ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ເນ​ທັນ​ຢາ​ຮູ ຕັດ​ເວ​ລາ ​ການຢ້ຽມ​ຢາມ ປາ​ຣີ ລົງ ຫຼັງ​ຈາກ​ເກີດ​ ຄວາມ​ຮຸນ​ແຮງ ​ໃນເຂດ ກາ​ຊາ


ທະ​ຫານ ອິ​ສ​ຣາ​ແອ​ລ ຢືນ​ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ​ ອິ​ສ​ຣາ​ແອ​ລ-ກາ​ຊາ. 12 ພະ​ຈິກ 2018.
ທະ​ຫານ ອິ​ສ​ຣາ​ແອ​ລ ຢືນ​ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ​ ອິ​ສ​ຣາ​ແອ​ລ-ກາ​ຊາ. 12 ພະ​ຈິກ 2018.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ໄດ້​ຕັດ​ເວ​ລາ​ການ​ຢ້ຽ​ມ
ຢາມຂອງທ່ານທີ່ນະຄອນຫຼວງ ປາຣີ ລົງ ເພື່ອເດີນທາງກັບຄືນປະເທດ ຫຼັງຈາກມີ
ຄວາມຮຸນແຮງລະເບີດຂຶ້ນຢູ່ໃນເຂດ ກາຊາ.

ບໍ່ມີຄວາມ​ຊັດ​ເຈນ ​ວ່າ​ແມ່ນ​ຫຍັງ​ທີ່ເຮັດ​ໃຫ້​ເກີດ​ການ​ຕໍ່​ສູ້​ກັນ ເຊິ່ງ​ມີ​ຊາວ​ປາ​ແລັ​ສ​ໄຕ​ນ໌
7 ຄົນ ແລະ ທະຫານ ອິສຣາແອລ ນຶ່ງຄົນເສຍຊີວິດ.

ກຸ່ມ​ ຮາ​ມັ​ສ ໄດ້​ອ້າງວ່າ ອິ​ສ​ຣາ​ແອ​ລ ໄດ້​ເປີດ​ສາກການ​ປະ​ຕິ​ບັດ​ເລິກ​ລັບຂຶ້ນ ​ໃນ​ເຂດ
ກາຊາ ເພື່ອຕາມລ່າຜູ້ບັນຊາການຂອງກຸ່ມ ຮາມັສ. ພວກເຂົາເວົ້າວ່າ ອິສຣາແອລ ໄດ້
ທຳການໂຈມຕີທາງອາກາດ ເພື່ອຄຸ້ມກັນຊາວ ອິສຣາແອລ ໃຫ້ຫຼົບໜີອອກໄປໄດ້.

ອິ​ສ​ຣາ​ແອ​ລ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ ກ່ຽວ​ກັບ ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ “ການ​ປະ​ຕິ​ບັດ​
ການຂອງກອງກຳລັງພິເສດ” ນັ້ນ.

ຈະຫຼວດຫຼາຍ​ລູກ​ ໄດ້​ຖືກ​ຍິງ​ເຂົ້າ​ໄປໃນ​ ອິ​ສ​ຣາ​ແອ​ລ ຈາກ​ເຂດ ກ​າ​ຊາ.

ການ​ຕໍ່​ສູ້​ຄັ້ງຫຼ້າ​ສຸດນີ້​ ໄດ້​ມີ​ຂຶ້ນ ໃນ​ຂະ​ນະ​ທີ່​ທ່ານ ເນ​ທັນ​ຢາ​ຮູ ໄດ້​ປ້ອງ​ກັນ​ການ​ຕັດ​ສິນ​ໃຈ
ຂອງທ່ານ ທີ່ອະນຸຍາດໃຫ້ປະເທດ ກາຕ້າ ໂອນເງິນຊ່ວຍເຫຼືອ 15 ລ້ານໂດລາ ໃຫ້
ກາຊາ ສຳລັບພາກສ່ວນ ໃນຄວາມພະຍາຍາມຂອງທ່ານ ເພື່ອນຳເອົາຄວາມສະຫງົບ
ໄປສູ່ພາກພື້ນ ທີ່ຖືກຄວບຄຸມໂດຍກຸ່ມ ຮາມັສ.

ທ່ານ ເນ​ທັນ​ຢາ​ຮູ ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ກຳ​ລັງ​ເຮັດ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດໄດ້, ໃນ​
ການປະສານງານ ກັບອົງການຮັກສາຄວາມປອດໄພ, ເພື່ອນຳເອົາຄວາມງຽບສະຫງົບ
ກັບຄືນມາສູ່ຊຸມຊົນທາງພາກໃຕ້, ແຕ່ພ້ອມກັນນັ້ນ ກໍເພື່ອປ້ອງກັນວິກິດການດ້ານມະ
ນຸດສະທຳ. ຂ້າພະເຈົ້າຄິດວ່າ ພວກເຮົາກຳລັງປະຕິບັດການໃນທາງທີ່ມີຄວາມຮັບຜິດ
ຊອບ ແລະ ມີການໄຕ່ຕອງ.”

ໃນ​ການ​ແລກ​ປ່ຽນ​ກັນ, ກຸ່ມ ຮາ​ມັ​ສ ໄດ້​ຖອນ​ການ​ປະ​ທ້ວງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ຕິດ​ກັບ
ອິສຣາແອລ. ອິສຣາແອລ ໄດ້ກ່າວຫາກຸ່ມ ຮາມັສ ໃນການໃຊ້ການປະທ້ວງທີ່ບົນແຊວ
ນອງນັນ ເພື່ອປ້ອງກັນບໍ່ໃຫ້ພວກຫົວຮຸນແຮງລັກເດີນທາງເຂົ້າໄປ ໃນ ອິສຣາແອລ.

ຫົວ​ໜ້າ​ຄູ່​ແຂ່ງ​ທາງ​ການ​ເມືອງ​ຂອງ​ທ່ານ ເນ​ທັນ​ຢາ​ຮູ, ທ່ານ ນັ​ຟ​ຕາ​ລີ ເບັນ​ເນັດ ເຊິ່ງ
ແມ່ນລັດຖະມົນຕີກະຊວງສຶກສາ ທີ່ນິຍົມແນວທາງຂວາຈັດ ໄດ້ກ່າວວ່າ ການອະນຸຍາດ
ໃຫ້ຮັບເອົາເງິນຈາກ ກາຕ້າ ກໍຄືກັບການເອົາ “ເງິນປົກປ້ອງ” ພວກອາຊະຍາກອນ.

Israeli Prime Minister Benjamin Netanyahu is cutting short his visit to Paris to return home after an outbreak of violence in Gaza.

It is unclear what set off the fighting which left six Palestinians and an Israeli soldier dead.

Hamas claims Israel launched an undercover operation into Gaza to hunt down a Hamas commander. It says Israel fired airstrikes as cover to let the Israelis get away.

Israel did not provide any details on what it calls "special forces operational activity."

Several rockets were also fired into Israel from Gaza.

The latest fighting comes as Netanyahu defended his decision to allow Qatar to transfer $15 million in aid to Gaza as part of his effort to bring calm to the Hamas-controlled region.

"I'm doing what I can, in coordination with the security establishment, to return quiet to the southern communities, but also to prevent a humanitarian crisis," Netanyahu said. "I think we're acting in a responsible and wise way."

In exchange, Hamas agreed to scale back the protests along the border with Israel. Israel has accused Hamas of using the noisy protests as a cover for militants to sneak into Israel.

Netanyahu's chief political rival, far-right education minister Naftali Bennett, said allowing the payments from Qatar is like giving criminals "protection money."

XS
SM
MD
LG