ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ອິສຣາແອລ 4 ຄົນເສຍຊີວິດ ໃນການໂຈມຕີ ໂດຍການຂັບລົດບັນທຸກຕຳ


ກອງກຳລັງກູ້ໄພເຮັດວຽກຢູ່ຈຸດເກີດເຫດຂັບລົດບັນທຸກຕຳປະຊາ
ຊົນໃນນະຄອນ Jerusalem, 8 ມັງກອນ, 2017.
ກອງກຳລັງກູ້ໄພເຮັດວຽກຢູ່ຈຸດເກີດເຫດຂັບລົດບັນທຸກຕຳປະຊາ ຊົນໃນນະຄອນ Jerusalem, 8 ມັງກອນ, 2017.

ຕຳຫຼວດ ອິສຣາແອລ ກ່າວວ່າ ລົດບັນທຸກທີ່ຂັບໂດຍຊາວ ປາແລັສໄຕນ ໄດ້ແລ່ນຕຳທະ ຫານ ອິສຣາແອລ ກຸ່ມໜຶ່ງໂດຍເຈດຕະນາໂຈມຕີໃນວັນອາທິດວານນີ້, ເຮັດໃຫ້ທະຫານ 4 ຄົນເສຍຊີວິດ ແລະ ບາດເຈັບ 15, ຄົນໜຶ່ງບາດເຈັບສາຫັດ.

ໂຄສົກຕຳຫຼວດຄົນໜຶ່ງໄດ້ກ່າວໃນວິທະຍຸ ອິສຣາແອລ ວ່າ “ມັນແມ່ນການໂຈມຕີກໍ່ການ ຮ້າຍ, ການໂຈມຕີດ້ວຍການຂັບລົດຕຳ.”

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ພວກທະຫານໄດ້ລົງຈາກລົດເມຄັນໜຶ່ງ ຢູ່ເດີ່ນຍ່າງຫຼິ້ນ Armon Hanatziv ທີ່ສາມາດແນມເຫັນເມືອງເກົ່າແກ່ Jerusalem ທີ່ຖືກອ້ອມຮອບ ດ້ວຍກຳແພງ ໃນເວລາທີ່ລົດບັນທຸກໄດ້ແລ່ນ ອອກຈາກທາງ ແລະ ໄດ້ແລ່ນຕຳກຸ່ມຄົນ ໂດຍບໍ່ມີສຽງບອກເຕືອນແຕ່ຢ່າງໃດ.

ບັນດາເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າໄດ້ຍິງຜູ້ໂຈມຕີເສຍຊີວິດ. ບັນດາເຈົ້າໜ້າທີ່ ປາ ແລັສໄຕນ ລະບຸຕົວຂອງລາວວ່າ ເປັນຜູ້ທີ່ອາໄສ ຢູ່ໃນຊຸມຊົນ Jabal Mukaber ຕັ້ງຢູ່ໃກ້ ກັບບ່ອນທີ່ການໂຈມຕີໄດ້ ເກີດຂຶ້ນ, ຢູ່ທາງພາກຕາເວັນອອກຂອງນະຄອນ Jerusalem,

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູກ່າວວ່າ ມັນບໍ່ມີສິ່ງໃດລະບຸ ໃຫ້ເຫັນວ່າ ຜູ້ໂຈມຕີຄົນນັ້ນແມ່ນຜູ້ສະໜັບສະໜູນພວກລັດອິສລາມ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວປະນາມການໂຈມຕີ ດັ່ງກ່າວດ້ວຍ “ຄຳເວົ້າ ທີ່ແຮງສຸດຂີດ”

ຕົວແທນການທູດລະດັບສູງຂອງ ສະຫະລັດ ໄດ້ກາາວວ່າ “ມັນບໍ່ມີເຫດຜົນຫຍັງເລີຍສຳ ລັບການໂຈມຕີທີ່ໂຫດຮ້າຍ ແລະ ບໍ່ມີຄວາມ ຮູ້ສຶກນີ້. ພວກເຮົາປະນາມການເຊີດຊູ ກ່ຽວກັບ ການກໍ່ການຮ້າຍທີ່ ເກີດຂຶ້ນໃນປະຈຸບັນນີ້ ຫຼື ເວລາໃດກໍຕາມ ແລະ ຂໍຮຽກ ຮ້ອງໃຫ້ທຸກ ຄົນສົ່ງຂໍ້ຄວາມທີ່ກະຈ່າງແຈ້ງມາວ່າ ລັດທິກໍ່ການຮ້າຍຕ້ອງບໍ່ມີວັນຖືກ ຍອມຮັບໄດ້.”

ທະຫານ ອິສຣາແອລ 4 ຄົນທີ່ຖືກຂ້າຕາຍນັ້ນ ໝົດທຸກຄົນມີອາຍຸຊາວປາຍປີ ລວມມີແມ່ ຍິງ 3 ຄົນ ແລະ ຜູ້ຊາຍຄົນໜຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israeli PM Blames Islamic State for Jerusalem Attack
please wait

No media source currently available

0:00 0:01:57 0:00
XS
SM
MD
LG