ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ໂຈມຕີແຫຼມກາຊາ ລຸນຫຼັງ​ໄດ້ສັງຫານ ຜູ້ນໍາອະວຸໂສຂອງກຸ່ມຮາມາສ


ທະຫານອິສຣາແອລ ຍິງປືນໃຫຍ່ ໃກ້ກັບຊາຍແດນກັບກາຊາຂອງອິສຣາແອລ ໃນພາກໃຕ້ຂອງອິສຣາແອລ, ວັນທີ 3 ມັງກອນ 2024.
ທະຫານອິສຣາແອລ ຍິງປືນໃຫຍ່ ໃກ້ກັບຊາຍແດນກັບກາຊາຂອງອິສຣາແອລ ໃນພາກໃຕ້ຂອງອິສຣາແອລ, ວັນທີ 3 ມັງກອນ 2024.

ອິສຣາແອລ ໄດ້ທຳການໂຈມຕີທາງອາກາດຄັ້ງໃໝ່ ໃສ່ແຫຼມກາຊາ ໃນວັນພຸດວານນີ້, ໃນຂະນະທີ່ກອງທັບອິສຣາແອລ ກ່າວວ່າ ຕົນມີຄຳ​ສັ່ງ​ໃຫ້​ກຽມ​ພ້ອມ​ໃນ​ລະ​ດັບສູງຕໍ່ການໂຈມຕີຂອງກຸ່ມຫົວຮຸນແຮງເຮັສໂບລລາໃນເລບານອນ ລຸນຫຼັງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໄດ້ສັງຫານເຈົ້າໜ້າທີ່ອະວຸໂສຂອງກຸ່ມຮາມາສ ໃນນະຄອນຫຼວງເບຣຸດ.

ກຸ່ມຮາມາສ ແລະເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຢູ່ໃນພາກພື້ນຖືວ່າ ການໂຈມຕີທີ່ສັງຫານ ທ່ານຊາເລ ອາລ-ອາຣູຣີ (Saleh al-Arouri) ເປັນເຮືອບິນບໍ່ມີຄົນຂັບຂອງອິສຣາແອລ, ເຖິງແມ່ນວ່າ ອິສຣາແອລ ບໍ່ໄດ້ໃຫ້ການຮັບຮູ້ໂດຍກົງວ່າ​ຕົນ​ເປັນ​ຜູ້​ຮັບ​ຜິດ​ຊອບກໍຕາມ.

ຫົວໜ້າອົງການສືບລັບໂມເສດ (Mossad) ຂອງອິສຣາແອລ ກ່າວໃນວັນພຸດວານນີ້ວ່າ ອົງການດັ່ງກ່າວຈະໄລ່ລ່າສະມາຊິກຂອງກຸ່ມຮາມາສທຸກໆຄົນ ທີ່ມີສ່ວນຮ່ວມໃນການໂຈມຕີອິສຣາແອລເມື່ອວັນທີ 7 ຕຸລາ ຜ່ານມາ, ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ.

ທ່ານເດວິດ ບານີ (David Barnea), ຫົວຫນ້າອົງການສືບລັບໂມເສດ, ໄດ້ທໍາການປຽບທຽບກັບຜົນມາຈາກການສັງຫານຫມູ່ໃນນະຄອນມິວນິຈເມື່ອປີ 1972, ໃນເວລາທີ່ອົງການໂມເສດ ໄດ້ຕິດຕາມ ແລະສັງຫານກຸ່ມຂອງພວກຫົວຮຸນແຮງປາແລັສໄຕນ໌ ທີ່ສັງຫານນັກກິລາຊາວອິສຣາແອລ 11 ຄົນ ໃນການ​ແຂ່ງ​ຂັນກິລາໂອລິມປິກ ຂອງປີນັ້ນ.

ໃນການກ່າວ​ ຢູ່​ທີ່​ສົ່ງ​ສະ​ການ​ຂອງ​ອະດີດ​ຫົວໜ້າອົງການໂມເສດ ທ່ານຊວີ ຊາເມຍ (Zvi Zamir), ເຊິ່ງເປັນຫົວໜ້າ​ສາຍ​ລັບ​ຂອງ​ອິສຣາ​ແອ​ລໃນ​ການ​ໂຈມ​ຕີຢູ່​ນະຄອນ​ມິວນິຈຄັ້ງນັ້ນ, ທ່ານບານີກ່າວ​ວ່າ ອິສຣາ​ແອ​ລຈະ​ຕາມ​ລ່າຫາໝົດ​ທຸກ​ຄົນ​ທີ່ມີສ່ວນ​ກ່ຽວຂ້ອງ "​ໂດຍ​ກົງ ຫຼື​ທາງ​ອ້ອມ", ລວມທັງ "ຜູ້​ທີ່ວາງ​ແຜນ ​ແລະ​ບັນດາໂຕແທນ" ທີ່​ໄດ້ມີສ່ວນຮ່ວມກັບ​ການ​ໂຈມ​ຕີ​ປະມານສາມເດືອນຜ່ານມານີ້ ເຊິ່ງໄດ້​ສັງຫານ​ປະຊາຊົນເກືອບ 1,200 ຄົນ ​ໃນ​ພາກ​ໃຕ້​ຂອງ​ອິສຣາ​ແອ​ລ​ແລະ ​ໄດ້ເຮັດ​ໃຫ້​ກຸ່ມຮາມາສ ຈັບ​ຕົວ​ປະກັນ​ປະມານ 240 ຄົນ.

ທ່ານບານີ ກ່າວວ່າ "ຈະຕ້ອງໄດ້ໃຊ້ເວລາດົນ, ເນື່ອງຈາກມີການໄຊ້ເວລາດົນເຊັ່ນກັນລຸນຫຼັງເຫດການສັງຫານໝູ່ໃນນະຄອນມິວນິຈ, ແຕ່ພວກເຮົາຈະປະຕິ ບັດການກັບພວກເຂົາ ບໍ່ວ່າພວກເຂົາ ຊິຢູ່ບ່ອນໃດກໍ່ຕາມ."

ກຸ່ມເຮັສໂລລາ ຄືກັນກັບ​ກຸ່ມຮາມາສ, ເຊິ່ງເປັນກຸ່ມ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ໂດຍໄດ້​ຮັບ​ການ​ຂະໜານນາມຈາກສະຫະລັດວ່າ ເປັນກຸ່ມກໍ່ການຮ້າຍ, ໄດ້ທໍາການ​ຍິງ​ລູກ​ສອນ​ໄຟ​ຂ້າມ​ບໍລິເວນຊາຍ​ແດນ ​ທາງ​ພາກ​ເໜືອ​ຂອງ​ອິສຣາ​ແອ​ລ ນັບ​ຕັ້ງ​ແຕ່​ສົງຄາມ ອິສຣາແອລ-ຮາມາສ ເກີດ​ຂຶ້ນ​ໃນ​ເດືອນ​ຕຸລາຜ່ານມາ.

​ໃນ​ຄຳ​ປາ​ໄສ​ທາງ​ໂທລະພາບ ​ໃນມື້​ວັນ​ພຸດ​ວານ​ນີ້, ຜູ້ນຳ​ຂອງກຸ່ມເຮັສໂບລລາ ທ່ານຮັສຊານ ນາສຣາລລາ (Hassan Nasrallah) ​ໄດ້ທໍາການ​ເຕືອນ​ ອິ​ສ​ຣາແອລ ຕໍ່ການໂຈມ​ຕີ​ໃສ່ເລ​ບາ​ນອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG