ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຕາລີ ໄວ້ທຸກ ໃຫ້ພວກ ເຄາະຮາຍ ຍ້ອນເຮືອຫຼົ້ມ ຈາກ ອາຟຣິກາ (ສະໄລດ໌/ວີດີໂອ)


Hundreds of African Migrants Dead or Missing in Mediterranean
please wait

No media source currently available

0:00 0:00:59 0:00
ລິງໂດຍກົງ
ອີຕາລີໄດ້ປະກາດໄວ້ທຸກຢ່າງເປັນທາງການໃຫ້ແກ່ພວກຊອກສະ
ແຫວງຫາບ່ອນລີ້ໄພ ຊາວອາຟຣິກາ 100 ກວ່າຄົນ ທີ່ເຮືອຂອງ
ພວກເຂົາເຈົ້າ ໄດ້ເກີດໄຟໄໝ້ ແລະຫຼົ້ມລົງ ຢູ່ນອກແຄມຝັ່ງຂອງ
ເກາະ Lampedusa ຂອງອີຕາລີ ໃນວັນພະຫັດວານນີ້.

ພະສັນຕະປະປາ Francis ທີ່ພວມຢູ່ໃນລະຫວ່າງ ການສະເດັດ
ປະພາດເມືອງ Assisi ຂອງອີຕາລີນັ້ນຊົງປະກາດໃຫ້ວັນສຸກມື້ນີ້
ເປັນວັນແຫ່ງນໍ້າຕາ. ມີການຊັກທຸງຊາດຂຶ້ນພຽງເຄິ່ງເສົາແລະໂຮງ
ຮຽນຕ່າງໆ ກໍພາກັນຢືນ ສະຫງົບສະຕິອາລົມ ເປັນເວລານຶ່ງນາທີ ເພື່ອໄວ້ທຸກໃຫ້ແກ່ພວກເຄາະຮ້າຍ.

ອົງການຂ່າວ ANSA ຂອງທາງການອີຕາລີກ່າວວ່າ ເຮືອທີ່ບັນທຸກພວກຊອກສະແຫວງຫາ ບ່ອນລີ້ໄພ ຊາວເອຣີເທຣຍແລະໂຊມາເລຍໄດ້ຫລົ້ມ ຍ້ອນເກີດໄຟໄໝ້ໃນວັນພະຫັດວານນີ້ ຫລັງຈາກພວກຊອກຫາບ່ອນລີ້ໄພພະຍາຍາມທີ່ຈະສົ່ງສັນຍານ ຂໍຄວາມຊ່ອຍເຫຼືອສຸກເສີນ ດ້ວຍການຈູດຜ້າຫົ່ມ. ພວກທີ່ເຫັນເຫດການ ກ່າວວ່າໄຟໄດ້ເຕັ້ນລາມໄປໃສ່ນໍ້າມັນທີ່ຮົ່ວໄຫຼ ໂດຍບໍ່ໄດ້ເຈດຕະນາ.

ບໍ່ເທົ່າໃດຊົ່ວໂມງຕໍ່ມາ ລາຍງານຂ່າວໂທລະພາບສະແດງໃຫ້ເຫັນວ່າມີຊາກສົບຄົນຕາຍທີ່ ໜ່ວຍຍາມຝັ່ງອີຕາລີກູ້ເອົາມາວາງຢາຍກັນເລາະຕາມຄູກັ້ນນໍ້າທະເລຂອງເມືອງທ່າ Lam-
pedusa.

ການປະຕິບັດງານກູ້ໄພຍັງດຳເນີນຢູ່ຕໍ່ມາ ຈົນຮອດແລງວັນພະຫັດວານນີ້ ໂດຍກະປະມານ ວ່າມີ 300 ຄົນເສຍຊີວິດຫຼືບໍ່ກໍຫາຍສາບສູນ. ອົງການຂ່າວ ANSA ລາຍງານວ່າ ມີຜູ້ລອດ ຊີວິດມາໄດ້ 150 ຄົນ.

ເຫດຮ້າຍໃນຄັ້ງນີ້ ຊຶ່ງກ່າວກັນວ່າເປັນໂສກນາດຕະກຳທາງທະເລທີ່ຮ້າຍແຮງທີ່ສຸດສຳລັບ ພວກຂໍລີ້ໄພ ມີຂຶ້ນພຽງບໍ່ເທົ່າໃດມື້ຫລັງຈາກພວກທີ່ອາດຈະເປັນຜູ້ຂໍລີ້ໄພ 13 ຄົນ ໄດ້ຈົມ
ນໍ້າຕາຍຢູ່ນອກແຄມຝັ່ງທະເລ ໃກ້ໆກັບເກາະ Sicily ຫຼັງ ຈາກເຮືອຂອງພວກເຂົາເຈົ້າໄດ້ ຫຼົ້ມແລະພວກເຂົາເຈົ້າພະຍາຍາມທີ່ຈະລອຍເຂົ້າໄປຫາແຄມຝັ່ງ.

XS
SM
MD
LG