ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອີ​ຕາ​ລີ ບອກ​ຈີນ​ວ່າ ຕົນ​ຈະ​ຖອນ​ໂຕ​ ອອກ​ຈາກ​ຂໍ້​ລິ​ເລີ້ມ ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ


ແຟ້ມ - ປະ​ທານ​ປະ​ເທດ​ຈີນ (ຫຼັງ​ຊ້າຍ) ລົມ​ກັນ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ​ເວ​ລານັ້ນ ທ່ານ​ກິວ​ເຊັບ​ເປ ກົງ​ເຕ ລະ​ຫວ່າງ​ການ​ລົງ​ນາມ ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ​ຂໍ້​ລິ​ເລີ້ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ທີ່​ວິ​ລ​ລາ ມາ​ດາ​ມາ ໂຣມ ປະ​ເທດ​ອີ​ຕາ​ລີ ເມື່ອ​ວັນ​ທີ 23 ມີ​ນາ 2019.
ແຟ້ມ - ປະ​ທານ​ປະ​ເທດ​ຈີນ (ຫຼັງ​ຊ້າຍ) ລົມ​ກັນ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ​ເວ​ລານັ້ນ ທ່ານ​ກິວ​ເຊັບ​ເປ ກົງ​ເຕ ລະ​ຫວ່າງ​ການ​ລົງ​ນາມ ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ​ຂໍ້​ລິ​ເລີ້ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ທີ່​ວິ​ລ​ລາ ມາ​ດາ​ມາ ໂຣມ ປະ​ເທດ​ອີ​ຕາ​ລີ ເມື່ອ​ວັນ​ທີ 23 ມີ​ນາ 2019.

ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ ​ແຈ້ງ​ໃຫ້​ຈີນ​ຊາບ​ວ່າ ຕົນ​ຈະ​ຖອນ​ໂຕ​ອອກ​ຈາກ ​ໂຄງ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ຫຼື BRI ຊຶ່ງ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ຖອນ​ໂຕ​ອອກ​ຈາກ​ໂຄງ​ການ ທີ່​ໄດ້​ລິ​ເລີ້ມ​ຂຶ້ນ​ເມື່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນ. ທັງໆ​ທີ່​ໄດ້​ມີ​ການ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ເລື້ອງນີ້ ແຕ່​ໂຣມ​ກໍ​ຍັງ​ມີ​ແຜນ​ການ ​ທີ່​ຈະ​ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ງາມໄວ້​ກັບ​ປັກ​ກິ່ງຢູ່ ອີງ​ຕາມ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ ​ທີ່​ແຈ້ງ​ໃຫ້​ຮູ້ ​ໃນ​ວັນ​ພຸດ​ວານນີ້.

ປັກ​ກິ່ງ​ໄດ້​ເລີ້ມ​ໂຄງ​ການ BRI ຊຶ່ງ​ເປັນ​ແຜນ​ການ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ຂົນ​ສົ່ງ​ຂອງ​ໂລກ​ໃນ​ປີ 2013 ທີ່​ແນ​ໃສ່​ເພື່ອ​ເສີມ​ຂະ​ຫຍາຍ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ຕ່າງໆ​ ໃນ​ເຂດ​ຢູ​ເຣ​ເຊຍ ອາ​ຟ​ຣິ​ກາ ໂອ​ເຊ​ອາ​ເນຍ ແລະ​ລາ​ຕິນ​ອາ​ເມ​ຣິ​ກາ. ພວກ​ຕ້ອງ​ຕິ​ໂຕ້​ແຍ້ງວ່າ ເປົ້າ​ໝາຍ​ທີ່​ສຳ​ຄັນ​ສຸດ ແນວ​ໃດ​ກໍ​ຕາມ​ກໍ​ແມ່ນ​ການ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ພັກ​ຄອມ​ມູ​ນິ​ສ​ຈີນ. ເກືອບ 150 ປະ​ເທດ​ຊຶ່ງ​ມີ​ປະ​ຊາ​ກອນ​ຂອງ​ໂລກ​ປະ​ມານ 75 ເປີ​ເຊັນ ໄດ້​ເຂົ້າ​ຮ່ວມ​ໂຄງ​ການນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ທ່ານ​ນາງຈໍ​ເຈຍ ເມ​ໂລ​ນີ (Giorgia Meloni) ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ເປັນ​ພາ​ຄີ​ດັ່ງ​ກ່າວ​ ມາ​ໄດ້​ດົນ​ນານ​ແລ້ວ ຊຶ່ງ​ໃນ​ຄັ້ງ​ນຶ່ງ​ໄດ້​ເອີ້ນ​ການ​ຕັດ​ສິນ​ໃຈ​ ເຂົ້າ​ຮ່ວມ​ໂຄງ​ການ BRI ໃນ​ປີ 2019 ນັ້ນ​ວ່າ “ເປັນ​ຄວາມ​ຜິ​ດ​ພາດ​ທີ່​ຮ້າຍ​ແຮງ.” ຫຼັງ​ຈາກ​ທ່ານ​ນາງ​ເມ​ໂລ​ນີ​ ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ ໃນ​ປີ​ກາຍນີ້ ທ່ານ​ນາງ​ກ່າວ​ວ່າ ຄຳ​ໝັ້ນ​ສັນ​ຍາ​ທາງ​ດ້ານ​ເສ​ດ​ຖະ​ກິດ ​ຈາກ​ຂໍ້​ຕົກ​ລົງ​ນີ້ ບໍ່​ເຄີຍບັງ​ເກີດ​ເປັນ​ຄວາມ​ຈິງເລີຍ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຊຶ່ງ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໄປ​ຈົນ​ຮອດ​ເດືອນ​ມີ​ນາ ປີ 2024 ຈະ​ບໍ່​ມີ​ການ​ຕໍ່​ອາ​ຍຸຕື່ມ ອີງ​ຕາມ​ແຫຼ່ງ​ຂ່າວ​ໃນ​ລັດ​ຖະ​ບານ​ປະ​ສົມ​ຂອງ​ທ່ານ​ນາງ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້ ໂດຍ​ຂໍ​ສະ​ຫງວນ​ຊື່​ວ່າ “ພວກ​ເຮົາ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ສືບ​ຕໍ່​ຮັກ​ສາ​ສາຍ​ພົວ​ພັນ​ອັນ​ດີ​ເລີດ​ກັບ​ຈີນ​ໄວ້ ເຖິງ​ແມ່ນ​ພວກ​ເຮົາ​ຈະ​ບໍ່​ໄດ້​ເປັນ​ສ່ວນ​ນຶ່ງ​ໃນ​ໂຄງ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​ແລ້ວ​ກໍ​ຕາມ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG