ອົງການເກັບກູ້ລະເບີດແຫ່ງປະເທດຍີ່ປຸ່ນ (JMAS) ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່
ລັດຖະບານລາວດ້ວຍການ ນຳໃຊ້ເທັກໂນໂລຍີໃໝ່ ເຂົ້າໃນການເກັບກູ້ລະເບີດບໍ່ທັນ
ແຕກ (UXO) ທີ່ຕົກຄ້າງຢູ່ໃນລາວແລ້ວໃນຂະນະນີ້ ແລະການດຳເນີນງານໃນໄລຍະ
ທຳອິດທີ່ຈະໃຊ້ເວລາ 5 ເດືອນຕໍ່ໄປນີ້ ຈະເປັນການເກັບກູ້ UXO ທີ່ຕົກຄ້າງຢູ່ໃນ
ແຂວງຊຽງຂວາງ ເປັນແຂວງທຳອິດ ເນື່ອງຈາກວ່າ ເປັນເຂດທີ່ມີ UXO ຕົກຄ້າງຢູ່
ຫຼາຍທີ່ສຸດໃນປະເທດລາວ.
ແຕ່ຢ່າງໃດກໍຕາມ ອົງການເກັບກູ້ລະເບີດແຫ່ງປະເທດຍີ່ປຸ່ນ ກໍຍັງບໍ່ສາມາດທີ່ຈະຄາດ
ການໄດ້ວ່າ ເທັກໂນໂລຈີໃໝ່ ທີ່ເປັນລົດຂະໜາດໃຫຍ່ທີ່ຄວບຄຸມດ້ວຍລະບົບຄອມພິວ
ເຕີ້ ແລະບໍ່ມີຄົນຂັບອີກດ້ວຍນັ້ນ ຈະສາມາດເກັບກູ້ UXO ທີ່ຕົກຄ້າງຢູ່ໃນລາວໄດ້ຢ່າງ
ເຕັມປະສິດທິພາບ ຫຼືບໍ່ ເນື່ອງຈາກເປັນເທັກໂນໂລຈີທີ່ຖືກອອກແບບມາ ເພື່ອເກັບກູ້ ລະເບີດທີ່ຄົນນຳໄປຝັງດິນໄວ້, ໃນຂະນະທີ່ UXO ໃນລາວນັ້ນ ເປັນລະເບີດທີ່ຖືກຖິ້ມ
ລົງມາໂດຍເຮືອບິນຮົບ ຈຶ່ງເຮັດໃຫ້ມີການແຕກກະຈາຍຢ່າງບໍ່ມີທິດທາງ ທີ່ເຮັດໃຫ້ຍາກ
ຕໍ່ການເກັບກູ້ນັ້ນເອງ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ JMAS ຕ້ອງການໃຊ້ເວລາໃນການດຳເນີນງານໃນໄລຍະ 5
ເດືອນຕໍ່ໄປນີ້ ເປັນການທົດລອງ ແລະເກັບກຳຂໍ້ມູນຈາກການປະຕິບັດຕົວຈິງສຳຫຼັບ
ນຳມາປະເມີນຜົນ ເພື່ອທີ່ວ່າ ຈະນຳໄປສູ່ ການພັດທະນາເທັກໂນໂລຈີ ທີ່ສາມາດນຳ
ໃຊ້ກັບສະພາບຕົວຈິງໃນລາວໄດ້ຢ່າງແທ້ຈິງຕໍ່ໄປ ຊຶ່ງຄາດໝາຍວ່າ ການດຳເນີນງານ
ໃນໄລຍະທຳອິດນີ້ ຈະໃຊ້ງົບປະມານຫຼາຍກ່ວາ 1 ລ້ານໂດລາ ແລະກໍ່ຈະສາມາດ
ສະຫຼຸບຜົນໄດ້ ພາຍໃນກາງປີ 2012 ນີ້.
ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງ
ແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ຕົກຄ້າງຢູ່ໃນລາວ ໄດ້ຕັ້ງຄວາມ
ຫວັງໄວ້ວ່າ ການຊ່ວຍເຫຼືອຈາກທາງການຍີ່ປຸ່ນດັ່ງກ່າວນີ້ ຈະເປັນຜົນເຮັດໃຫ້ການ
ເກັບກູ້ລະເບີດ UXO ໃນລາວມີປະສິດທິພາບສູງຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນນີ້ ເກີນ
7 ເທົ່າ ເນື່ອງຈາກວ່າຈະເປັນການນໍາໃຊ້ເທັກໂນໂລຈີສະໄໝໃໝ່ ທີ່ເປັນລົດບັນທຸກ
ຂະໜາດໃຫຍ່ ທີ່ໃຊ້ສໍາລັບສໍາຫຼວດແລະທໍາລາຍລະເບີດ UXO ເປັນການສະເພາະ
ດັ່ງທີ່ທ່ານພູຂຽວ ອະທິບາຍ ວ່າ:
“ປະສິດທິຜົນໃນການ
ນໍາໃຊ້ລົດ ຖ້າເບິ່ງແລ້ວ
ກໍໄວກວ່າ ເພາະເບິ່ງ
ປະສິດທິພາບ ປະສິດ
ທິຜົນຂອງມັນນີ້ ເພິ່ນ
ສາມາດນໍາໃຊ້ລົດນີ້ໃນ
1 ເຮັກຕາກໍພຽງແຕ່
ຊົ່ວໂມງດຽວ. ຄ່າສິ້ນ
ເປືອງເວົ້າເລື່ອງນໍ້າມັນ
ນີ້ ກໍພຽງແຕ່ 20 ປາຍ
ລິດ ເທົ່ານັ້ນ ທຽບໃສ່
ກັບຄົນເຮົາເຮັດ ພະ
ນັກງານເກັບກູ້ລະເບີດເຮົານີ້ ພື້ນທີ່ພຽງແຕ່ 2 ເຮັກຕາໃຊ້ເວລາເປັນເດືອນ
ແລະກະ 6-7 ຄົນເຮັດ ແລ້ວບາງເທື່ອພື້ນທີ່ ທີ່ມັນມີລະເບີດຕົກຄ້າງຫຼາຍ
ກວ່ານັ້ນ ມັນຫຍຸ້ງຍາກຫຼາຍກວ່ານັ້ນ ກໍອາດຈະໃຊ້ເວລາຫຼາຍກວ່ານັ້ນອີກ.”
ທັງນີ້ໂດຍນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ ຫລື
Lao UXO ສາມາດເກັບ ກູ້ ແລະທໍາລາຍ UXO ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະ
ເປັນການເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງກວ່າ 28,000 ເຮັກຕ້າ ຫຼືບໍ່ເຖິງ1%
ຂອງພື້ນທີ່ທີ່ມີລະເບີດ UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າ ຖ້າ
ຫາກສະພາບການເກັບກູ້ຍັງຄົງເປັນຄືກັບໃນໄລຍະ 15 ປີ ທີ່ຜ່ານມານີ້ ກໍຈະເຮັດໃຫ້
ການເກັບກູ້ UXO ໃນລາວຈະຕ້ອງໃຊ້ເວລາອີກຍາວນານກວ່າ 100 ປີ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ ເພື່ອທີ່ວ່າຈະເຮັດ
ໃຫ້ສາມາດເກັບກູ້ UXO ອອກຈາກພື້ນທີ່ ເພື່ອການເກັບໄດ້ເພີ່ມຂຶ້ນອີກ 183,000
ເຮັກຕ້າພາຍໃນປີ 2020 ໃນຂະນະທີ່ໃນໄລຍະ 5 ປີທີ່ຜ່ານມານີ້ ກໍປາກົດວ່າ ທາງ
ການລາວ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດໂດຍສະເລ່ຍ 19 ລ້ານໂດລາ ໃນ
ແຕ່ລະປີ ເທົ່ານັ້ນ.
ສ່ວນສະຫະລັດນັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອໄປແລ້ວ ຫຼາຍກວ່າ 30 ລ້ານໂດລາ ນັບຈາກ
ປີ 1996 ເປັນຕົ້ນມາ ແລະຈາກການພົບປະເຈລະຈາລະຫວ່າງທ່ານນາງ ຮິນລາຣີ ຄລິນ
ຕັນ, ລັດຖະມົນຕີວ່າການຕ່າງປະເທດສະຫະລັດ ກັບທ່ານ ທອງລຸນ ສີສຸລິດ ຮອງນາຍົກ
ລັດຖະມົນຕີ ແລະ ລັດຖະມົນຕີວ່າການຕ່າງປະເທດຂອງລາວ ເມື່ອກາງປີກາຍນີ້ ກໍໄດ້ ມີການຕົກລົງໃນທາງຫຼັກການວ່າ ສະຫະລັດຈະໃຫ້ການຊ່ວຍເຫຼືອລາວຫຼາຍຂຶ້ນ ແລະເປັນ ການຊ່ວຍເຫຼືອໄລຍະຍາວເຖິງ 10 ປີ ຕິດຕໍ່ກັນອີກດ້ວຍ.