ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ແລະ UAE ເຊັນຂໍ້ຕົກລົງ ການຮ່ວມມື ຄັ້ງທຳອິດນຳກັນ


ນາງແບບ ອິສຣາແອລ ນາງ ເມ ເທເກີ, ຖືກທຸງຊາດ ອິສຣາແອລ, ຖ່າຍຮູບກັບນັກແບບທີ່ອາໄສຢູ່ນະຄອນ ດູໄບ, ນາງ ອານາສຕາເຊຍ, ຖືທຸງຊາດ ເອມີເຣັດສ໌ ໃນລະຫວ່າງການຖ່າຍຮູບ, ນະຄອນ ດູໄບ, ປະເທດ ສະຫະລັດ ອາຣັບ ເອມີເຣັດສ໌. 8 ກັນຍາ, 2020.
ນາງແບບ ອິສຣາແອລ ນາງ ເມ ເທເກີ, ຖືກທຸງຊາດ ອິສຣາແອລ, ຖ່າຍຮູບກັບນັກແບບທີ່ອາໄສຢູ່ນະຄອນ ດູໄບ, ນາງ ອານາສຕາເຊຍ, ຖືທຸງຊາດ ເອມີເຣັດສ໌ ໃນລະຫວ່າງການຖ່າຍຮູບ, ນະຄອນ ດູໄບ, ປະເທດ ສະຫະລັດ ອາຣັບ ເອມີເຣັດສ໌. 8 ກັນຍາ, 2020.

ຄະນະຜູ້ແທນອາວຸໂສກຸ່ມນຶ່ງຈາກປະເທດ ສະຫະລັດ ອາຣັບ ເອມີເຣັດສ໌ ໄດ້ເດີນທາງຮອດປະ ເທດ ອິສຣາແອລ ເພື່ອການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິິດ ນັບຕັ້ງແຕ່ສອງປະເທດດັ່ງກ່າວ ໄດ້ເຊັນຂໍ້ຕົກລົງສັນຕິພາບສະບັບນຶ່ງໃນເດືອນແລ້ວນີ້. ເຂົາເຈົ້າໄດ້ເຊັນຂໍ້ຕົກລົງສອງຝ່າຍຫຼາຍສະບັບ ທີ່ລວມມີການຕົກລົງຍົກເວັ້ນວີຊາ. ນັກຂ່າວວີໂອເອ ລິນດາ ແກຣດສໄຕນ໌ ມີລາຍງານຈາກນະຄອນ ເຈຣູຊາແລັມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ທີ່ມີຄວາມດີອົກດີໃຈຫຼາຍນັ້ນ ໄດ້ຕ້ອນຮັບຄະນະຜູ້ແທນຈາກປະເທດ ສະຫະລັດ ອາຣັບ ເອມີເຣັດສ໌ ຫຼື UAE ໂດຍເວົ້າວ່າ “ມື້ນີ້ພວກເຮົາໄດ້ສ້າງປະຫວັດສາດ.”

ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວວ່າ “ຄວາມກະຕືລືລົ້ນສຳລັບຂໍ້ຕົກລົງສັນຕິພາບໃນປະຊາຊົນຂອງພວກເຮົານີ້ແມ່ນໃຫຍ່ຫຼວງຫຼາຍ. ມັນແມ່ນຂອງແທ້, ມັນກວ້າງຂວາງ, ມັນເລິກເຊິ່ງ ແລະ ມັນຈະສົ່ງຜົນໃຫ້ມີໂອາກາດທີ່ຖືກຮັບຮູ້ ມື້ນີ້.”

ນຶ່ງໃນຂໍ້ຕົກລົງຕ່າງໆ ເວົ້າວ່າ ຊາວ ອິສຣາແອລ ບໍ່ຈຳເປັນຕ້ອງໃຊ້ວີຊາເພື່ອໄປຢ້ຽມຢາມ UAE ແລະ ຊາວ ອາມີເຣັດສ໌ ກໍສາມາດຢ້ຽມຢາມ ອິສຣາແອລ ໄດ້ຢ່າງອິດສະຫຼະເຊັ່ນກັນ. ດ້ວຍຖ້ຽວບິນໂດຍກົງຄາດວ່າຈະເລີ່ມຂຶ້ນພາຍໃນເດືອນມັງກອນນີ້, ອຸດສາຫະກຳການທ່ອງທ່ຽວ ອິສຣາແອລ, ເຊິ່ງຖືກຜົນກະທົບຢ່າງໜັກໂດຍ COVID-19 ນັ້ນ, ຫວັງວ່າປະຊາຊົນ ເອມີເຣັດສ໌ 250,000 ຄົນຈະມາຢ້ຽມຢາມໃນປີນີ້. ບໍລິສັດທ່ອງທ່ຽວ ອິສຣາແອລ ບາງແຫ່ງແມ່ນໄດ້ເລີ່ມທຳການຕະຫຼາດ ກ່ຽວກັບ ການເດີນທາງ ໄປນະຄອນຫຼວງ ອາບູດາບີ ແລະ ດູໄບ ແລ້ວ.

ທັງສອງປະເທດຍັງໄດ້ເລີ່ມກອງທຶນສາມຝ່າຍທີ່ມີມູນຄ່າສາມພັນລ້ານໂດລາ ລະຫວ່າງ ອິສຣາແອລ, UAE ແລະ ສະຫະລັດ ເພື່ອສົ່ງເສີມການລົງທຶນ.

ສຳລັບທ່ານ ເນຕັນຢາຮູ ນັ້ນ, ການເດີນທາງໄລຍະສັ້ນຂອງບັນດາຜູ້ແທນຂອງ UAE ໄດ້ເຮັດໃຫ້ທ່ານສາມາດຄິດຫາສິ່ງອື່ນ ຈາກຄວາມຜິດຫວັງຂອງການເລືອກຕັ້ງຂອງທ່ານ. ຄວາມນິຍົມຂອງທ່ານໄດ້ເພີ່ມຂຶ້ນທ່າມກາງການຕຳໜິວິຈານ ກ່ຽວກັບ ການຮັບມືກັບໂຣກລະບາດຂອງທ່ານ, ແລະ ການດຳເນີນຄະດີຂອງທ່ານ ໃນຂໍ້ກ່າວຫາຫຼາຍອັນ ກ່ຽວກັບ ການສໍ້ລາດບັງຫຼວງທີ່ມີກຳນົດເລີ່ມຂຶ້ນໃນເດືອນມັງກອນປີໜ້າ.

ປະທານາທິບໍດີ ທຣຳ ກໍຫວັງວ່າຂໍ້ຕົກລົງດັ່ງກ່າວ, ເຊິ່ງຖືກເຊັນໃນເດືອນແລ້ວນີ້ທີ່ນະຄອນຫຼວງ ວໍຊິງຕັນ, ຈະເຮັດໃຫ້ທ່ານໃຫ້ຮັບການສະໜັບສະໜູນໃນການເລືອກຕັ້ງຫຼາຍຂຶ້ນ. ລັດຖະມົນຕີກະ ຊວງການເງິນ ສະຫະລັດ ທ່ານ ສຕີເວັນ ມະນູຊິນ ໄດ້ກ່າວວ່າຂໍ້ຕົກລົງດັ່ງກ່າວອາດປ່ຽນແປງພາກຕາເວັນອອກກາງ.

ຂໍ້ຕົກລົງ ເອບຣາແຮມ ໄດ້ສ້າງສາຍພົວພັນທາງເສດຖະກິດໂດຍກົງ ລະຫວ່າງ ສອງປະເທດທີ່ມີເສດຖະກິດເຕີບໂຕ ແລະ ກ້າວໜ້າທີ່ສຸດ ຂອງພາກຕາເວັນອອກກາງ. ສາຍພົວພັນທີ່ວ່ານີ້ຈະສ້າງພື້ນຖານສຳລັບການເຕີບໂຕດ້ານເສດຖະກິດ, ໂອກາດ, ນະວັດຕະກຳໃໝ່ ແລະ ຄວາມຈະເລີນຮັ່ງມີຢ່າງຫຼວງຫຼາຍ.

ສຳລັບ UAE, ອິສຣາແອລ ໄດ້ສະເໜີນະວັດຕະກຳໃໝ່ດ້ານເທັກໂນໂລຈີ ແລະ ໂອກາດດ້ານທຸ ລະກິດຕ່າງໆໃຫ້. ລັດຖະມົນຕີກະຊວງການເງິນ UAE ທ່ານ ໂອບາອິດ ຮວາມິດ ອາລ ຕາເຢີ ໄດ້ກ່າວວ່າ ທັງສອງປະເທດຈະສະ ໜອງໂອກາດຕ່າງໆໃຫ້ກັນ.

ທ່ານ ໂອບາອິດ ຮວາມິດ ອາລ ຕາເຢີ ໄດ້ກ່າວວ່າ “UAE ຈະສືບຕໍ່ເປັນຜູ້ນຳໃນພາກພື້ນໃນແງ່ຂອງການປະຕິຮູບເສດຖະກິດ, ການເປີດກວ້າງໃນການຄ້າສາກົນ, ຄວາມໝັ້ນຄົງທາງການເມືອງ ແລະ ການສ້າງສັນຕິພາບ. ການຮ່ວມມືດ້ານເສດຖະກິດໃນການເງິນ ແລະ ການລົງທຶນຈະຖືກຮັບຮູ້ຫຼັງຈາກການລົງນາມໃນມື້ນີ້ ເຊິ່ງແມ່ນຂໍ້ຕົກລົງສຳລັບການສົ່ງເສີມ ແລະ ປົກປ້ອງການລົງທຶນ.”

ຍ້ອນໂຣກລະບາດ COVID-19, ຄະນະຜູ້ແທນດັ່ງກ່າວບໍ່ໄດ້ອອກຈາກບໍລິເວນຂອງສະໜາມບິນ. ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເນຕັນຢາຮູ ໄດ້ເຊື້ອເຊີນເຂົາເຈົ້າກັບຄືນມາອີກ ສຳລັບການເດີນທາງທ່ຽວຊົມປະເທດ ເວລາທີ່ໂຣກລະບາດໄດ້ຜ່ານໄປ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG