ນ​.

ທ່ານ Patalano ກ່າວວ່າ “ຄວາມ​ຈິງ​ແລ້ວ ມັນ​ແມ່ນກົງກັນຂ້າມ. ມັນ​ຈະ​ເຮັດ​ໃຫ້
ໃນລະບົບຂໍ້ມູນກັບກອງທັບສະຫະລັດ ຢູ່​ໃນ​ລະດັບ​ດຽວກັນ ​ແຕ່​ຍັງ​ຈະ​ອະນຸຍາດ​
ໃຫ້​ ຍີ່ປຸ່ນ ມີ​ໂອກາດ​ເປັນ​ຄູ່​ພາຄີທາງການ ເມືອງ ​ບໍ່​ພຽງ​ແຕ່​ເປັນສະມາຊິກຊັ້ນ​
ນ້ອຍຂອງ​ຄວາມສຳພັນ​ດັ່ງ​ກ່າວ.”

ທ່ານ Patalano ກ່າວ​ວ່າ ການ​ເສີມຂະຫຍາຍຄວາມສຳພັນ​ດ້ານປ້ອງ​ກັນ​ປະ​ເທດກັບ​ຍີ່ປຸ່ນ ແມ່ນໝາກ​ຫົວ​ໃຈ​ ຂອງອັນທີ່ສະຫະລັດ ​ຮ້ອງ​ວ່າ “​ຍຸດ​ທະ​ສາດ​ໃນການຫັນໄປສູ່” ເຂດເອ​ເຊຍ ​ແລະ​ກາ​ນເພີ້​ມງົບ​ປະມານ​ການໃຊ້ຈ່າຍດັ່ງກ່າວນີ້ ຈະໄດ້ຮັບການຕ້ອນຮັບ
ເປັນຢ່າງດີທີ່ວໍຊິ​ງຕັນ.

XS
SM
MD
LG