ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຕອບໂຕ້ຕໍ່ການຍິງຈະຫຼວດ ຈາກເລບານອນ ດ້ວຍການຍິງປືນໃຫຍ່ ເຂົ້າໃສ່ຄືນ


ຊາວປາແລັສໄຕນ໌ ທີ່ອາໄສຢູ່ໃນເລບານອນ ພາກັນຖືປ້າຍ ແລະທຸງຊາດຂອງປາແລັສໄຕນ໌ ໃນລະຫວ່າງການເດີນຂະບວນ ເພື່ອສະໜັບສະໜຸນ ຊາວປາແລັສໄຕນ໌, ໃນນະຄອນເບຣຸຕ ຂອງເລບານອນ, ວັນທີ 18 ພຶດສະພາ 2021.
ຊາວປາແລັສໄຕນ໌ ທີ່ອາໄສຢູ່ໃນເລບານອນ ພາກັນຖືປ້າຍ ແລະທຸງຊາດຂອງປາແລັສໄຕນ໌ ໃນລະຫວ່າງການເດີນຂະບວນ ເພື່ອສະໜັບສະໜຸນ ຊາວປາແລັສໄຕນ໌, ໃນນະຄອນເບຣຸຕ ຂອງເລບານອນ, ວັນທີ 18 ພຶດສະພາ 2021.

ກອງທັບຂອງອິສຣາແອລ ໄດ້ເປີດສາກຍິງປືນໃຫຍ່ໂຈມຕີ “ເປົ້າໝາຍຈຳນວນນຶ່ງ” ຢູ່ໃນເລບານອນ ໃນວັນພຸດວານນີ້ ຊຶ່ງເປັນການຕອບໂຕ້ ຕໍ່ການຍິງຈະຫຼວດສີ່ລູກ ຈາກເລບານອນ ເຂົ້າໄປໃສ່ອິສຣາແອລ ອີງຕາມກ່ານກ່າວຂອງກອງທັບອິສຣາແອລ.

ກອງທັບອິສຣາແອລ ໄດ້ກ່າວຖະແຫລງວ່າ “ພວກເຮົາກຽມພ້ອມເພື່ອຮັບມືກັບສະຖານະການ ບໍ່ວ່າຈະມາຈາກດ້ານໃດ.”

ລິ້ງທວິດເຕີ້ຂອງກອງທັບອິສຣາແອລ: https://twitter.com/IDF/status/1395015386299523076?s=20

ກອງທັບອິສຣາແອລ ຍັງກ່າວອີກວ່າ ຕົນໄດ້ສະກັດຈະຫຼວດລູກນຶ່ງໄດ້ ໃນຈຳ ນວນທັງໝົດສີ່ລູກ ໃນຂະນະທີ່ “ສ່ວນທີ່ເຫຼືອນັ້ນ ເປັນໄປໄດ້ສູງທີ່ພວກມັນໄປຕົກຢູ່ໃນພື້ນທີ່ ທີ່ບໍ່ມີຜູ້ຄົນອາໄສຢູ່.”

ເຖິງຢ່າງໃດກໍຕາມ ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ຜູ້ໃດຍິງພວກຈະຫຼວດດັ່ງກ່າວ ແຫລ່ງຂ່າວດ້ານຄວາມໝັ້ນຄົງຢູ່ໃນເລບານອນ ໄດ້ຢັ້ງຢືນວ່າ ຈະຫຼວດສີ່ລູກໄດ້ຖືກຍິງໄປ ໃນທິດທາງຂອງອິສຣາແອລ ຈາກຄຸ້ມບ້ານແຫ່ງນຶ່ງໃກ້ກັບເມືອງໄທຣ໌ (Tyre) ຢູ່ເຂດແຄມຝັ່ງທະເລກ້ຳໃຕ້ຂອງເລບານອນ.

ບໍ່ມີລາຍງານໃນທັນທີກ່ຽວກັບການເສຍຊີວິດ ຫຼືຄວາມເສຍຫາຍໃດໆ ຈາກແຕ່ລະຝ່າຍ.

ການຍິງຈະຫຼວດໃນວັນພຸດວານນີ້ ເປັນຂີດໝາຍຂອງການຍິງຈະຫຼວດ ຄັ້ງທີສາມ ຈາກເລບານອນ ທີ່ຍິງໄປໃນທິດທາງຂອງອິສຣາແອລ ນັບຕັ້ງແຕ່ການປະທະກັນລະຫວ່າງອິສຣາແອລ ແລະປາແລັສໄຕນ໌ ໄດ້ລະເບີດຂຶ້ນ ໃນວັນທີ 10 ພຶດສະພາ ເປັນຕົ້ນມາ.

ທ່ານຮີໄດ ຊີລເບີແມນ ໂຄສົກຂອງກອງທັບອິສຣາແອລ ໄດ້ກ່າວໃນວັນອັງ ຄານຜ່ານມາວ່າ ກອງທັບອິສຣາແອລເຊື່ອວ່າ ພວກປາແລັສໄຕນ໌ນ້ອຍໆກຸ່ມນຶ່ງ ເປັນຜູ້ຮັບຜິດຊອບໃນການໂຈມຕີ ບໍ່ແມ່ນກຸ່ມກໍ່ການຮ້າຍເຮສໂບລາ ຊຶ່ງມີອິດທິພົນ ຢູ່ໃນເຂດພາກໃຕ້ຂອງເລບານອນ ແລະພວກເຂົາມີຈະຫຼວດທີ່ທັນສະໄໝ.

ພວກທະຫານອິສຣາແອລ ແລະກອງໂຈນເຮສໂບລາ ໄດ້ສູ້ລົບກັນມາ ໃນປີ 2006 ແລະກຸ່ມປາແລັສໄຕນ໌ນ້ອຍໆຫຼາຍກຸ່ມຢູ່ໃນເລບານອນ ໄດ້ຍິງຈະຫຼວດໃສ່ອິສຣາແອລ ເປັນບາງຄັ້ງບາງຄາວ ໃນເມື່ອກ່ອນ.

ການຍິງຈະຫຼວດໃນວັນພຸດວານນີ້ ແລະການໂຈມຕີຕອບໂຕ້ຄືນ ໄດ້ເກີດຂຶ້ນ ໃນຂະນະທີ່ການປະທ້ວງກໍເກີດຂຶ້ນໃນແຕ່ລະວັນ ຢູ່ເລາະຕາມເຂດແນວໜ້າລະຫວ່າງເລບານອນ ແລະອິສຣາແອລ ເພື່ອປະນາມການໂຈມຕີທີ່ຮ້າຍແຮງຂອງອິສຣາແອລ ຢູ່ໃນເຂດກາຊານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG