ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີ ຂອງອິສຣາແອລ ສັງຫານ ສະມາຊິກ 5 ຄົນ ໃນຄອບຄົວນຶ່ງ ຢູ່ເຂດກາຊາ (ສະໄລດ໌/ວີດີໂອ)


ຄວັນໄຟພຸ່ງຂື້ນ ໃນອັນທີ່ຜູ້ເຫັນເຫດການ ກ່າວວ່າ ເປັນເຫດລະເບີດ ຈາກການໂຈມຕີ ທາງອາກາດ ຂອງອິສຣາແອລ.
ຄວັນໄຟພຸ່ງຂື້ນ ໃນອັນທີ່ຜູ້ເຫັນເຫດການ ກ່າວວ່າ ເປັນເຫດລະເບີດ ຈາກການໂຈມຕີ ທາງອາກາດ ຂອງອິສຣາແອລ.

ເຈົ້າໜ້າທີ່ປາແລສໄຕນ໌ ກ່າວວ່າ ການໂຈມຕີທາງອາກາດ
ຂອງອິສຣາແອລໃສ່ ເຮືອນຫຼັງນຶ່ງ ໃນເຂດໃຈກາງກາຊາ
ໄດ້ສັງຫານ 5 ຄົນ ທີ່ເປັນສະມາຊິກໃນຄອບຄົວດຽວກັນ.

ອົງການຂ່າວຝຣັ່ງ ລາຍງານວ່າ ພວກທ່ານໝໍ ທີ່ໂຮງພະຍາ
ບານ Al-Aqsa ເວົ້າວ່າ 5 ຄົນ ທີ່ເສຍຊີວິດໃນວັນເສົາມື້ນີ້
ແມ່ນຜູ້ເປັນພໍ່ທີ່ມີອາຍຸ 28 ປີ ເມຍ ຂອງລາວ ອາຍຸ 26 ປີ
ລູກຊາຍ 2 ຄົນອາຍຸ 3 ແລະ 4 ປີ ພ້ອມທັງປ້າ ຂອງພໍ່ ທີ່ມີ
ອາຍຸ 45 ປີ.

ອົງການສະຫະປະຊາຊາດ ກ່າວວ່າ ມີຊາວປາແລສໄຕນ໌
ຫຼາຍກວ່າ 2090 ຄົນ ແລ້ວເສຍຊີວິດ ນັບແຕ່ຄວາມຮຸນແຮງໄດ້ລະເບີດຂຶ້ນ ເມື່ອວັນທີ
8 ກໍລະກົດ ຮວມທັງພວກເດັກນ້ອຍເກືອບ 500 ຄົນ. ສ່ວນອິສຣາແອລມີທະຫານ 64
ຄົນແລະພົນລະເຮືອນ 4 ຄົນເສຍຊີວິດຮວມທັງເດັກນ້ອຍອາຍຸ 4 ປີຄົນນຶ່ງທີ່ເສຍຊີວິດ ຍ້ອນລູກປືນຄົນ ໃນມື້ວັນສຸກວານນີ້.

ກຸ່ມຫົວຮຸນແຮງຮາມັສໃນເຂດກາຊາໄດ້ປະຫານຊີວິດຊາວປາແລສໄຕນ໌ 18 ຄົນ ໃນມື້
ວານນີ້ ໂດຍກ່າວຫາພວກເຂົາວ່າ ເປັນໃສ້ເສິກໃຫ້ແກ່ອິສຣາແອລ.

ພວກທີ່ເຫັນເຫດການກ່າວວ່າ ໃນເຫດການນຶ່ງນັ້ນ ພວກຫົວຮຸນແຮງໄດ້ນຳເອົາ ພວກ
ຜູ້ຊາຍ 7 ຄົນໄປຢືນລຽນແຖວຢູ່ນອກວັດອິສລາມແຫ່ງນຶ່ງໃນຈະຕຸລັດໃຫຍ່ ເຂດກາຊາ.
ຫລັງຈາກນັ້ນພວກມືປືນກໍໄດ້ລະດົມຍິງເຂົ້າໃສ່ພວກຜູ້ຕ້ອງສົງໄສທີ່ ເອົາຖົງຄຸມຫົວ ຢູ່
ຕໍ່ໜ້າຫລາຍຮ້ອຍຄົນ.

ໃບປະກາດ ທີ່ຕິດໄວ້ຢູ່ກຳແພງໃກ້ໆນັ້ນເວົ້າວ່າ ພວກຜູ້ຊາຍເຫຼົ່ານີ້ ໄດ້ສົ່ງຂໍ້ມູນ ກ່ຽວ
ກັບທີ່ຕັ້ງຂອງອຸໂມງ ພວກນັກລົບ ແລະອາວຸດ ທີ່ຖືກອິສຣາແອລໂຈມຕີໃນ ເວລາຕໍ່
ມານັ້ນ.

ການປະຫານຊີວິດດັ່ງກ່າວ ມີຂຶ້ນນຶ່ງມື້ຫລັງຈາກອິສຣາແອລໄດ້ສັງຫານຜູ້ບັນຊາການ
ຂັ້ນສູງ 3 ຄົນຂອງກຸ່ມຮາມັສ.

ນອກນັ້ນແລ້ວໃນວັນສຸກວານນີ້ ກຸ່ມຮາມັສຍັງໄດ້ອ້າງເອົາຄວາມຮັບຜິດຊອບໃນ ການ
ລັກພາໂຕແລະສັງຫານເດັກນ້ອຍອິສຣາແອລ 3 ຄົນເມື່ອເດືອນມິຖຸນາຜ່ານມາ ຊຶ່ງເປັນ
ເຫດຮ້າຍທີ່ກໍ່ໃຫ້ເກີດສົງຄາມຢູ່ໃນເຂດກາຊາໃນເວລານີ້.

ISRAEL PALESTINIANS VOSOTVO
please wait

No media source currently available

0:00 0:01:18 0:00

XS
SM
MD
LG