ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຈາຊິນດາ ອາເດີນ ປາກົດໂຕຄັ້ງສຸດທ້າຍ ໃນຖານະນາຍົກລັດຖະມົນຕີ ຂອງນິວຊີແລນ


ນາຍົກລັດຖະມົນຕີນິວຊີແລນ ທ່ານນາງຈາຊິນດາ ອາເດີນ ກ່າວປາໄສກັບສື່ມວນຊົນ ໃນເມືອງຣາຕານາ, ປະເທດນິວຊີແລນ, ວັນທີ 24 ມັງກອນ 2023.
ນາຍົກລັດຖະມົນຕີນິວຊີແລນ ທ່ານນາງຈາຊິນດາ ອາເດີນ ກ່າວປາໄສກັບສື່ມວນຊົນ ໃນເມືອງຣາຕານາ, ປະເທດນິວຊີແລນ, ວັນທີ 24 ມັງກອນ 2023.

ນາຍົກລັດຖະມົນຕີຂອງນິວຊີແລນທີ່ກໍາລັງ​ຈະ​ພົ້ນຈາກຕໍາແໜ່ງ ທ່ານນາງຈາຊິນດາ ອາເດີນ ກ່າວໃນວັນອັງຄານວານນີ້ ເຊິ່ງເປັນມື້ສຸດທ້າຍໃນການດໍາດົງໜ້າທີ່ຂອງທ່ານນາງວ່າ ນາງພ້ອມແລ້ວສໍາລັບການເປັນ “ເອື້ອຍ ແລະເປັນແມ່.”

ທ່ານນາງອາເດີນ ປາກົດໂຕເປັນຄັ້ງສຸດທ້າຍຕໍ່ສາທາລະນະ ຢູ່ທີ່ຫ້ອງການຂອງທ່ານນາງ ຢູ່​ໃນ​ເຂດຊົນ​ເຜົ່າມາວຣີ (Maori) ໃນເມືອງຣາຕານາ (Ratana), ນອກນະຄອນຫຼວງວິລລິງຕັນ ພ້ອມດ້ວຍຜູ້ດໍາລົງຕໍາແໜ່ງ ຕໍ່ຈາກທ່ານນາງ ທ່ານຄຣິສ ຮິບກິນສ໌ (Chris Hipkins), ເຊິ່ງເປັນຫົວໜ້າພັກແຮງງານຄົນໃໝ່.

ທ່ານນາງອາເດີນ ໄດ້ເຮັດໃຫ້ປະຊາຊົນຊາວນິວຊີແລນທົ່ວປະເທດ ຕົກໃຈໃນອາທິດແລ້ວນີ້ ເມື່ອທ່ານນາງໄດ້ປະກາດວ່່າ ທ່ານນາງກໍາລັງຈະລົງຈາກ ການເປັນນາຍົກລັດຖະມົນຕີ ລຸນຫຼັງການປະຕິບັດໜ້າຢູ່ໃນຕໍາແໜ່ງມາເປັນເວລາ 5 ປີ, ເນື່ອງຈາກ ທ່ານນາງບໍ່ມີຫຍັງເຫຼືອ “ຢູ່ໃນຖັງ” ອີກແລ້ວ.

ທ່ານນາງບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ​ຕໍ່ການຄາດຄະ​ເນທີ່ວ່າ ທ່ານນາງຈະກ້າວລົງຈາກຕໍາແໜ່ງ ເນື່ອງຈາກຄື້ນຟອງຂອງການໃຊ້ຖ້ອຍຄວາມ ທີ່ທໍາລາຍຄວາມຮູ້ສຶກ ແລະຄວາມຄຽດຊັງແມ່ຍິງ ທີ່ໂຈມຕີຢູ່ໃນສື່ສັງຄົມອອນລາຍໂດຍພວກຫົວຮຸນແຮງຈັດຝ່າຍຂວາ, ເຊິ່ງທ່ານນາງໄດ້ບອກກັບບັນດານັກຂ່າວວ່າ ທ່ານນາງບໍ່ຕ້ອງການໃຫ້ຜູ້ໃດແນມເບິ່ງການຕັດສິນໃຈຂອງທ່ານນາງ ໃນລັກສະນະ “ຄວາມຄິດເຫັນທາງລົບກ່ຽວກັບນິວຊີແລນ.”

ທ່ານນາງອາເດີນ ກ່າວວ່າ “ຂ້າພະເຈົ້າໄດ້ຮັບປະສົບການກ່ຽວກັບຄວາມຮັກ, ຄວາມເມດຕາ, ຄວາມເຫັນໃຈ, ແລະຄວາມກະລຸນາ ເມື່ອຂ້າພະເຈົ້າເຂົ້າມາດໍາລົງໜ້າທີ່ດັ່ງກ່າວ.”

ທ່ານນາງອາເດີນ ເຊິ່ງເປັນແມ່ຍິງຄົນທີສອງ ​ທີ່ເປັນຜູ້ນຳລັດຖະບານ​ທີ່ໄດ້ຄອດ​ລູກເມື່ອປີ 2018, ຈະຍັງຄົງດໍາລົງຕໍາແໜ່ງຢູ່ໃນສະພາ ໃນຖານະຖານະສະມາ ຊິກຄົນນຶ່ງທີ່ບໍ່ໄດ້ມີບົດບາດໃດໆ ເມື່ອທ່ານຮິບກິນ ສາບານຕົນເຂົ້າຮັບຕໍາແໜ່ງໃນວັນພຸດມື້ນີ້. ໃນການສໍາຫຼວດຄວາມຄິດເຫັນຂອງຜູ້ມີສິດລົງຄະແນນສຽງ ທີ່ຈະມີການເລືອກຕັ້ງທົ່ວໄປໃນເດືອນຕຸລາທີ່ຈະມາເຖິງນີ້ ລັດຖະບານ ທີ່ນໍາໂດຍພັກແຮງງານ ແມ່ນຍັງມີຄະແນນນໍາຫຼັງຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG