ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອິສຣາແອລ ກ່າວວ່າ ການເຈລະຈາ ກັບກຸ່ມ Hamas ບໍ່ມີຄວາມຄືບໜ້າ (ວີດີໂອ/ສະໄລດ໌)


ຊາວປາແລສໄຕນ໌ ພາກັນນັ່ງຢູ່ຜາມ ນອກຕຶກບ້ານເຮືອນຂອງເຂົາເຈົ້າ ທີ່ຖືກທຳລາຍ ຈາກການໂຈມຕີ ຂອງອິສຣາແອລ.
ຊາວປາແລສໄຕນ໌ ພາກັນນັ່ງຢູ່ຜາມ ນອກຕຶກບ້ານເຮືອນຂອງເຂົາເຈົ້າ ທີ່ຖືກທຳລາຍ ຈາກການໂຈມຕີ ຂອງອິສຣາແອລ.

ຄະນະ​ເຈລະຈາອິສຣາ​ແອ​ລ ກ່າວ​ວ່າ ບໍ່​ມີ​ຄວາມ​ຄືບ​ໜ້າໃດໆ
ລະຫວ່າງ​ການ​ເຈລະຈາ ກັບກຸ່ມ Hamas ທີ່ໄກ່ເກ່ຍໂດຍອີ
ຈິບ ກ່ຽວ​ກັບ​ວ່າ​ ຈະ​ຍຸດຕິ​ການ​ສູ້ລົບ​ ໃນ​ເຂດ Gaza ຢ່າງ​ໃດ.

ການໃຫ້ຄວາມເຫັນດັ່ງກ່ວ ​ໂດຍ​ເຈົ້າ​ໜ້າ​ທີ່​ອະວຸໂສອິສຣາ​
ແອ​ລຄົນນຶ່ງ ມີ​ຂື້ນ​ໃນ​ວັນ​ອັງ​ຄານ​ມື້​ນີ້ ຊຶ່ງ​ເປັນ​ມື້​ທີ​ສອງ​ຫລັງ
​ຈາກການ​ຢຸດ​ຍິງ ເປັນເວລາ 72 ຊົ່ວ​ໂມງ​ເລີ້ມຂຶ້ນ ​ຊຶ່ງປາກົດວ່າ ໃນປັດ​ຈຸ​ບັນ​ນີ້​ຍັງ​ບໍ່ທັນ
ມີການລະເມີດເທື່ອ.

ຄະນະ​ເຈລະຈາຂອງ​ອິສຣາ​ແອ​ລ ​ແລະກຸ່ມ Hamas ​ໄດ້​ຈັດການ​ເຈ​ລະ​ຈາ​ກັນ​ ໂດຍທາງ
ອ້ອມ ທີ່​ນະຄອນ​ໄຄ​ໂຣ ​ຊຶ່ງແ​ນໃສ່ເພື່ອໃຫ້ມີ​ການ​ຍຸດຕິຄວາມ​ຮຸນ​ແຮງ ​ໃຫ້​ເປັນ​ທີ່​ຖາວອນ
ຫລາຍ​ຂື້ນ.

ຊ່ອງ​ຫວ່າ​ງລະຫວ່າງ​ສອງ​ຝ່າຍ ຍັງ​ກວ້າງ​ຢູ່ ​ແຕ່​ທັງເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ ​ແລະ​ອິສຣາ​
ແອ​ລ ຕ່າງກໍກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ສ້າງຄວາ​ມຄືບ​ໜ້າ ລະຫວ່າງ​ການ​ປະຊຸມ​
ຢ່າງຂຸ້ນຂ້ຽວ​ໃນ​ວັນ​ຄານ​ມື້​ນີ້.

ກຸ່ມ Hamas ຮຽກຮ້ອງໃຫ້ຍົກເລີກການປິດລ້ອມຢ່າງສິ້ນເຊີງຂອງອິສຣາ​ແອ​ລ ແລະ
ອີ​ຈິບ ທີ່​ຫ້າມ​ບໍ່​ໃຫ້ຊາວ​ປາ​ແລ​ສ​ໄຕ​ນ໌ ໜີ​ອອກ​ຈາກ​ເຂດ​ກາຊາ ​ແລະ​ເຮັດ​ໃຫ້​ປະຊາຊົນ​
ສ່ວນ​ໃຫຍ່ ກ່າງຕໍ່ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດ​ສະ​ທຳ.

ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ຈະ​ບໍ່ຜ່ອນຜັນການ​ຈຳກັດໃດໆ ນອກຈາກ​ວ່າ ມັນ​ສາມາດ​ຄໍ້າ ປະກັນວ່າ ​ມີການປົດອາວຸດ​ກຸ່ມ Hamas ທີ່​ໄດ້ຍິງລູກ​ຈະ​ຫລວດ​ຫລາຍ​ພັນ​ລູກ ​ເຂົ້າ​ໄປ
ໃສ່​ອິສຣາ​ແອ​ລ ຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມານີ້.

ຊາວ​ປາ​ແລ​ສ​ໄຕ​ນ໌ ຫລາຍ​ກວ່າ 1,900 ຄົນ ສ່ວນ​ໃຫຍ່​ເປັນ​ພົນລະ​ເຮືອນ ​ໄດ້​ເສຍ​ຊີວິດ
ຈາກ​ການ​ສູ້​ລົບ ທີ່ໄດ້​ເລີ້ມ​ເກີດ​ຂື້ນ​ໃນ​ຕົ້ນ​ເດືອນ​ກຳ​ລະ​ກົດ. ທະຫານ​ອິສຣາ​ແອ​ລ ຫົກ​ສິບ
​ສີ່ຄົນ ​ແລະ​ພົນລະ​ເຮືອນ​ສາມ​ຄົນ​ ກໍ​ໄດ້​ເສຍ​ຊີ​ວີ​ດ​ເຊັ່ນ​ກັນ.

ISRAEL PALESTINIANS VOSOT
please wait

No media source currently available

0:00 0:01:30 0:00

XS
SM
MD
LG