ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໘ ເມສາ ໒໐໒໕

ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ສັ່ງໃຫ້ກອງທັບບົກ ກະກຽມເພື່ອໃຫ້ຊາວ ປາແລັສໄຕນ໌ ໜີອອກຈາກເຂດ ກາຊາ


ປະ​ທານ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ເດີນ​ທາງ​ຮອດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວຢູ່​ຫ້ອງ​ປະ​ຊຸມ​ພາກ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ, 4 ກຸມ​ພາ 2025.
ປະ​ທານ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ເດີນ​ທາງ​ຮອດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວຢູ່​ຫ້ອງ​ປະ​ຊຸມ​ພາກ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ, 4 ກຸມ​ພາ 2025.

ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ທ່ານ ອິສຣາແອລ ແຄັດສ໌ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ທ່ານໄດ້ຊີ້ນຳໃຫ້ກອງທັບບົກກະກຽມແຜນການສຳລັບຊາວ ປາແລັສໄຕນ໌ ຈຳນວນຫຼາຍເພື່ອເດີນທາງອອກຈາກເຂດ ກາຊາ ຜ່ານທາງບົກເຊັ່ນດຽວກັບທາງທະເລ ແລະ ທາງອາກາດ.

ທ່ານ ແຄັດສ໌ ໄດ້ສະແດງຄວາມຍິນດີກັບສິ່ງທີ່ລາວເອີ້ນວ່າ “ແຜນການທີ່ໜັກແໜ້ນ” ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ສຳລັບຜູ້ອາໄສຢູ່ໃນເຂດ ກາຊາ ໃຫ້ເດີນທາງອອກຈາກເຂດແດນດັ່ງກ່າວ, ເຊິ່ງຖືກທຳລາຍໂດຍການໂຈມຕີທາງບົກ ແລະ ອາກາດຂອງ ອິສຣາແອລ ທີ່ແນເປົ້າໃສ່ພວກຫົວຮຸນແຮງ ຮາມາສ.

ບັນດາເຈົ້າໜ້າທີ່ ປາແລັສໄຕນ໌ ໄດ້ປະຕິເສດຄຳແນະນຳຂອງທ່ານ ທຣຳ ຢູ່ກອງປະຊຸມຖະແຫຼງຂ່າວ ໃນວັນອັງຄານທີ່ຜ່ານມາ ຄຽງຂ້າງນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ທີ່ວ່າ ສະຫະລັດ ຈະເປັນເຈົ້າຂອງເຂດກາຊາ, ໂດຍບັງຄັບຊາວປາແລັສໄຕນ໌ 2 ລ້ານຄົນໃຫ້ຍ້າຍໄປປະເທດອື່ນ ແລ້ວປ່ຽນເຂດດັ່ງກ່າວ ທີ່ຕັ້ງຢູ່ຕາມທະເລເມດີເທີເຣນຽນ ໃຫ້ເປັນ “ເຂດພັກຜ່ອນແຫ່ງຕາເວັນອອກກາງ (Riviera).”

ທ່ານ ເນຕັນຢາຮູ ໄດ້ກ່າວຕໍ່ໂທລະພາບ Fox News ເມື່ອແລງວັນພຸດວານນີ້ວ່າ ຊາວປາແລັສໄຕນ໌ ຄວນໜີອອກຈາກ ກາຊາ ໃນຂະນະທີ່ມັນຖືກສ້າງສາຄືນ ຫຼັງຈາກນັ້ນຈຶ່ງກັບຄືນໄປ.

ທ່ານ ເນຕັນຢາຮູ ກ່າວວ່າ “ມັນເປັນຄວາມຄິດທີ່ວິເສດຫຼາຍ, ແລະ ຂ້າພະເຈົ້າຄິດວ່າ ມັນຄວນຖືກດຳເນີນຂຶ້ນແທ້ໆ, ທຳການກວດກາ, ດຳເນີນການ ແລະ ແລ້ວສຳເລັດ, ເພາະຂ້າພະເຈົ້າຄິດວ່າ ມັນຈະສ້າງອະນາຄົດທີ່ແຕກຕ່າງສຳລັບທຸກຄົນ.”

ຂໍ້ສະເໜີຂອງທ່ານ ທຣຳ ຖືກຕຳໜິວິຈານຢ່າງກວ້າງຂວາງ, ລວມທັງຈາກອົງການສະຫະປະຊາຊາດ, ດ້ວຍໂຄສົກອົງການສະຫະປະຊາຊາດທ່ານ ສເຕຟານ ດູຈາຣິກ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ວ່າ ການບັງຄັບໃຫ້ພັດພາກຈາກຖິ່ນຖານ “ແມ່ນເທົ່າກັບການກວດລ້າງເຊື້ອຊາດຊົນເຜົ່າ.”

ປະທານາທິບໍດີ ເຢຍຣະມັນ ທ່ານ ແຟຣັ້ງ ວອລເທີ ສໄຕນມາຍເອີ ໄດ້ກ່າວໃນວັນພຸດວານນີ້ວ່າ ຂໍ້ສະເໜີຂອງທ່ານ ທຣຳ “ກໍ່ໃຫ້ເກີດຄວາມເປັນຫ່ວງຢ່າງເລິກເຊິ່ງໃນຄົນຈຳນວນນຶ່ງ, ແມ່ນກະທັ້ງຢ້ານກົວ,” ແລະ ຈະເປັນທີ່ຍອມຮັບບໍ່ໄດ້ພາຍໃຕ້ກົດໝາຍສາກົນ.”

ສະມາຊິກ 22 ປະເທດຂອງສັນນິບາດຊາດ ອາຣັບ ໄດ້ກ່າວວ່າແຜນການຂອງທ່ານ ທຣຳ “ສະແດງໃຫ້ເຫັນຄວາມຄິດສຳລັບຄວາມບໍ່ໝັ້ນຄົງ” ແລະ ຈະບໍ່ສົ່ງເສີມໂອກາດໃນການເປັນລັດຂອງ ປາແລັສໄຕນ໌.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Israeli Defense Minister Israel Katz said Thursday he instructed the army to prepare plans for large numbers of Palestinians to leave the Gaza Strip via land crossings as well as sea and air routes.

Katz welcomed what he called U.S. President Donald Trump’s “bold plan” for Gaza residents to leave the territory, which has been devastated by Israeli ground and air attacks targeting Hamas militants.

Palestinian officials rejected Trump’s suggestion made in a Tuesday news conference alongside Israeli Prime Minister Benjamin Netanyahu that the United States take ownership of the Gaza Strip, force 2 million Palestinians to move to other countries and then turn the territory along the Mediterranean Sea into “the Riviera of the Middle East.”

Netanyahu told Fox News late Wednesday that Palestinians could leave Gaza while it is rebuilt and then return.

"It's a remarkable idea, and I think it should be really pursued, examined, pursued and done, because I think it will create a different future for everyone,” Netanyahu said.

Trump’s proposal has met widespread criticism, including from the United Nations, with U.N. spokesperson Stephane Dujarric telling reporters Wednesday that any forced displacement “is tantamount to ethnic cleansing.”

German President Frank-Walter Steinmeier said Wednesday that Trump’s proposals “generate deep concern in some people, even horror,” and would be “unacceptable under international law.”

The 22-member Arab League said Trump’s plan “represents a recipe for instability” and would not advance the prospects of Palestinian statehood.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG