ທ່ານເຈມສ໌ ໂຄມີ ຜູ້ອຳນວຍການຫ້ອງການສັນຕິບານກາງ ຫຼື FBI ພ້ອມແລ້ວທີ່ຈະໄປ
ໃຫ້ການຕໍ່ໜ້າຄະນະກຳມະການຍຸຕິທຳສະພາຕ່ຳ ແລະຄະນະກຳມະການດູແລສະພາ
ດັ່ງກ່າວ ໃນວັນສຸກມື້ນີ້ ພາຍຫຼັງທີ່ໄດ້ຄັດຄ້ານຕໍ່ຄຳຮ້ອງຂໍເຂົາເຈົ້າທີ່ຈະເຮັດເຊັ່ນນັ້ນມາ
ເປັນເວລາຫຼາຍເດືອນ.
ຄະນະກຳມະການດັ່ງກ່າວໄດ້ຮຽກໂຕທ່ານໂຄມີໃນເດືອນແລ້ວນີ້ໃຫ້ເຂົ້າໄປທຳການ
ໃຫ້ການເລື້ອງການສືບສວນກ່ຽວກັບການຫາໂຄສະນາຫາສຽງຂອງທ່ານດໍໂນລ ທຣຳ
ທີ່ຖືກກ່າວຫາວ່າມີການພົວພັນກັບຣັດເຊຍ ແລະເລືຶ້ອງອີແມລຂອງທ່ານນາງຮິລລາຣີ
ຄລິນຕັນ.
ທ່ານໂຄມີໄດ້ໂຕ້ຖຽງວ່າ ການສືບສວນທີ່ນຳພາໂດຍພັກຣີພັບບລິກກັນໃນເລື້ອງການ
ຕັດສິນໃຈຂອງ FBI ແລະກະຊວງຍຸຕິທຳໃນປີ 2016 ແລະ 2017 ນັ້ນແມ່ນ ເປັນເລື້ອງ
ການເມືອງ.
ໃນວັນສະຫຼອງຂອບຄຸນພະເຈົ້າ (Thanksgiving Day) ທ່ານກ່າວຢູ່ໃນຂໍ້ຄວາມຂຽນ
ລົງທາງທວີດເຕີວ່າ ທ່ານອາດຈະບໍ່ໄປປາກົດໂຕຖ້າຫາກວ່າການສຳພາດດັ່ງກ່າວບໍ່ດຳ
ເນີນໄປແບບເປີດເຜີຍໃຫ້ຄົນທົ່ວໄປຮູ້.
ທ່ານໂຄມີ ກ່າວເພີ້ມວ່າ “ຂ້າພະເຈົ້າຍັງຍິນດີທີ່ຈະໄປນັ່ງຢູ່ໃນທ້າມກາງຄວາມສົນໃຈ
ຂອງຄົນ ແລະຕອບຄຳຖາມທັງໝົດ. ແຕ່ຂ້າພະເຈົ້າຈະຄັດຄ້ານຕໍ່ການໃຫ້ການແບບ
ປິດປະຕູ ເພາະວ່າ ຂ້າພະເຈົ້າໄດ້ເຫັນການເລືອກຂໍ້ມູນທີ່ເຂົາເຈົ້າຢາກໃຫ້ຮົ່ວໄຫຼ ແລະ
ການໃຫ້ຄຳເວົ້າແບບບິດເບືອນມາພໍແຮງແລ້ວ. ມາພາກັນມີການຮັບຟັງ ແລະກໍເຊີນ
ທຸກຄົນມາເບິ່ງນຳກັນ.”
ແຕ່ທ່ານໂຄມີກໍຮູ້ສຶກລັ່ງເລໃຈຂຶ້ນ ຕໍ່ການສຳພາດແບບປິດປະຕູ ພາຍຫຼັງທີ່ໄດ້ຮັບຄຳ
ໝັ້ນສັນຍາວ່າ ເນື້ອໃນຂອງບົດບັນທຶກການພົບປະກັນ ຈະຖືກເປີດເຜີຍແກ່ສາທາລະນະຊົນພາຍໃນ 24 ຊົ່ວໂມງຫຼັງຈາກການໃຫ້ການ.
ບັນດາສະມາຊິກພັກຣີພັບບລິກກັນ ກ່າວອ້າງວ່າ ຄວາມລຳອຽງຕໍ່ທ່ານທຣຳ ຢູ່ໃນບັນ
ດາພວກເຈົ້າໜ້າທີ່ອາວຸໂສ ເຮັດໃຫ້ມີການເພັ່ງເລັງການສອບສວນຂອງ FBI ໃສ່ເລື້ອງການເຊື່ອມໂຍງກັນລະຫວ່າງການໂຄສະນາຫາສຽງຂອງທ່ານທຣຳ ກັບຣັດ
ເຊຍ ຫລາຍກວ່າ ການສືບສວນກ່ຽວກັບການການໃຊ້ເຄື່ອງເກັບຂໍ້ມູນທາງອີເມລ
ສ່ວນໂຕຂອງຜູ້ສະໝັກເລືອກຕັ້ງຈາກພັກເດໂມແຄຣັດ, ທ່ານນາງຮິລລາຣີ ຄລິນຕັນ.
ປະທານາທິບໍດີທຣຳໄດ້ເອີ້ນຊ້ຳແລ້ວຊ້ຳອີກວ່າການສືບສວນກ່ຽວກັບເລື້ອງຣັດເຊຍ
“ເປັນການຫາຈັບຜິດ” ແລະໄດ້ກ່າວຫາທ່ານໂຄມີ ແລະບັນດາເພື່ອນຮ່ວມງານທີ່
ໃກ້ຊິດຂອງທ່ານວ່າພາກັນສໍ້ລາດບັງຫລວງ.
ບັນດາພັກເດໂມແຄຣັດ ຕິຕຽນພັກຣີພັບລລິກັນວ່າ ພຽງແຕ່ພະຍາຍາມເຮັດຕາມທິດ
ສະດີຮ່ວມຫົວກັນ ເພື່ອປົກປ້ອງທ່ານທຣຳບໍ່ໃຫ້ຖືກດຳເນີນສືບສວນກ່ຽວກັບຣັດເຊຍ
ທີ່ນຳພາໂດຍໄອຍະການພິເສດ, ທ່ານໂຣເບີດ ມອລເລີນັ້ນ.
ພວກພັກເດໂມແຄຣັດກ່າວວ່າ ເຂົາເຈົ້າຈະກວດສອບຢ່າງຖີ່ຖ້ວນການໂຈມຕີ ຂອງ
ທ່ານທຣຳຕໍ່ FBI ແລະກະຊວງຍຸຕິທຳ ໃນເວລາທີ່ພວກເຂົາເຈົ້າເລີ້ມເຂົາຄວບຄຸມ
ສະພາຕ່ຳໃນເດືອນມັງກອນຈະມາເຖິງນີ້. ເຂົາເຈົ້າຍັງໄດ້ຮຽກຮ້ອງໃຫ້ຄູ່ຕຳແໜ່ງຈາກ
ພັກຣີພັບບລິກັນໃຫ້ປົກປ້ອງທ່ານມອລເລີ ບໍ່ໃຫ້ໄດ້ຮັບຜົນກະທົບຈາກການໃຊ້ຄວາມ
ພະຍາຍາມໃນວິທີໃດໆ ຂອງທ່ານທຣຳ ຫຼື ຜູ້ທີ່ຖືກແຕ່ງຕັ້ງເປັນລັດຖະມົນຕີຍຸຕິທຳ
ຊົ່ວຄາວທີ່ຫາກໍ່ຖືກແຕ່ງຕັ້ງ, ທ່ານແມັຕທິວ ວິຕເທັກເກີຣ ທີ່ຈະສະກັດກັ້ນການສືບ
ສວນນັ້ນໄວ້.