ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ​ປະກາດ ​ການ​ລົງ​ໂທດ ​ຮອບໃໝ່ ເພີ້​ມຕື່ມອີກ ​ຕໍ່ ຣັດ​ເຊຍ (ວີດີໂອ)


ຫົວໜ້າກອງ​ເລຂາ ປະຈຳຄະນະ​ລັດຖະບານ ທ່ານ Yoshihide Suga ກ່າວ​ຖະແຫລງ ກ່ຽວກັບ ການ​ລົງ​ໂທດ​ຮອບໃໝ່​ນີ້.
ຫົວໜ້າກອງ​ເລຂາ ປະຈຳຄະນະ​ລັດຖະບານ ທ່ານ Yoshihide Suga ກ່າວ​ຖະແຫລງ ກ່ຽວກັບ ການ​ລົງ​ໂທດ​ຮອບໃໝ່​ນີ້.

ຍີ່ປຸ່ນ ​ໄດ້​ປະກາດ​ການ​ລົງ​ໂທດ​ເພີ້​ມຕື່ມ​ຕໍ່ຣັດ​ເຊຍ ກ່ຽວ​ກັບ
ຄວາມ​ວຸ້ນ ວາຍ​ຢູ່ໃນ​ຢູ​ເຄຣນ ​ແລະ​ຮຽກຮ້ອງໃຫ້​ມົສກູ ຫາ​ທາງ
ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ ດ້ວຍ​ວິທີ​ສັນຕິ.

ຫົວໜ້າກອງ​ເລຂາ ປະຈຳຄະນະ​ລັດຖະບານ ທ່ານ Yoshihide
Suga ກ່າວ​ວ່າ ການ​ລົງ​ໂທດ​ຮອບໃໝ່​ນີ້ ຈະຈຳກັດຮັດແຄບເພີ້ມ
ຂຶ້ນກ່ຽວ​ກັບ​ການ​ສົ່ງ​ອອກ​ອາວຸດ​ໄປຣັດ​ເຊຍ ​ຕະຫລອດທັງການ
ຫ້າມ​ຈຳນວນນຶ່ງ ຕໍ່ທະນາຄານ​ຣັດ​ເຊຍ​ ບໍ່ໃຫ້ອອກຮຸ້ນຫຼັກຊັບ ​ຢູ່​
ໃນ​ຍີ່ປຸ່ນ.

ທ່ານ Suga ​ເວົ້າວ່າ “ຍີ່ປຸ່ນ​ຈະ​ສືບ​ຕໍ່​ປະສານ​ງານ​ ກັບ​ບັນດາ​
ປະ​ເທດ​ໃນກຸ່ມ G7 ແລະ ບັນດາ​ປະຊາຄົມ​ສາກົນ ​ເພື່ອແກ້​ໄຂ​ສະຖານະ​ການ​
ໃນ​ຢູ​ເຄຣນ ​ໂດຍ​ສັນຕິ​ວິທີ ​ແລະ ​ໂດຍ​ທາງ​ການທູດ.”

ຍີ່​ປຸ່ນ​ໄດ້ປະກາດການລົງ​ໂທດ​ໄປ​ແລ້ວ​ ສອງ​ຮອບ​ຕໍ່ຣັດ​ເຊຍ​ໃນ​ປີ​ນີ້ ​ແຕ່​ມາດຕະ​ການ​
ຈຳກັດຮັດແຄບຮອບຫຼ້າສຸດ​ນີ້ ຈະ​ເຮັດໃຫ້​ການ​ລົງ​ໂທດ​ຂອງຍີ່ປຸ່ນ ຢູ່ໃນລະດັບ​ດຽວ​ກັນ
​ກັບ​ມາດ​ຕະການ​ທີ່​ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ​ໄດ້​ວາງ​ອອກ​ໄວ້​ ​ເມື່ອ​ 2-3 ອາທິດ​
ຜ່ານມາ​ນີ້.

ກະຊວງ​ຕ່າງປະ​ເທດ​ຣັດ​ເຊຍ ກ່າວ​ວ່າ ​ຕົນຮູ້ສຶກ​ເສຍ​ໃຈກ່ຽວ​ກັບ​ການ​ລົງ​ໂທດ​ຮອບໃໝ່​
ຂອງຍີ່ປຸ່ນ ໂດຍກ່າວວ່າການ​ຕັດສິນ​ໃຈ​ກ່ຽວກັບການ ລົງໂທດເຫຼົ່ານີ້ ເບິ່ງຄືວ່າປາດ​ສະ​ຈາກ​ເຫດຜົນ ​ແລະ ​ເປັນ “ບາດກ້າວ​ທີ່​ບໍ່​ເປັນ​ມິດ​ເລີຍ.”

JAPAN RUSSIA SANCTIONS SOTVO
please wait

No media source currently available

0:00 0:00:42 0:00

XS
SM
MD
LG