ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ນັກຂ່າວ ອິດສະ ຫລະຍີ່ປຸ່ນ ຖືກປ່ອຍ ຕົວ ຫລັງຈາກ ຖືກຈັບຂັງໄວ້ ໃນຊີເຣຍ 3 ປີ


ທ່ານ ຈໍາເປ ຢາຊຸດາ (Jumpei Yasuda) ນັກຂ່າວອິດສະຫລະຍີ່ປຸ່ນ ຖ່າຍຮູບຢູ່ຫ້ອງການໃຫຍ່ຂອງຕໍາຫລວດ ໃນເມືອງ ຮາເຕ ຂອງເທີກີ ໃນວັນພຸດ ທີ 24, 2018.
ທ່ານ ຈໍາເປ ຢາຊຸດາ (Jumpei Yasuda) ນັກຂ່າວອິດສະຫລະຍີ່ປຸ່ນ ຖ່າຍຮູບຢູ່ຫ້ອງການໃຫຍ່ຂອງຕໍາຫລວດ ໃນເມືອງ ຮາເຕ ຂອງເທີກີ ໃນວັນພຸດ ທີ 24, 2018.

ນັກຂ່າວອິດສະຫລະຍີ່ປຸ່ນຄົນ​ນຶ່ງ ກໍາລັງເດີນທາງກັບບ້ານ ພາຍຫລັງທີ່ໄດ້ຖືກ​ຈັບ ຢູ່ໃນ
ຊີເຣຍ ເປັນເວລານານກວ່າ 3 ປີ.

ທ່ານ ຈໍາເປ ຢາຊຸດາ (Jumpei Yasuda) ໄດ້ຂຶ້ນເຮືອບິນ ໃນນະຄອນອິສ ຕັນບູລ ຂອງ
ເທີກີ ໃນວັນພະຫັດມື້ນີ້ ເພື່ອບິນໄປຍັງນະຄອນໂຕກຽວ. ທ່ານ ຢາຊຸດາ ທີ່ມີອາຍຸ 44 ປີ ໄດ້ຍ່າງໄປຫາຫ້ອງການກວດຄົນເຂົ້າເມືອງຢູ່ເມືອງ Antakya ທາງພາກໃຕ້ຂອງເທີກີໃນ
ວັນອັງຄານຜ່ານມາ. ພວກນັກການທູດ ຍີ່ປຸ່ນ ໄດ້ຢືນຢັນເຖິງລັກສະນະບຸກຄົນວ່າແມ່ນ
ທ່ານແທ້ ໃນວັນພຸດວານນີ້.

ທ່ານ ຢາຊຸດາ ຖືກລັກພາຕົວໃນປີ 2015 ໂດຍກຸ່ມທີ່ເຊື່ອມໂຍງກັບເຄືອຂ່າຍ ອາລ-ຄາຍ
ດາ ພາຍຫລັງທີ່ໄດ້ໄປເຖິງຊີເຣຍ ເພື່ອໄປເອົາຂ່າວກ່ຽວກັບສົງຄາມ ກາງເມືອງຢູ່ໃນປະ
ເທດນັ້ນ.

ໃນຂະນະທີ່ເດີນທາງກ່ອນໜ້ານັ້ນ ຈາກເມືອງ Antakya ໄປຫາອິສຕັນບູລ ທ່ານ ຢາຊຸດາ
ກ່າວຕໍ່ພວກນັກຂ່າວຍີ່ປຸ່ນວ່າເວລາ 40 ເດືອນທີ່ທ່ານຖືກກັກ ຂັງ ເໝືອນກັນກັບ "ຢູ່ນະ
ລົກ," ທັງທາງດ້ານຮ່າງກາຍ ແລະດ້ານຈິດໃຈ ແລະແມ່ນແຕ່ຈະເລີ້ມເຊື່ອໄດ້ວ່າ ທ່ານຈະ
ໄດ້ຖືກປ່ອຍຕົວຫລືບໍ່ນັ້ນ.

ທ່ານກ່າວວ່າ ທ່ານຮູ້ສຶກດີໃຈຫລາຍ ທີ່ໃນທີ່ສຸດກໍໄດ້ກັບຄືນບ້ານ ແຕ່ວ່າ ກໍ ໄດ້ສະແດງ
ຄວາມເປັນຫ່ວງ ກ່ຽວກັບອະນາຄົດຂອງທ່ານ ຊຶ່ງທ່ານບອກພວກ ນັກຂ່າວວ່າ "ຂ້ອຍ
ບໍ່ຮູ້ ວ່າ ຈາກນີ້ໄປ ຈະມີຫຍັງເກີດຂຶ້ນ ຫລື ບໍ່ຮູ້ວ່າ ຂ້ອຍ ຄວນຈະເຮັດຫຍັງດີ.”

ທ່ານ ຢາຊຸດາ ຍັງໄດ້ເວົ້າວ່າ ທ່ານບໍ່ໄດ້ເວົ້າພາສາຍີ່ປຸ່ນມາໄດ້ສາມປີກວ່າແລ້ວ.

A Japanese freelance journalist is on his way home after more than three years in captivity in Syria.

Jumpei Yasuda boarded a plane in the Turkish capital of Istanbul on Thursday for a flight to Tokyo. The 44-year-old Yasuda walked into an immigration office in the southern Turkish city of Antakya on Tuesday. Japanese diplomats confirmed his identity Wednesday.

Yasuda was abducted in 2015 by an al-Qaida affiliated group after arriving in Syria to cover that country's civil war.

During an earlier trip from Antakya to Istanbul, Yasuda told Japanese reporters that his 40 months in captivity was "hell," both physically and mentally, and even started to believe he would never be released.

He said he was happy to finally be going home, but expressed concerns about his future: "I don't know what will happen from here or what I should do," he told reporters.

Yasuda also said he had not spoken Japanese in more than three years.

The circumstances of Yasuda's release are unclear. But a senior Japanese government spokesman said Qatar and Turkey negotiated his freedom. The spokesmen denied a ransom was paid.

This is the second time Yasuda was kidnapped while covering the Middle East, having been held hostage for a brief period in Baghdad in 2004.

XS
SM
MD
LG