ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ອິສຣາແອລ ປະທະກັບ ພວກປາແລສໄຕນ໌ ເວລາ ຊອກຫາ ພວກໄວລຸ່ນ (ສະ​ໄລ​ດ໌/ວີດີໂອ)


ທະຫານອິສຣາແອລ ລາດຕາເວນ ໃນລະຫວ່າງ ອອກປະຕິບັດງານ ຊອກຫາເດັກໄວລຸ່ນ 3 ຄົນ ໃນເມືອງ Hebron ວັນທີ 18 ມິຖຸນາ 2014.
ທະຫານອິສຣາແອລ ລາດຕາເວນ ໃນລະຫວ່າງ ອອກປະຕິບັດງານ ຊອກຫາເດັກໄວລຸ່ນ 3 ຄົນ ໃນເມືອງ Hebron ວັນທີ 18 ມິຖຸນາ 2014.
ພວກ​ທະຫານ​ອິສຣາ​ແອ​ລ ປະ​ທະ​ກັນ​ກັບ​ພວກ​ປາ​ແລ​ສ​ໄຕ​ນ໌
​ໃນ​ລະຫວ່າງ​ການ​ອອກ​ປະຕິບັດ​ງານ​ໃນ​ມື້​ຄືນ​ນີ້ ເພື່ອຊອກ​ຄົ້ນ
​ຫາພວກເດັກ​ໄວ​ລຸ່ນອິສຣາ​ແອ​ລ 3 ຄົນ​ທີ່​ໄດ້​ຫາ​ຍສາບ​ສູນ​ຕັ້ງ​
ແຕ່ຖືກ​ລັກ​ຈັບ​ໂຕ​ໄປ​ໃນ​ສັບປະດາ​ແລ້ວ​ນີ້.

ກອງທັບອິສຣາ​ແອ​ລ ກ່າວໃນ​ວັນພະຫັດ​ມື້​ນີ້ວ່າ ພວກ​ປາ​ແລ​ສ
​ໄຕ​ນ໌ໄດ້​ແກ​ວ່ງວັດຖຸ​ລະ​ເບີດແລະ​ຍິງ​ປືນ​ໃສ່ຊຶ່ງ​ພາ​ໃຫ້​ພວກ​ທະ
ຫານ​ອິສຣາ​ແອ​ລ ຍິງ​ໂຕ້​ຕອບ​ຄືນ.

ຖະ​ແຫຼ​ງການ​ຂອງ​ກອງທັບ​ອິສຣາ​ແອ​ລ ກ່າວ​ເຊັ່ນ​ກັນ​ວ່າ ພວກ​
ທະຫານ​ຂອງ​ຕົນ​ໄດ້​ຈັບ​ກຸມ​ປະຊາຊົນ 30 ຄົນ ​ເຮັດ​ໃຫ້​ຈຳນວນ
​ພວກ​ປາ​ແລ​ສ​ໄຕ​ນ໌ ທີ່​ຖືກ​ຈັບ​ກຸມ​ເພີ້​ມຂຶ້ນ​ເປັນ 280 ຄົນ​ນັບ​ແຕ່​ວັນ​ພະຫັດ​ແລ້ວ​ນີ້​ເປັນຕົ້ນ​ມາ ຊຶ່ງ​ໃນ​ຈຳນວນ​ນີ້ 200 ຄົນ​ເປັນສະມາ​ຊິກຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມາສ.

ພວກ​ໄວ​ລຸ່ນອິສຣາ​ແອ​ລ ​3 ຄົນ​ໄດ້​ຫາຍ​ໂຕ​ໄປ​ໃນ​ສັບປະດາ​ແລ້ວ​ນີ້ ​ໃນ​ຂະນະ​ທີ່ພາກັນ​ລັດ
​ຂໍ​ຂີ່​ລົດ​ກັບ​ບ້ານ​ຈາກ​ໂຮງຮຽນ​ໃນເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫຼື West Bank ຊຶ່ງ​ອິສຣາ​ແອ​ລ​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ​ຮາ​ມາສ ​ແຕ່​ກຸ່ມ​ດັ່ງກ່າວ ​ໄດ້​ປະຕິ​ເສດ​ບໍ່ຮັບ​ຜິດຊອບກ່ຽວກັບ​ເລື້ອງ​ນີ້.

ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພວກ​ກຳ ລັງ​ຂອງ​ທ່ານ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ການ​ຊອກ​ຫາ​ພວກ​ໄວ​ລຸ່ນ​ເຫຼົ່າ​ນີ້.
israelpalestinians19june14
please wait

No media source currently available

0:00 0:01:09 0:00
XS
SM
MD
LG