ຄວາມພະຍາຍາມຂອງມວນມະນຸດ ໃນການຫຍັບເຂົ້າໃກ້ ແລະ ສ່ອງເຂົ້າໄປໃນອະ
ວະກາດ ເບິ່ງຄືວ່າຈະປະສົບກັບບາງຢ່າງ ກ່ຽວກັບ ຊີວິດໃໝ່ໃນສອງສາມສັບປະດາ
ທີ່ຜ່ານມາ. ຮູບພາບຕ່າງໆຂອງຍານອະວະກາດ ອັລຕິມາ ທູລີ Ultima Thule) ຂອງ
ອົງການ ນາຊາ ໄດ້ເຮັດໃຫ້ເຮົາປະຫຼາດໃຈຢ່າງຕໍ່ເນື່ອງ, ເຊັ່ນດຽວກັບຮູບພາບຕ່າງໆ
ຂອງ ຈີນ ຈາກຍານສຳຫຼວດອະວະກາດຂອງເຂົາເຈົ້າຢູ່ດ້ານໄກມືດຂອງດວງເດືອນ.
ໃນໄວໆນີ້, ກ້ອງສ່ອງດາວ ເຈມສ໌ ເວັບ (James Webb) ຈະຊ່ວຍໃຫ້ອົງການ ນາຊາ
ສາມາດສ່ອງເບິ່ງເລິກອອກໄປຍິ່ງກວ່ານັ້ນອີກ. ນັກຂ່າວວີໂອເອ ເຄວິນ ອີນິກສ໌ ມີ
ລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ກ້ອງສ່ອງດາວ ເຈມສ໌ ເວັບ ໄດ້ຖືກກະກຽມເພື່ອສົ່ງຂຶ້ນໄປອະວະກາດໃນປີ 2021,
ແລະ ມັນຈະປ່ຽນວິທີທີ່ອົງການ ນາຊາ ເບິ່ງຈັກກະວານ.
ດຣ. ສເຕເຟັນ ວິລກິນສ໌, ຈາກມະຫາວິທະຍາໄລ ຊັສເຊັກສ໌ ໄດ້ກ່າວວ່າ ກ້ອງ ເຈມສ໌
ເວັບ ໄດ້ຖືກອອກແບບມາເປັນພິເສດ ເພື່ອເບິ່ງເຂົ້າໃນແສງ ອິນຟຣາເຣດ ແລະ ນີ້
ແມ່ນຂົງເຂດຂອງແສງສີທີ່ແຍກອອກມາແລ້ວ ເຊິ່ງພວກເຮົາໄດ້ເບິ່ງກ່ອນໜ້ານີ້, ແຕ່
ແນ່ນອນ ແມ່ນບໍ່ເຄີຍເບິ່ງດ້ວຍສິ່ງທີ່ມີຄວາມກ້າວໜ້າ ຄື ກ້ອງ ເວັບ. ສະນັ້ນຄວາມ
ຫວັງກໍແມ່ນວ່າ ພວກເຮົາຈະຂະຫຍາຍສິ່ງທີ່ພວກເຮົາເຂົ້າໃຈ ກ່ຽວກັບ ຈັກກະວານ
ໃນລະບົບນີ້ຢ່າງແນ່ນອນ.”
ແສງອິນຟຣາເຣດ ທີ່ແຍກອອກມາ ແລ້ວບໍ່ພຽງແຕ່ຈະຊ່ວຍໃຫ້ບັນດານັກດາລາສາດ
ເຫັນສິ່ງຕ່າງໆ ທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້, ແຕ່ຄື້ນຕ່າງໆຂອງແສງອິນຟຣາ
ເຣດ ມັນພິເສດເຊິ່ງມັນຈະບໍ່ແຕກກະຈາຍຫຼາຍເທົ່າແສງທີ່ເຮົາເຫັນ ໃນເວລາເບິ່ງ
ຜ່ານເຂົ້າໄປໃນແກັສ ແລະ ຂີ້ຝຸ່ນໃນລະຫວ່າງດວງດາວ. ສະນັ້ນກ້ອງສ່ອງ ເວັບ ຈະ
ເຫັນໄດ້ໄກກວ່າ ແລະ ດີກວ່າ.
ດຣ. ສເຕເຟັນ ກ່າວວ່າ “ກ້ອງເວັບ ຖືກອອກແບບມາເພື່ອສັງເກດເບິ່ງຈັກກະວານໃນ
ແສງອິນຟຣາເຣດ, ແລະ ດ້ວຍການເຮັດແນວນັ້ນ ເຈົ້າຈະໄຂວິທະຍາສາດແບບໃໝ່
ທີ່ພວກເຮົາສາມາດເຮັດໄດ້ຢ່າງມະຫາສານ. ມີສອງສິ່ງສຳຄັນທີ່ພວກເຮົາຈະເບິ່ງ,
ກ່ອນອື່ນໝົດແມ່ນໄລຍະຂອງໝູ່ດາວ ກາແລັກຊີ ໃນຈັກກະວານ. ມັນເບົາຍ້ອນຜົນ
ກະທົບຂອງການປ່ຽນຄວາມຍາວຄື້ນຂອງແສງຈັກກະວານ. ມັນໄດ້ປ່ຽນຕະຫຼອດເຂົ້າ
ໄປໃນແສງອິນຟຣາເຣດ. ສະນັ້ນພວກເຮົາຈຶ່ງພຽງແຕ່ສາມາດສັງເກດເບິ່ງໝູ່ດາວ
ພວກນັ້ນ ດ້ວຍການເບິ່ງໃນແສງອິນຟຣາເຣດ.
ມັນພຽງແຕ່ເປັນກ້ອງສ່ອງທີ່ດີກວ່າກ້ອງ ຮັບເບິລ ເທົ່ານັ້ນ, ເຊິ່ງໄດ້ບິນໂຄຈອນນັບຕັ້ງ
ແຕ່ປີ 1990 ເປັນຕົ້ນມາ.
ດຣ. ສເຕເຟັນ ກ່າວວ່າ “ມັນມີແວ່ນທີ່ໃຫຍ່ຫຼາຍກວ່າກ້ອງ ຮັບເບິລ, ມັນມີຂະໜາດ
ໃຫຍ່ກວ່າຂອງກ້ອງ ຮັບເບິລ 5 ເທື່ອ. ມັນຍັງຕັ້ງໄດ້ຢູ່ສະຖານທີ່ໆດີກວ່າ ບ່ອນຕັ້ງ
ຂອງກ້ອງສ່ອງນັ້ນ, ດີກວ່າການບິນໂຄຈອນອ້ອມໂລກ ແລະ ສິ່ງນີ້ຈະເຮັດໃຫ້ເຫັນ
ວັດຖຸທີ່ຈາງກວ່າອີກ. ແລະ ໃນເວລາດຽວກັນ ພວກເຮົາກໍໄດ້ພັດທະນາເຄື່ອງມືທີ່ດີ
ກວ່າ, ຄືກ້ອງທີ່ດີກວ່າ.”
ແລະ ມັນມີຄວາມເປັນໄປໄດ້ວ່າ ກ້ອງສ່ອງ ເວັບ ອາດເປັນເຄື່ອງມືທີ່ຈະຊ່ວຍບັນດາ
ນັກດາລາສາດພິສູດວ່າ ພວກເຮົາບໍ່ໄດ້ຢູ່ຜູ້ດຽວ ໃນຈັກກະວານນີ້.
ດຣ. ສເຕເຟັນ ກ່າວວ່າ “ມັນບໍ່ແມ່ນສິ່ງທີ່ກ້ອງ ເວັບ ຖືກອອກແບບມາໃຫ້ເຮັດປານໃດ.
ແຕ່ສ່ວນນຶ່ງໃນພາລະກິດຂອງກ້ອງ ເວັບ ນັ້ນແມ່ນເພື່ອຊອກຫາດາວເຄາະຕ່າງໆ
ແລະ ສຶກສາບັນຍາກາດຂອງມັນ. ຕອນນີ້ມັນມີຄວາມເປັນໄປໄດ້ ຫຼາຍຢ່າງວ່າ ພວກ
ເຮົາອາດໄດ້ຄົ້ນພົບຫຼັກຖານຢ່າງແທ້ຈິງແລ້ວ ຫຼື ຫຼັກຖານທາງອ້ອມ ສຳລັບສິ່ງມີຊີວິດ
ຢູ່ໃນດາວເຄາະພວກນີ້ ດ້ວຍການເບິ່ງທາດເຄມີໃນບັນຍາກາດຂອງມັນ.
ກ້ອງສ່ອງດາວທີ່ວ່ານັ້ນ ມີກຳນົດຖືກສົ່ງຂຶ້ນໄປອະວະກາດໃນປີ 2021 ແລະ ຈະຖືກ
ສົ່ງໄປປະມານ ນຶ່ງລ້ານຫ້າແສນກິໂລແມັດ ຫ່າງຈາກໂລກ.
Humanity's efforts to move into and peer into space seem to be experiencing something of a renaissance in the past few weeks. NASA's pictures of Ultima Thule (PRON: TOO- lee)) continue to astound, as do Chinese pictures from their probe on the far side of the moon. Coming soon, the James Webb Telescope will allow NASA to look even farther into the great beyond. VOA's Kevin Enochs reports.
The James Webb Telescope is being prepped for launch in 2021, and it will change the way that NASA views the universe.
"James Webb is designed specifically to look into the infrared and this is an area of the spectrum where we have looked before but certainly never with anything as advanced as Webb. So the hope is that we're really going to expand what we understand about the universe in this regime.
The infrared spectrum not only allows astronomers to see things the human eye can't, but infrared waves are special in that they don't scatter as much as visible light does when passing through interstellar gas and dust.So the Webb telescope will see farther and better.
"Webb is designed to observe the universe in the infrared, and by doing that you open up a tremendous amount of new science that we can do. Two of the extremes are looking first of all at the most distant galaxies in the universe. They're light because of the effect of cosmological redshift. It's shifted all the way into the infrared. So we're only really able to observe those galaxies by looking in the infrared.
It's also just a much better telescope than Hubble, which has been in orbit since 1990.
It's a much larger mirror than Hubble, so it's five times larger in area than Hubble. It's also located at a much better place to actually put the telescope, so well beyond the orbit of the earth and this allows it again to see fainter objects. And in the intervening time we've developed better instrumentation, some better cameras."
And it's just possible that the Webb telescope might be the tool that helps astronomers prove that we're not alone in the universe.
"It's not really what Webb is designed to do. But part of Webb's mission is to find planets and to study their atmospheres. Now there's possibilities that we might actually discover evidence or indirect evidence for life on these planets by looking at the chemistry in their atmospheres.
The telescope is scheduled to be launched in 2021 and will be deployed about 1.5 million kilometers from Earth.