ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານອິສຣາແອລ ປິ່ນປົວ ຊາວຊີເຣຍ ທີ່ບາດເຈັບ(ວີດິໂອກ່ຽວຂ້ອງ)


Palestinians wait to withdraw cash from a bank as a five-hour humanitarian truce agreed by Israel and Hamas came into force, in Gaza City, July 17, 2014.
Palestinians wait to withdraw cash from a bank as a five-hour humanitarian truce agreed by Israel and Hamas came into force, in Gaza City, July 17, 2014.
ກອງທັບອິສຣາແອລເວົ້າວ່າ ຕົນໄດ້ຊ່ວຍຍົກຍ້າຍຊາວ
ຊີເຣຍ 7 ຄົນ ທີ່ໄດ້ຮັບບາດເຈັບ ຢູ່ໃນການປະທະກັນຢູ່
ເຂດ Golan Heights ໄປຮັບການປິ່ນປົວຢູ່ໂຮງໝໍແຫ່ງ
ນຶ່ງ ໃນອິສຣາແອລ.

ໂຄສົກຍິງປະຈໍາກອງທັບເວົ້າວ່າ ທະຫານອິສຣາແອລ ໄດ້
ປິ່ນປົວຊາວຊີເຣຍທີ່ໄດ້ຮັບບາດເຈັບດັ່ງກ່າວ ໃນວັນເສົາ
ວານນີ້ ຢູ່ໃກ້ກັບຮົ້ວປ້ອງກັນຄວາມສະຫງົບຢູ່ເຂດພູພຽງ
Golan Heights ກ່ອນທີ່ຈະນໍາສົ່ງພວກເຂົາເຈົ້າໄປຍັງ
ໂຮງໝໍແຫ່ງນຶ່ງ ຢູ່ເມືອງ Safed ທາງພາກເໜືອຂອງ
ປະເທດ.

ຮອງນາຍົກລັດຖະມົນຕີອິສຣາແອລ ທ່ານ Moshe
Yaalon ກ່າວຕໍ່ສະຖານີ ໂທລະພາບຊ່ອງນຶ່ງຂອງອິສຣາແອລວ່າ ການຊ່ວຍເຫລືອດັ່ງ
ກ່າວ ແມ່ນສະໜອງໃຫ້ “ບົນພື້ນຖານດ້ານມະນຸດສະທໍາ”. ທ່ານກ່າວວ່າ ບໍ່ໄດ້ມີການ
ປ່ຽນແປງໃດໆ ຢູ່ໃນນະໂຍບາຍຂອງອິສຣາແອລ ທີ່ວ່າຈະບໍ່ເຂົ້າໄປພົວພັນກັບສົງຄາມ
ໃນຊີເຣຍ ຫລື ອະນຸຍາດໃຫ້ອົບພະຍົບຊີເຣຍ ຫລັ່ງໄຫລເຂົ້າໄປໃນອິສຣາແອລ ນັ້ນ.

ຍັງບໍ່ເປັນທີ່ຮູ້ຢ່າງຈະແຈ້ງເທື່ອວ່າ ຊາວຊີເຣຍທີ່ໄດ້ຮັບບາດເຈັບຈຸນັ້ນ ແມ່ນພວກຕໍ່ ຕ້ານທີ່ກໍາລັງຕໍ່ສູ້ເພື່ອໂຄ່ນລົ້ມປະທານາທິບໍດີ Bashar al-Assad ຫລືວ່າ ແມ່ນກໍາ ລັງທະຫານທີ່ຈົງຮັກພັກດີຕໍ່ທ່ານ ຫລືເປັນພວກພົນລະເຮືອນ ທີ່ຕົກຢູ່ລະຫວ່າງກາງ ການສູ້ລົບກັນ.

ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍລາຍງານໃນວັນເສົາວານນີ້ວ່າ ພວກຕໍ່ຕ້ານໄດ້ຕີ ແຕກແລະເຂົ້າຄອບຄອງດ່ານກວດແຫ່ງນຶ່ງ ຂອງທະຫານກັບຕໍາຫຼວດ ທີ່ເມືອງ Khan Arnabeh ໃກ້ໆກັບເສັ້ນຢຸດຍິງດ້ານນອກ ຢູ່ເລາະຕາມເຂດປອດທະຫານ ຕິດກັບ ຊາຍແດນອິສຣາແອລນັ້ນ.

ອິສຣາແອລໄດ້ຢຶດເອົາເຂດ Golan Heights ຈາກຊີເຣຍ ໃນສົງຄາມ 6 ວັນ ເມື່ອປີ
1967 ແລະກໍໄດ້ຍຶດເອົາເຂດດັ່ງກ່າວເຂົ້າເປັນດິນແດນຂອງອິສຣາແອລ ໃນປີ 1981.
ເຂດພູພຽງທີ່ມີຄວາມສໍາຄັນດ້ານຍຸດທະສາດແຫ່ງນັ້ນ ໄດ້ຖືກລູກປືນ ທີ່ມາຈາກການ
ຍິງຕໍ່ສູ້ກັນຢູ່ຊີເຣຍ ຕົກໃສ່ເປັນບາງຄັ້ງບາງຄາວ ຊຶ່ງໄດ້ພາໃຫ້ກໍາລັງທະຫານຂອງ
ອິສຣາແອລ ຍິງຕອບຄືນໄປ.

ເບິ່ງວີດິໂອກ່ຽວຂ້ອງ:


XS
SM
MD
LG