ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະລັດຖະບານ ຊຸດໃໝ່ ຂອງຍີ່ປຸ່ນ ລວມມີ ຜູ້ຍິງ​ 5 ທ່ານ (ສະ​ໄລ​ດ໌/ວີດີໂອ)


ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຮັບຜິດຊອບປະຕິຮູບຄວາມໝັ້ນຄົງແຫ່ງຊາດ ຄົນໃໝ່ ທ່ານ Akinori Eto (ກາງ) ກຳລັງອອກຈາກ ບ້ານພັກຂ້າລາດຊະການ ຂອງນາຍົກລັດຖະມົນຕີ ທ່ານ Shinzo Abe ໃນນະຄອນຫລວງໂຕກຽວ ວັນທີ 3 ກັນຍາ 2014.
ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຮັບຜິດຊອບປະຕິຮູບຄວາມໝັ້ນຄົງແຫ່ງຊາດ ຄົນໃໝ່ ທ່ານ Akinori Eto (ກາງ) ກຳລັງອອກຈາກ ບ້ານພັກຂ້າລາດຊະການ ຂອງນາຍົກລັດຖະມົນຕີ ທ່ານ Shinzo Abe ໃນນະຄອນຫລວງໂຕກຽວ ວັນທີ 3 ກັນຍາ 2014.

ຜູ້ຍິງ​ຈຳນວນ 5 ຄົນ​ ໄດ້ຖືກ​ແຕ່ງຕັ້ງ​ໃຫ້ເຂົ້າຮັບໜ້າທີ່​ໃນ​ຄະນະ
​ລັດຖະບານຊຸດໃໝ່​ຂອງ​ຍີ່ປຸ່ນ ຊຶ່ງ​ໄດ້​ເນັ້ນໃຫ້ເຫັນ ​ເຖິງ​ຄວາມ​
ໝັ້ນໝາຍ​ຂອງ​ນາຍົກລັດຖະມົນຕີ Shinzo Abe ທີ່​ຈະ​ໃຫ້
​ບັນດາ​ຜູ້ຍິງ​ມີ​ບົດ ບາດຫຼາຍຂຶ້ນ ​ໃນ​ການຊ່ວຍຟື້ນ​ຟູ​ເສດຖະ
ກິດ​ຂອງປະເທດ.

ຄະນະລັດຖະມົນຕີໃໝ່ຈຳນວນ 18 ຄົນນີ້ ແມ່ນມີບັນດາ
ສະມາ​ຊິກຜູ້ຍິງ​ເພີ້​ມຂຶ້ນຫຼາຍກວ່າຄະນະ​ລັດຖະບານຊຸດໃດໆ
ຂອງ​ຍີ່ປຸ່ນ ນັບ​ແຕ່ປີ 2001 ເປັນຕົ້ນມາ ແລະມີຫຼາຍກວ່າຄະນະ
​ລັດຖະບານ​ຊຸດ​ແລ້ວ ທີ່​ມີລັດຖະມົນຕີ​ຍິງ ພຽງ 2 ຄົນ​ເທົ່າ​ນັ້ນ.

ນາຍົກລັດຖະມົນຕີ Abe ​ໄດ້​ກ່າວ​ວ່າ ທ່ານຕ້ອງການ​ໃຫ້​ບັນດາ​ຜູ້ຍິງ ​ປະກອບເປັນ 30
ເປີເຊັນ ຂອງຜູ້ນຳທາງການ​ເມືອງ​ ແລະ ທຸລະກິດ ຂອງ​ຍີ່ປຸ່ນ ​ພາຍ​ໃນ​ປີ 2020 ​ເພື່ອ​ຈະ
​ຊ່ວຍ​ແກ້ໄຂບັນຫາ ​ການ​ຂາດ​ແຄນພະນັກງານຂອງ​ຍີ່ປຸ່ນ ທີ່ພວມຮ້າຍແຮງຂຶ້ນນຳນັບມື້.

ລັດຖະມົນຕີເສດຖະກິດ ການຄ້າ ແລະ ອຸດສາຫະກຳ ທ່ານນາງ Yuko Obuchi ຄົນໃໝ່ໄປເຖິງ ບ້ານພັກຂ້າລາດຊະການ ຂອງນາຍົກລັດຖະມົນຕີ ທ່ານ Shinzo Abe ໃນນະຄອນຫລວງໂຕກຽວ ວັນທີ 3 ກັນຍາ 2014.
ລັດຖະມົນຕີເສດຖະກິດ ການຄ້າ ແລະ ອຸດສາຫະກຳ ທ່ານນາງ Yuko Obuchi ຄົນໃໝ່ໄປເຖິງ ບ້ານພັກຂ້າລາດຊະການ ຂອງນາຍົກລັດຖະມົນຕີ ທ່ານ Shinzo Abe ໃນນະຄອນຫລວງໂຕກຽວ ວັນທີ 3 ກັນຍາ 2014.

ກ່ອນ​ຈະ​ມີ​ການ​ປະກາດ​ກ່ຽວກັບການເຄື່ອນ​ໄຫວ​ດັ່ງກ່າວ
​ໃນ​ວັນ​ພຸດ​ມື້​ນີ້ ຫົວໜ້າກອງ​ເລຂາ ປະຈຳຄະນະ​ລັດຖະບານ
ທ່ານ Yoshihide Suga ​ໄດ້​ກ່າວ​ວ່າ ການທີ່​ມອບ​ອຳນາດ​
ໃຫ້​ແກ່​ບັນດາ​ຜູ້ຍິງນັ້ນ ຈະ​ເປັນນຶ່ງ​ໃນ ການຕັ້ງ “ເສົາຫຼັກ​”
ຂອງ​ລັດຖະບານ​ທ່ານ Abe.

ທ່ານ Abe ຍັງ​ຄົງ​ຮັກສາ​ໄວ້ ​ລັດຖະມົນຕີ​ທີ່​ສຳຄັນໆຈຳນວນ​ນຶ່ງ
ໃນນະຄະລັດຖະບານ ລວມທັງລັດຖະມົນຕີ​ການ​ເງິນ ທ່ານ
Taro Aso ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ Fumio
Kishida ​ແລະຫົວໜ້າ ກອງເລຂາປະຈຳຄະນະ​ລັດຖະບານທ່ານ​ Yoshihide Suga​.

ນີ້ເປັນ​ການສັບ​ຊ້ອນ​ຄະນະ​ລັດຖະບານຄັ້ງທຳ​ອິດ ຂອງ​ທ່ານ Abe ຜູ້​ທີ່​ຄະແນນ​ນິຍົມ ໄດ້​ຕົກ​ລົງມາ​ຢູ່​ປະມານ 50 ສ່ວນ​ຮ້ອຍຈາກ 60 ສ່ວນ ​ຮ້ອຍ ນັບຕັ້ງ​ແຕ່​ທ່ານ​ໄດ້​ເຂົ້າຮັບຕຳ​ແໜ່​ງ ​ໃນ​ທ້າຍ​ປີ 2012.

JAPAN POLITICS VO
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG