ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດອີຕາລີ ປະທະກັບ ພວກປະທ້ວງ ຢູ່ກຸງໂຣມ (ວີດີໂອ)


Italy Clashes
please wait
Embed

No media source currently available

0:00 0:00:59 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ຕໍາຫຼວດອິຕາ​ລີ ທີ່​ປະກອບ​ອາວຸດ​ປາບ​ຈະລາຈົນ ​ໄດ້​ປະ​ທະ​ກັບ​ພວກ​ປະທ້ວງ ທີ່​ໄດ້​ພາ ກັນຫຼັ່ງ​ໄຫຼລົງ​ສູ່ຖະໜົນ​ຫົນທາງ ​ເພື່ອ​ປະ​ທ້ວງ​ຕໍ່ຕ້ານ​ມາດ​ຕະການ ປະຢັດ​ມັດທະຍັດ​ຊຸດ​ໃໝ່​ ຂອງ​ລັດຖະບານ.

ການ​ປະ​ທະ​ກັນ​ໄດ້​ລະ​ເບີດ​ຂຶ້ນ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ຈະຕຸ​ລັດ​ກາງ​ເມືອງ​ແຫ່ງນຶ່ງ​ໃນ​ກຸງ​ໂຣມ ບ່ອນ​ທີ່​ພວກ​ປະ​ທ້ວງ ຫຼາຍສິບ​ພັນ​ຄົນ​ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່ນັ້ນ​ ເພື່ອ​ທໍາ​ການ​ປະ​ທ້ວງ.

ພວກ​ປະ​ທ້ວງແກວ່ງ​ລະ​ເບີດ​ຄວັນ ​ໄຂ່ ​ແລະ​ວັດ​ຖຸອື່ນໆ ​ເວລາກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ເຄື່ອນເຂົ້າ​ໄປ​ເພື່ອຮັກສາ​ສະຖານ​ນະ​ການ​ຢູ່​ໃນ​ຄວາມ​ສະຫງົບ.

ພວກ​ປະ​ທ້ວງ​ພາກັນລະບາຍ​ຄວາມ​ຜິດ​ຫວັງ​ ບໍ່ພໍ​ໃຈຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ງົບ ປະມານ​ປີ 2014 ຂອງ​ອິຕາ​ລີ ​ທີ່ນາຍົກລັດຖະມົນຕີ Enrico Letta ນໍາ​ອອກ​ເປີດ​ເຜີຍ ເມື່ອບໍ່​ເທົ່າ​ໃດ​ວັນ​ນີ້.

ມາດ​ຕະການຕັດ​ການ​ໃຊ້​ຈ່າຍ​ດັ່ງກ່າວ ຈະບໍ່​ໃຫ້​ຂຶ້ນ​ເງິນ​ເດືອນ ​ຂອງພວກ​ລັດຖະກອນ​ ອັນ​ເປັນພາກສ່ວນ​ຂອງ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ ​ເພື່ອ​ຈະ​ໃຫ້​ອິຕາ​ລີ​ພົ້ນ​ຈາກ​ສະພາວະ​ຖອຍຫຼັງທາງ​ເສດຖະກິດ​ນັ້ນ.

ພວກ​ປະ​ທ້ວງ​ບາງ​ຄົນ​ຍັງ​ພາກັນ​ອອກສຽງ​ຄັດ​ຄ້ານ ​ໂຄງ​ການ​ກໍ່ສ້າງລົດ​ໄຟ​ຄວາມ​ໄວ​ສູງ ທີ່​ໄດ້​ວາງ​ແຜນ​ໄວ້ແລ້ວ ລະຫວ່າງ ອິຕາ​ລີ ​ແລະ​ຝຣັ່ງ​ນັ້ນ.

ພວກ​ປະ​ທ້ວງ​ ​ເວົ້າ​ວ່າ ​ເງິນ​ທີ່​ເອົາ​ໄປ​ໃຊ້​ຈ່າຍ​ໃນ​ໂຄງການ​ລົດ​ໄຟ​ຄວາມ ​ໄວ​ສູງ​ດັ່ງກ່າວ​ນັ້ນ ຄວນ​ຈະ​ເອົາ​ໄປ​ໃຊ້​ຊ່ວຍ​ເຫຼືອພວກ​ຄົນ​ທຸກ​ຈົນ. ​ເຂົາ​ເຈົ້າ ຍັງ​ເວົ້າ​ອີກ​ວ່າ ​ໂຄງການ​ລົດ​ໄຟ​ຄວາມ​ໄວສູງ ຍັງ​ເປັນ​ໄພ​ຕໍ່ສະພາບ​ແວດ​ລ້ອມ​ນໍາ​ອີກ​ຕ່າງຫາກ.

ການ​ປະ​ທ້ວງໃນທໍານອງ​ດຽວ​ກັນ ກໍໄດ້​ເກີ​ດຂຶ້ນຢູ່​ໃນ​ປະ​ເທດ Portugal ​ ​ເມື່ອ​ວັນ​ເສົາ​ວານ​ນີ້. ພວກ​ປະ​ທ້ວງໃນເມືອງຫຼວງ Lisbon ​ໄດ້ພາກັນ ​ໂຮມ​ຊຸມນຸມ​ກັນ​ປະ​ທ້ວງ​ຕໍ່ ຕ້ານ​ມາດ​ຕະການ​ປະຢັດ​ມັດທະຍັດ​ ໃນງົບປະ ມານ​ປີ 2014.

Italian police in riot gear have clashed with demonstrators who took to the streets to protest against the government's new austerity measures.

The clashes erupted on Saturday in a central square in Rome, where tens of thousands of people gathered for a protest.

Demonstrators threw smoke bombs, eggs and other items as security forces moved in to calm the unrest.

The protesters expressed frustration over Italy's 2014 budget unveiled by Prime Minister Enrico Letta earlier in the week.

The cost-cutting measure freezes public sector salaries as part of the government's bid to lead Italy out of a recession.

Some protesters also voiced opposition to a planned high-speed rail line between Italy and France.

Demonstrators said the money being spent on the project should be used to help the poor. They also say the rail line threatens the environment.

A similar protest took place in Portugal on Saturday.

Demonstrators in Lisbon rallied against austerity measures in the 2014 budget
XS
SM
MD
LG