ຖະແຫຼງການຮ່ວມສະບັບນຶ່ງ ທີ່ນໍາອອກເຜີຍແຜ່ໃນວັນເສົາມື້ນີ້ ເວລາສິ້ນສຸດກອງປະ ຊຸມສຸດຍອດອາຊ່ຽນນັ້ນ ບໍ່ໄດ້ເອີ່ຍຢ່າງເຈາະຈົງ ເຖິງການປະກາດຂອງຈີນເມື່ອບໍ່ດົນມານີ້ ກ່ຽວກັບເຂດປ້ອງກັນທາງອາກາດຢູ່ເໜືອ ເຂດການເດີນເຮືອ ໃນທະເລຈີນຕາເວັນອອກ ແຕ່ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ຮຽກຮ້ອງໃຫ້ຈີນຈົ່ງເລີກລົ້ມມາດຕະການທັງໝົດ ທີ່ລະເມີດຕໍ່ຫຼັກການສາກົນວ່າດ້ວຍ ເສລີພາບຂອງການບິນແລະຄວາມປອດໄພທາງການບິນ.
ກ່ອນໜ້າໃນມື້ດຽວກັນນີ້ ຍີ່ປຸ່ນຮັບປາກວ່າຈະໃຫ້ເງິນຫຼາຍກວ່າ 19 ພັນລ້ານໂດລ່າ ຊຶ່ງ ເປັນເງິນຊ່ວຍເຫຼືອ ແລະກູ້ຢືມ ແກ່ບັນດາປະເທດຂົງເຂດເອເຊຍຕາເວັນອອກສຽງໃຕ້
ໃນໄລຍະຫ້າປີຕໍ່ໜ້ານີ້ ເພື່ອເພີ່ມຄວາມສໍາພັນໃນຂົງເຂດໃຫ້ຫຼາຍຂຶ້ນ. ການຊ່ວຍເຫຼືອ
ດັ່ງກ່າວ ແມ່ນຈະເນັ້ນໜັກໃສ່ໃນການຊ່ວຍຖົມຊ່ອງວ່າງລະຫວ່າງການພັດທະນາຂອງ
ບັນດາປະເທດໃນຂົງເຂດ ແລະປັບປຸງຄວາມຕຽມ ພ້ອມດ້ານຄວາມປອດໄພໝັ້ນຄົງ
ຂອງຕົນ.
ເມື່ອວັນສຸກວານນີ້ ໂຕກຽວໄດ້ຕົກລົງທີ່ຈະເສີມຂະຫຍາຍ ການແລກປ່ຽນເງິນຕາ ແລະ
ການຈັດແຈງດ້ານອື່ນໆອີກກັບອິນໂດເນເຊຍ ແລະຟິລິບປິນ ເພື່ອຊ່ວຍສ້າງສະຖຽນ
ລະພາບໃຫ້ແກ່ຕະຫຼາດການເງິນຂອງເອເຊຍ.
ຍີ່ປຸ່ນໄດ້ພະຍາຍາມຫາທາງເສີມຂະຫຍາຍສາຍພົວພັນຂອງຕົນໃນຂົງເຂດ ຂະນະທີ່ຈີນ
ເພີ່ມທະວີການຢືນຢັດກໍາມະສິດຂື້ນໄປນັບມື້ ຢູ່ໃນເຂດນໍ້າແດນດິນທີ່ເປັນຂໍ້ຂັດແຍ້ງກັນນັ້ນ.
Leaders from Japan and 10 Southeast Asian countries have wrapped up a summit in Tokyo with a pledge to cooperate to ensure freedom of air and sea navigation.
But Japanese Prime Minister Shinzo Abe called on China to rescind all measures that violate universal principles of freedom of overflight and aviation safety.