ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິ​ສ​ຣາ​ແອ​ລ ໂຈມ​ຕີ​ທາງ​ອາ​ກາດ ຕໍ່​ແຫຼມ​ກາ​ຊາ


ຄວັນ​ກຸ້ມ​ຂຶ້ນ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລ ຕໍ່​ເຂດ​ກາ​ຊາ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.
ຄວັນ​ກຸ້ມ​ຂຶ້ນ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລ ຕໍ່​ເຂດ​ກາ​ຊາ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.

ອິ​ສ​ຣາ​ແອ​ລ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ເຂດ​ກາ​ຊາ​ເມື່ອ​ຄືນ​ແລ້ວ ຮວມ​ທັງ​ໃນ​ຕອນ​ເຊົ້າ​ຂອງວັນ​ພະ​ຫັດ​ມື້ນີ້ ທີ່ກອງ​ທັບ​ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ໄດ້​ສັງ​ຫານ​ຫົວ​ໜ້າ​ກອງ​ຍິງ​ຈະ​ຫຼວດ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຈີ​ຮາດ​ອິ​ສ​ລາມ.

ການ​ໂຈມ​ຕີ​ມີ​ຂຶ້ນ​ທ່າມ​ກາ​ງ​ຄວາມ​ຮຸນ​ແຮງ​ທີ່​ໄດ້​ລະ​ເບີ​ດ​ຂຶ້ນ​ເປັນ​ເວ​ລາ​ຫຼາຍມື້ ໃນ​ລະ​ຫວ່າງ​ການ​ບຸກກວດ​ຄົ້ນ ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກຫຼື​ເວັ​ສ​ແບັງຂອງ​ແມ່​ນ້ຳ​ຈໍ​ແດັນ
ແລະ​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ໂດຍ​ກຸ່ມ​ປາ​ແລັ​ສ​ໄຕ​ນ໌​ຫົວ​ຮຸນ​ແຮງ.

ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ກ່າວ​ວ່າ ອີ​ຈິບ​ພວມ​ເຮັດ​ວຽກ​ເພື່ອ​ໄກ່​ເກ່ຍ​ໃຫ້​ມີ​ການ​ຢຸດ​ຍິງ.

Palestinians Fire at Least 400 Rockets at Israel
please wait

No media source currently available

0:00 0:02:25 0:00

ຄວາມ​ຮຸນ​ແຮງ​ເຮັດ​ໃຫ້​ຊາວ​ປາ​ແລັ​ສ​ໄຕ​ນ໌​ຢ່າງ​ໜ້ອຍ 23 ຄົນ​ເສຍ​ຊີ​ວິດ ຊຶ່ງ​ໄດ້​ເລີ້ມ​ມາ​ແຕ່​ວັນ​ອັງ​ຄານ ຮວມ​ທັງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ກຸ່ມ​ຈີ​ຮາດ​ອິ​ສ​ລາມ 3 ຄົນແລະ​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 10 ຄົນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ໃນ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ເມື່ອ​ຄືນ​ວັນ​ພຸດ​ວານນີ້​ວ່າ ບໍ່​ມີ​ຊາວ​ອິ​ສ​ຣາ​ແອ​ລ​ຄົນ​ໃດ​ບາດ​ເຈັບ.

ທ່ານ​ເນ​ຕັນ​ຢາ​ຮູ​ເວົ້າ​ວ່າ ກຳ​ລັງ​ຂອງ​ທ່ານ​ໄດ້​ສ້າງ​ຄວາມ​ເສ​ຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ພວກ​ຫົວ​ຮຸນ​ແຮງ ແຕ່​ການ​ປະ​ຕິ​ບັດ​ງານ​ຂອງ​ອິ​ສ​ຣາ​ແອ​ລ ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG