ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາລັດຖະມົນຕີ ອິສຣາແອລ ຮັບຮອງເອົາ ກົດໝາຍຕັ້ງຖິ່ນຖານ ໃນດິນແດນຂອງຊາວ ປາແລສຕາຍນ໌


ພາບທີວທັດທົ່ວໄປຂອງສະຖານທີ່ກໍ່ສ້າງ ສຳລັບການຕັ້ງຖິ່ນຖານ
ຂອງຊາວ ຢິວ ໃນເທດສະບານ Modiin Illit ຂອງເຂດ West Bank , 14 ມີນາ, 2011.
ພາບທີວທັດທົ່ວໄປຂອງສະຖານທີ່ກໍ່ສ້າງ ສຳລັບການຕັ້ງຖິ່ນຖານ ຂອງຊາວ ຢິວ ໃນເທດສະບານ Modiin Illit ຂອງເຂດ West Bank , 14 ມີນາ, 2011.

ຄະນະກຳມະການຄົນໜຶ່ງຂອງບັນດາລັດຖະມົນຕີ ລັດຖະບານ ອິສຣາແອລ ໄດ້ຮັບຜ່ານ ກົດໝາຍສະບັບໜຶ່ງໃນວັນອາທິດວານນີ້ ເພື່ອອະນຸຍາດໃຫ້ຊາວ ຢິວ ຕັ້ງຖິ່ນຖານຢ່າງຖືກ ກົດໝາຍຢູ່ໃນດິນແດນສ່ວນຕົວຂອງຊາວ ປາແລສໄຕນ.

ມາດຕາການທີ່ເປັນບັນຫານີ້ຕ້ອງຜ່ານການພິຈາລະນາສາມຄັ້ງໃນສະພາແຫ່ງຊາດ ແລະ ມີການຮັບຮອງຈາກສານສູງສຸດ ກ່ອນທີ່ມັນຈະເປັນກົດໝາຍໄດ້. ມັນໄດ້ມີເປົ້າໝາຍເພັ່ງ ເລັງໃສ່ການຢັບຢັ້ງຄຳສັ່ງຂອງສານ ໃນການຍົກຍ້າຍເທດສະບານ Amona ໃນໃຈກາງ ເຂດ West bank ໃນວັນທີ 25 ທັນວານີ້.

ກົດໝາຍດັ່ງກ່າວກຳລັງສ້າງການແບ່ງແຍກໃນພັນທະມິດຂອງລັດຖະບານ ອິສຣາແອລ, ຍ້ອນພວກຜູ້ນັບຖືນາສະໜາຢ່າງເຄັ່ງຄັດໃຫ້ການສະໜັບສະໜູນມັນ ແລະ ຄົນອື່ນໆກ່າວ ປະນາມມັນວ່າເປັນຂະໂມຍດິນແດນ, ເຖິງແມ່ນວ່າພວກ ປາແລສໄຕນ ຈະຖືກຊົດເຊີຍ ຄືນກໍຕາມ.

ນາຍົກລັດຖະມົນຕີ ທ່ານ Benjamin Nethanyahu ໄດ້ຄັດຄ້ານມາດຕະການດັ່ງກ່າວ, ໂດຍກ່າວຫາບັນດາລັດຖະມົນຕີ ກ່ຽວກັບ ການປະຕິບັດການຢ່າງຮີບເລັ່ງ ກ່ອນສານສູງ ສຸດຈະມີໂອກາດທີ່ຈະພິຈາລະນາເລື່ອນການຍົກຍ້າຍໃນວັນທີ 25 ທັນວານີ້.

ສະຫະລັດ ແລະ ພວກກຸ່ມສິດທິມະນຸດໄດ້ກ່າວປະນາມຊ້ຳແລ້ວຊ້ຳອີກ ການຕັ້ງຖິ່ນຖານ ໃນດິນແດນຂອງຊາວ ປາແລສໄຕນ ທີ່ພວກເຂົາເຈົ້າຢາກໄດ້ມາເປັນລັດໜຶ່ງໃນອະນາຄົດ ຊຶ່ງຊາວ ປາແລສໄຕນ ໄດ້ເອີ້ນມັນວ່າ ກີດກັ້ນຫົນທາງໄປສູ່ສັນຕິພາບທີ່ສຳຄັນ.

ອິສຣາແອລ ນັບຖືການຕັ້ງຖິ່ນຖານດັ່ງກັບສ່ວນໜຶ່ງຂອງການຮັກສາຄວາມປອດໄພຂອງ ພວກເຂົາເຈົ້າ ແລະ ກ່າວວ່າ ການປະຕິເສດທີ່ຈະຮັບຮູ້ປະເທດ ອິສຣາແອລ ໂດຍຊາວ ປາແລສໄຕ ແມ່ນການກີດ ຂວາງຕໍ່ສັນຕິພາບ.

A committee of Israeli government ministers approved a bill Sunday to legalize Jewish settlement outposts built on private Palestinian land.

The controversial measure must pass three separate readings in parliament and get approval from the Supreme Court before it is law. It is aimed at stopping the Supreme Court-ordered evacuation of the West Bank settlement of Amona by December 25.

The bill is causing a split in in Israel's coalition government, with religious hardliners supporting it and others condemning it as land theft, even though the Palestinians are compensated.

Prime Minister Benjamin Netanyahu also opposes the measure, accusing ministers of acting hastily before the Supreme Court has a chance to consider postponing the December 25 evacuation.

The United States and human rights groups have consistently condemned Jewish settlement on land Palestinians want as part of a future state. The Palestinians call it a major roadblock to peace.

Israel regards the settlements as part of its security and says the Palestinian refusal to recognize a Jewish state is the impediment to peace.

XS
SM
MD
LG